ສະຫະລັດໃຫ້ການຊ່ວຍເຫຼືອແກ່ລາວເຖິງ 12 ລ້ານໂດລ່າ ເພື່ອ
ນໍາໃຊ້ໃນການເກັບກູ້ລະເບີດບໍ່ທັນແຕກ (UXO) ລວມເຖິງການ
ຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະແລະໃຫ້ການສຶກສາເພື່ອຫຼຸດຜ່ອນບັນ
ຫາຈາກ UXO ອີກດ້ວຍ.
ອົງການ Legacies of War ຊຶ່ງເປັນອົງການທີ່ບໍ່ສະແຫວງຫາຜົນກໍາໄລໃນສະຫະລັດ ລາຍງານວ່າ ລັດຖະສະພາສະຫະລັດ ໄດ້ອະນຸມັດງົບປະມານມູນຄ່າ 12 ລ້ານໂດລ່າສໍາລັບໃຫ້ການຊ່ວຍເຫຼືອແກ່ລາວເພື່ອນໍາໃຊ້ໃນການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງໃນລາວ ລວມເຖິງການໃຫ້ຄວາມຊ່ວຍເຫຼືອແກ່ປະຊາຊົນລາວ ທີ່ໄດ້ຮັບເຄາະຈາກລະເບີດດັ່ງ ກ່າວ ແລະການປຸກລະດົມເຜີຍແຜ່ເພື່ອໃຫ້ຄວາມຮູ້ແກ່ປະຊາຊົນລາວ ທີ່ແນໃສ່ການລົດອັນ ຕະລາຍ ຈາກລະເບີດ UXO ໃຫ້ໄດ້ຢ່າງມີປະສິດທິຜົນອີກດ້ວຍ.
ການອະນຸມັດດັ່ງກ່າວນີ້ ຖືເປັນງົບປະມານກ້ອນໃຫຍ່ສຸດ ທີ່ທາງ
ການສະຫະລັດໄດ້ໃຫ້ການຊ່ວຍເຫຼືອແກ່ລາວນັບຕັ້ງແຕ່ສົງຄາມ
ອິນໂດຈີນ ໄດ້ສິ້ນສຸດລົງ ໃນປີ 1975 ເປັນຕົ້ນມາ ໂດຍມີ ເປົ້າ
ໝາຍທີ່ຈະຫຼຸດຜ່ອນບັນຫາ ຜົນກະທົບຈາກລະເບີດ UXO ໃນ
ລາວລົງເທື່ອລະກ້າວ ແລະໃຫ້ໝົດໄປໃນທີ່ສຸດດ້ວຍການຈັດຕັ້ງ
ປະຕິບັດທັງໃນການເກັບກູ້ການ ຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະ ແລະ
ການປ້ອງ ກັນຄຽງຄູ່ກັນໄປ.
ທັງນີ້ໂດຍນັບຈາກສົງຄາມອິນໂດຈີນສິ້ນສຸດລົງ ທາງການ ສະ
ຫະລັດໄດ້ໃຫ້ການຊ່ວຍເຫຼືອແກ່ລາວໃນການຫຼຸດຜ່ອນບັນຫາ
ຜົນກະທົບຈາກລະເບີດ UXO ໄປແລ້ວ ຄິດເປັນມູນຄ່າຫຼາຍກວ່າ 74 ລ້ານໂດລ່າ ໂດຍລວມເຖິງການຊ່ວຍເຫຼືອໃນຄັ້ງລ່າສຸດນີ້ດ້ວຍ ແຕ່ຖ້າຫາກຄິດໄລ່ ສະເພາະໃນຊ່ວງ 5 ປີມານີ້ ກໍໄດ້ວ່າ ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວໃນດ້ານດັ່ງກ່າວນີ້ໄປແລ້ວຫຼາຍກວ່າ 32 ລ້ານໂດລ່າ ແລະໃນປີ 2014 ນີ້ ກໍຖືເປັນຄັ້ງທໍາອິດ ທີ່ການຊ່ວຍເຫຼືອມີມູນຄ່າເກີນກວ່າ 10 ລ້ານໂດລ່າ.
ແຕ່ຢ່າງໃດກໍຕາມ ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກໍໄດ້ຖະແຫຼງຍອມ ຮັບວ່າບັນຫານຶ່ງ ທີ່ເປັນອຸບປະສັກຕໍ່ການພັດທະນາ ເພື່ອລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນລາວບັນດາເຜົ່າ ແລະການນໍາພາປະເທດລາວໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາ ໃຫ້ໄດ້ພາຍໃນປີ 2020 ນັ້ນ ກໍຄືການ ທີ່ດິນລາວ ຍັງມີລະເບີດ UXO ຕົກຄ້າງຢູ່ຢ່າງຫຼວງ ຫຼາຍ ແລະຖ້າຫາກພິຈາລະນາຈາກລະດັບຄວາມສາມາດໃນການເກັບກູ້ລະເບີດ UXO ທີ່ເປັນຈິງໃນລາວ ຊຶ່ງກໍເປັນຜົນຕໍ່ເນື່ອງ ຈາກການທີ່ລັດຖະບານລາວຍັງໄດ້ຮັບ ການຊ່ວຍເຫຼືອ ດ້ານງົບປະມານ ຈາກຕ່າງປະເທດຢ່າງຈໍາກັດ ທັງຍັງບໍ່ພຽງພໍກັບຄວາມຕ້ອງການທີ່ເປັນຈິງດ້ວຍນັ້ນ ຈຶ່ງເຮັດໃຫ້ສາມາດຄາດໝາຍໄດ້ວ່າ ການເກັບກູ້ລະເບີດ UXO ໃຫ້ໝົດໄປຈາກລາວໄດ້ນັ້ນ ຕ້ອງໃຊ້ເວລາອີກຍາວນານກວ່າຮ້ອຍປີຢ່າງແນ່ນອນ ດັ່ງທີ່ທ່ານທອງສິງ ໄດ້ຢືນ ຢັນວ່າ:
“ການຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກ ຖ້າວ່າເຮົາມາໄລ່ໃສ່ສະພາບ ປັດຈຸບັນນີ້ໃນເນື້ອທີ່ຂອງປະເທດລາວນີ້ທີ່ຖືກລະເບີດແລະລະເບີດກໍຍັງຝັງດິນຢູ່ໃນເນື້ອທີ່ດຽວນີ້ຍັງຫຼາຍ ຄັນແຕ່ວ່າແກ່ໃນຈັງຫວະຄືສູ່ມື້ນີ້ ເປັນຮ້ອຍປີ ຮ້ອຍຫ້າສິບປີ ກໍຍັງບໍ່ທັນແລ້ວ ເວັ້ນແຕ່ວ່າຕ່າງປະເທດສຸມໃສ່ຊ່ວຍເຫຼືອພວກເຮົາ ໃຫ້ມີທຶນຮອນຢ່າງພຽງພໍ.”
ທາງດ້ານທ່ານບຸນເຮືອງ ດວງພະຈັນ ປະທານ ຄະນະກໍາມະການ ຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ ກໍຍອມຮັບວ່າ ການເກັບກູ້ລະເບີດ UXO ໃນຊ່ວງທີ່ຜ່ານມາຂອງແຜນການປະຕິບັດງານໃນຊ່ວງປີ 2011-2015 ຍັງສາມາດປະຕິບັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງເອົາໄວ້ເຖິງ 70% ຂອງແຜນການທັງໝົດ.
ກໍຄືໃນຂະນະທີ່ແຜນການ 5 ປີໄດ້ວາງເປົ້າໝາຍຈະເກັບກູ້ລະເບີດ UXO ໃຫ້ໄດ້ໃນພື້ນທີ່ລວມບໍ່ໜ້ອຍກວ່າ 1 ແສນເຮັກຕ້າ ຫາກແຕ່ການປະຕິບັດຕົວຈິງໃນລະຍະທີ່ຜ່ານມາຈົນເຖິງປັດຈຸບັນ ກັບສາມາດເກັບກູ້ໄດ້ໃນພື້ນທີ່ລວມພຽງແຕ່ 30,000 ເຮັກຕ້າ ຫຼືຄິດເປັນ 30% ຂອງແຜນການ ທີ່ວາງໄວ້ເທົ່ານັ້ນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ເປັນການຍາກທີ່ຈະສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້ ເມື່ອເຖິງປີ 2015 ດັ່ງກ່າວ.
ໂດຍທາງການລາວໄດ້ໃຫ້ການອະທິບາຍວ່າ ສາເຫດສໍາຄັນທີ່ເຮັດໃຫ້ການເກັບກູ້ລະເບີດ UXO ບໍ່ສາມາດທີ່ຈະບັນລຸເປົ້າໝາຍທີ່ວາງໄວ້ດັ່ງກ່າວ ກໍຄືຂໍ້ຈໍາກັດທາງດ້ານງົບ ປະມານ ທັງນີ້ໂດຍເຖິງແມ່ນວ່າທາງການລາວຈະໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດເຖິງ 30 ລ້ານ ໂດລ່າໃນປີ 2012 ທີ່ຜ່ານມາກໍຕາມ ຫາກແຕ່ວ່າ 40% ຂອງເງິນຊ່ວຍເຫຼືອດັ່ງກ່າວກໍຕ້ອງໃຊ້ຈ່າຍເປັນເງິນເດືອນຂອງພະນັກງງານ ແລະການບໍລິຫານ ຈຶ່ງມີເງິນຊ່ວຍເຫຼືອພຽງ 60% ເທົ່ານັ້ນ ທີ່ນໍາໃຊ້ໃນການເກັບກູ້ລະເບີດ UXO ໂດຍກົງ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການ ລາວຕ້ອງການທີ່ຈະໄດ້ຮັບການຊ່ວຍເຫຼືອບໍ່ໜ້ອຍກວ່າ 50 ລ້ານໂດລ່າໃນແຕ່ລະປີ.