ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ຊ່ວຍເຫລືອ 1.8 ລ້ານໂດລາ ແກ່ໂຄງການເກັບກູ້ ລະເບີດບໍ່ທັນແຕກ ໃນລາວ


ການຊ່ວຍເຫລືອ ຂອງສະຫະລັດ ແກ່ລາວ ເລື້ອງ UXO
ການຊ່ວຍເຫລືອ ຂອງສະຫະລັດ ແກ່ລາວ ເລື້ອງ UXO
ທາງການສະຫະລັດ ໃຫ້ການຊ່ວຍເຫຼືອດ້ານງົບປະມານຫຼາຍ
ກວ່າ 1.8 ລ້ານ ໂດລ່າ ເພື່ອສະໜັບສະໜຸນອົງການ MAC
ໃນການເກັບກູ້ລະເບີດ UXO ໃນ ເຂດ 8 ເມືອງຂອງແຂວງ
ຊຽງຂວາງແລະແຂວງຄໍາມ່ວນ.


ການລົງນາມໃນຂໍ້ຕົກລົງວ່າດ້ວຍການສະໜັບສະໜຸນດ້ານງົບປະມານໃນມູນຄ່າ ຫຼາຍ
ກວ່ານຶ່ງລ້ານແປດແສນໂດລາ ລະຫວ່າງຜູ້ຕາງໜ້າຂອງກົມຫຼຸດຜ່ອນອາວຸດ ຄັງແສງ
ກະຊວງການຕ່າງປະເທດສະຫະລັດອາເມຣິກາກັບອົງການ Mines Advisory Group ຫຼືອົງການ MAC ໃນລາວ ໄດ້ມີຂຶ້ນໃນທ້າຍເດືອນສິງຫານີ້.

ການສະໜັບສະໜຸນດ້ານງົບປະມມານທີ່ທາງການສະຫະລັດໄດ້ຕົກລົງໃຫ້ແກ່ ອົງການ
MAC ໃນຄັ້ງລ່າສຸດນີ້ ມີເປົ້າໝາຍທີ່ຈະນໍາໃຊ້ເຂົ້າໃນງົບປະມານ ການເກັບກູ້ລະເບີດ
ບໍ່ທັນແຕກ UXO ທີ່ຕົກຄ້າງຢູ່ໃນ 8 ເມືອງເປົ້າໝາຍຂອງ 2 ແຂວງ ກໍຄືເມືອງໜອງແຮດ
ເມືອງຜາໄຊ ເມືອງຄູນ ແລະເມືອງທ່າໂທມ ໃນແຂວງຊຽງຂວາງ ກັບເມືອງຍົມມະລາດ
ເມືອງມະຫາໄຊ ເມືອງບົວລະພາ ແລະເມືອງໄຊບົວທອງ ໃນເຂດແຂວງຄໍາມ່ວນ.

ເປົ້າໝາຍສໍາຄັນທີ່ສຸດຂອງການຊ່ວຍເຫຼືອໃນຄັ້ງນີ້ ກໍແມ່ນການເກັບກູ້ລະເບີດ UXO
ອອກຈາກເຂດທີ່ຢູ່ອາໄສ ແລະທີ່ທໍາກິນຂອງປະຊາຊົນ ໃນທັງ 8 ເມືອງດັ່ງກ່າວນີ້ໃຫ້ໄດ້
ທັງໝົດພາຍໃນປີ 2015 ແລະໃນຂະນະດຽວກັນ ກໍຍັງແນໃສ່ການຫຼຸດຜ່ອນຈໍານວນປະ
ຊາຊົນລາວທີ່ໄດ້ຮັບເຄາະຈາກລະເບີດ UXO ໃຫ້ໜ້ອຍລົງ ຢ່າງມີປະສິດທິພາບອີກດ້ວຍ.

ການຊ່ວຍເຫລືອຂອງສະຫະລັດ ຕໍ່ພວກເສຍອົງຄະຍ້ອນລະເບີດບໍ່ທັນແຕກໃນລາວ
ການຊ່ວຍເຫລືອຂອງສະຫະລັດ ຕໍ່ພວກເສຍອົງຄະຍ້ອນລະເບີດບໍ່ທັນແຕກໃນລາວ

ທັງນີ້ໂດຍອິງຕາມລາຍງານຂອງອົງການເກັບກູ້ລະເບີດ
UXO ແຫ່ງຊາດລາວ ກໍໄດ້ລະບຸວ່າການເກັບກູ້ລະເບີດ
UXO ໃນລະຍະທີ່ຜ່ານມາໄດ້ເຮັດໃຫ້ຈໍານວນຄົນ ທີ່ໄດ້
ຮັບເຄາະຈາກລະເບີດ UXO ຫຼຸດລົງຈາກ 300 ກວ່າຄົນ
ໃນປີ 2008 ມາ ເປັນ 56 ຄົນໃນປີ 2012 ແລະໃນລະຍະ
6​ ເດືອນທໍາອິດໃນປີ 2013 ນີ້ ກໍປະກົດວ່າມີຄົນລາວທີ່
ໄດ້ຮັບເຄາະຈາກລະເບີດ UXO ພຽງແຕ່ 16 ຄົນເທົ່ານັ້ນ
ສ່ວນໃນດ້ານການເກັບກູ້ລະເບີດ UXO ໃນລາວ ທີ່ໄດ້
ດໍາເນີນການນັບຕັ້ງແຕ່ປີ 1996 ເປັນຕົ້ນມາ ກໍປາກົດວ່າ
ສາມາດເກັບກູ້ລະເບີດ UXO ອອກໄປຈາກພື້ນທີ່ ລວມ
39,820 ເຮັກຕ້າ ແລະທໍາລາຍລະເບີດໄປ 1.5 ລ້ານໜ່ວຍ ຫາກແຕ່ທາງການລາວກໍ
ເຊື່ອວ່າຍັງມີລະເບີດ UXO ຕົກຄ້າງຢູ່ໃນລາວຫລາຍກວ່າ 75 ລ້ານໜ່ວຍໃນທຸກມື້ນີ້
ຈຶ່ງເຮັດໃຫ້ທາງການລາວຍັງຕ້ອງການຄວາມຊ່ວຍເຫຼືອຈາກຕ່າງປະເທດຢ່າງຫຼວງຫຼາຍ
ຊຶ່ງໃນນີ້ກໍລວມເຖິງຄວາມຕ້ອງການ ທີ່ຈະໄດ້ຮັບການຊ່ວຍເຫຼືອຈາກທາງການສະຫະລັດ
ຫຼາຍຂຶ້ນດ້ວຍ.

ທີ່ຜ່ານມາ ທາງການສະຫະລັດກໍໄດ້ເນັ້ນໜັກໃຫ້ການຊ່ວຍເຫຼືອລາວໃນ 6 ດ້ານດ້ວຍກັນ
ກໍຄືດ້ານສາທາລະນະສຸກ ການສຶກສາ ການພັດທະນາໂຄງຂ່າຍພື້ນຖານ ດ້ານກະສິກໍາ
ດ້ານສັງຄົມ-ວັດທະນະທໍາ ແລະການຮັກສາຊັບພະຍາກອນທໍາມະຊາດ ໂດຍສະເພາະ ແມ່ນການຊ່ວຍເຫຼືອໃນດ້ານສາທາລະນະສຸກນັ້ນ ກໍຍັງນັບວ່າສອດຄ່ອງກັບຄວາມຕ້ອງ
ການຂອງລາວຢ່າງຍິ່ງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

ຈຸດປະສົງນັ້ນ ກໍແມ່ນເພື່ອການປະຕິບັດໂຄງການໃຫ້ຄວາມຮູ້-ຂ່າວສານ
ໃຫ້ແກ່ຊຸມຊົນ ໃນການຕ້ານພະຍາດຕິດຕໍ່ຕ່າງໆ ກິດຈະກໍາຫຼັກໆ ກໍແມ່ນໃຫ້
ການອົບລົມ ແກ່ຊຸມຊົນ ອໍານາດການປົກຄອງບ້ານໃຫ້ມີສ່ວນລວມໃນການ
ຕ້ານພະຍາດຕ່າງໆ ໃຫ້ການອົບລົມໃຫ້ແກ່ຜູ້ສື່ຂ່າວ ໂດຍສະເພາະກໍແມ່ນ
ຜູ້ສື່ຂ່າວວິທະຍຸໂທລະພາບ ເພື່ອວ່າເກີດແລ້ວ ບໍ່ໃຫ້ມັນເກີດອີກ.”


ກ່ອນໜ້ານີ້ ອົງການພັດທະນາສາກົນຂອງສະຫະລັດ ຫຼື USAID ກໍໄດ້ໃຫ້ການຊ່ວຍ
ທາງການລາວ ໃນໂຄງການຄວບຄຸມພະຍາດເຂດຮ້ອນທີ່ຄິດເປັນມູນຄ່າ $673,000
ຫຼືປະມານ 5.3 ຕື້ກີບ ເພື່ອນໍາໃຊ້ເຂົ້າໃນການດໍາເນີນໂຄງການນັບປັດຈຸບັນນີ້ ຈົນເຖິງ
ປີ 2014 ໂດຍແນໃສ່ການສ້າງຄວາມເຂັ້ມແຂງໃນການປ້ອງກັນການຕິດຕໍ່ຂອງພະຍາດ
ເຂດຮ້ອນ ທີ່ຖືກຫຼົງລືມແລະຂາດການເອົາໃຈໃສ່ໃນລາວ ເຊັ່ນ ແມ່ກາຝາກ ພະຍາດໃບ
ໄມ້ດູດເລືອດ ພະຍາດໃບໄມ້ໃນປອດ ແລະພະຍາດຂາຊ້າງ ເປັນຕົ້ນ.

ສ່ວນສໍານັກງານເພື່ອສິດທິປະຊາທິປະໄຕ ແລະແຮງງານຂອງສະຫະລັດ ກໍໄດ້ໃຫ້ການ
ສະໜັບສະໜຸນອົງການສາກົນເພື່ອຄົນພິການໃນລາວ ຄິດເປັນມູນຄ່າຫຼາຍກວ່າ 800
ລ້ານກີບ ສໍາລັບນໍາໃຊ້ໃນການພັດທະນາຂີດຄວາມສາມາດ ແລະການມີສ່ວນຮ່ວມ
ຂອງຄົນພິການໃນລາວ ໃຫ້ມີສິດສະເໝີພາກຢ່າງເທົ່າທຽມກັບ ຄົນປົກກະຕິໃນທຸກໆ
ດ້ານ ແລະຍັງໄດ້ສົ່ງມອບໂຮງໝໍທີ່ສ້າງສໍາເລັດໃໝ່ 4 ແຫ່ງ ໃຫ້ກັບອໍານາດການປົກ
ຄອງແຂວງຊຽງຂວາງ ແລະຫົວພັນ ຊຶ່ງກໍເປັນສ່ວນນຶ່ງຂອງການຊ່ວຍເຫຼືອດ້ານມະນຸດ
ສະທໍາ ໃຫ້ແກ່ລາວຫຼາຍຂຶ້ນນັບມື້ເຊັ່ນກັນ.
XS
SM
MD
LG