ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຕຸລາການ ກ່າວຟ້ອງ ຜູ້ຊາຍຄົນນຶ່ງ ທີ່ຍອມຮັບວ່າ ພະຍາຍາມ ໃຊ້ລະເບີດແປັບນ້ຳ ໂຈມຕີ ນະຄອນນິວຢອກ


ໃນພາບນີ້ ທີ່ບໍ່ລະບຸວັນເວລາ ໄດ້ຮັບການສະໜອງໂດຍ ຄະນະກຳມາທິການ ລົດແທັກຊີ ແລະລົດລີມູຊີນ ຂອງນະ
ຄອນນິວຢອກ ສະແດງໃຫ້ເຫັນວ່າ ທ້າວອາກາແຢດ ອູລລາ (Akayed Ullah), ຜູ້ຕ້ອງສົງໄສ ໃນເຫດການລະເບີດແຕກ ຢູ່ໃກ້ໆກັບເຂດ Times Square ຂອງນະຄອນນິວຢອກ, ວັນທີ 11 ທັນວາ 2017.
ໃນພາບນີ້ ທີ່ບໍ່ລະບຸວັນເວລາ ໄດ້ຮັບການສະໜອງໂດຍ ຄະນະກຳມາທິການ ລົດແທັກຊີ ແລະລົດລີມູຊີນ ຂອງນະ ຄອນນິວຢອກ ສະແດງໃຫ້ເຫັນວ່າ ທ້າວອາກາແຢດ ອູລລາ (Akayed Ullah), ຜູ້ຕ້ອງສົງໄສ ໃນເຫດການລະເບີດແຕກ ຢູ່ໃກ້ໆກັບເຂດ Times Square ຂອງນະຄອນນິວຢອກ, ວັນທີ 11 ທັນວາ 2017.

ຄະນະຕຸລາການໃຫຍ່ ຂອງສະຫະລັດ ໄດ້ກ່າວຟ້ອງຄະດີ ທ້າວ ອາກາແຢດ ອູລລາ
ອາຍຸ 27 ປີ ຈາກເມືອງ ບຣຸກລິນ ນະຄອນນິວຢອກ ໃນ 6 ກະທົງ ທີ່ເຊື່ອມໂຍງກັບ
ການພະຍາຍາມທີ່ຈະບີບຄະນວນລະເບີດແປັບນ້ຳ ຢູ່ໃນສະຖານີລົດໄຟໃຕ້ດິນ
ເຂດແມນຮັດຕັນ ເມື່ອວັນທີ 11 ທັນວາ 2017.

ການກ່າວຟ້ອງຄະດີ ທ້າວອູລລາ ໃນຂໍ້ກ່າວຫາວ່າ ສະໜອງ ແລະພະຍາຍາມຈະ
ສະໜອງ ວັດຖຸສະໜັບສະໜູນ ກຸ່ມລັດອິສລາມ ເຊິ່ງໄດ້ຖືກລະບຸເປັນ ອົງການ
ກໍ່ການຮ້າຍຕ່າງປະເທດ ໂດຍລັດຖະບານສະຫະລັດ. ມັນຍັງລວມທັງ ນຶ່ງຂໍ້ຫາ
ຂອງການນຳໃຊ້ອາວຸດທີ່ມີອານຸພາບຮ້າຍແຮງ ນຶ່ງຂໍ້ຫາ ຂອງການວາງລະເບີດ
ໃສ່ສະຖານທີ່ມະຫາຊົນນຳໃຊ້ ນຶ່ງຂໍ້ຫາຂອງການທຳລາຍຊັບສິນ ດ້ວຍໄຟ ຫຼື
ລະເບີດ ນຶ່ງຂໍ້ຫາ ຂອງການດຳເນີນການໂຈມຕີີຕໍ່ລະບົບຂົນສົ່ງມວນຊົນ ແລະ
ນຶ່ງຂໍ້ຫາຂອງການນຳໃຊ້ວັດຖຸທຳລາຍລ້າງ ໃນການກໍ່ອາຊະຍາກຳທີ່ຮຸນແຮງ.

ທ້າວອູລລາ ໄດ້ຖືກພົບເຫັນ ຢູ່ໃກ້ກັບສະຖານທີ່ເກີດເຫດລະເບີດແຕກ ໂດຍ ສິ່ງທີ່
ປາກົດຢູ່ຕໍ່ໜ້າ ເຈົ້າໜ້າທີ່ຕຳຫຼວດ ນັ້ນ ເປັນອຸປະກອນຂອງແປັບນ້ຳ ທີ່ແຕກຂຶ້ນ ຕິດ
ຢູ່ໂຕຂອງຜູ້ກ່ຽວ -- ລວມທັງ ຖ່ານໄຟ 9 ໂວລຕ໌ ສາຍໄຟ ສາຍຢາງມັດຫຼາຍເສັ້ນ
ຊິ້ນສ່ວນເຫຼັກຂອງແປັບນ້ຳ ແລະ ສິ່ງທີ່ໄດ້ປາກົດວ່າ ເປັນລອດໄຟປະດັບຕົ້ນ
ຄຣິສມັສ. ທ້າວອູລລາ ເປັນພຽງຄົນດຽວເທົ່ານັ້ນ ທີ່ໄດ້ຮັບບາດເຈັບສາຫັດ ທີ່ໄດ້
ພະຍາຍາມໂຈມຕີ ຢູ່ໃກ້ກັບສະຖານີລົດເມຂອງນະຄອນ ນິວຢອກ.

ບັນດາເຈົ້າໜ້າທີ່ພິທັກກົດໝາຍ ກຳລັງເຮັດວຽກ ຫຼັງຈາກເຫດການລະເບີດແຕກຢູ່ໃກ້ໆ ກັບເຂດ Times Square ຂອງນະຄອນນິວຢອກ, ວັນທີ 11 ທັນວາ 2017.
ບັນດາເຈົ້າໜ້າທີ່ພິທັກກົດໝາຍ ກຳລັງເຮັດວຽກ ຫຼັງຈາກເຫດການລະເບີດແຕກຢູ່ໃກ້ໆ ກັບເຂດ Times Square ຂອງນະຄອນນິວຢອກ, ວັນທີ 11 ທັນວາ 2017.

ສຳນວນຄະດີ ໄດ້ກ່າວວ່າ ທ້າວອູລລາ ໄດ້ຍົກເວັ້ນສິດ ມີແຣນດາ ເຊິ່ງຮູ້ຈັກກັນດີ
ຄື “ສິດທີ່ຈະມິດງຽບຢູ່” ໃນເວລາຖືກສອບຖາມໂດຍເຈົ້າໜ້າທີ່ຕຳຫຼວດ ໂດຍປາດ
ສະຈາກ ທະນາຍຄວາມ ຢູ່ນຳ.

ໃນລະຫວ່າງການສຳພາດໂດຍຕຳຫຼວດຢູ່ນັ້ນ ສຳນວນຄະດີ ໄດ້ກ່າວວ່າ ທ້າວອູລລາ
ໄດ້ກ່າວວ່າ ລາວໄດ້ປະກອບແປັບລະເບີດຂຶ້ນມາ ແລະ ໄດ້ດຳເນີນການໂຈມຕີ ໃນ
ວັນທີ 11 ທັນວາ. ລາວຍັງໄດ້ກ່າວວ່າ “ຂ້ອຍເຮັດໄປ ເພື່ອກຸ່ມລັດອິສລາມ.”

ທ້າວອູລລາ ໄດ້ກ່າວວ່າ ລາວ ໄດ້ຮັບແຮງບັນດານໃຈ ຈາກວັດຖຸຕ່າງໆ ຂອງພວກທີ່
ສະໜັບສະໜູນລັດອິສລາມ ທີ່ລາວໄດ້ພົບເຫັນຢູ່ໃນອິນເຕີແນັດ. ລາວໄດ້ປະຕິບັດ
ຕາມຄຳແນະນຳ ຂອງວີດີໂອ ທີ່ກ່າວວ່າ ຖ້າ ຜູ້ທີ່ຢາກເປັນພວກນັກຕໍ່ສູ້ ເພື່ອ
ສາສະໜາ ທີ່ບໍ່ສາມາດໄປຕ່າງປະເທດ ເພື່ອເຂົ້າຮ່ວມກຸ່ມລັດອິສລາມ ພວກເຂົາ
ຄວນ ດຳເນີນການໂຈມຕີຢູ່ໃນປະເທດ.

ລາວໄດ້ກ່າວຕື່ມວ່າ ລາວໄດ້ປະຕິບັດການໂຈມຕີ ໃນສ່ວນນຶ່ງກໍຍ້ອນວ່າ ລາວບໍ່ພໍໃຈ
ກັບນະໂຍບາຍຂອງສະຫະລັດ ຕໍ່ພາກຕາເວັນອອກກາງ.

ຄາດກັນວ່າ ທ້າວອູລລາ ຈະຖືກນຳໄປປາກົດໂຕຕໍ່ໜ້າຜູ້ພິພາກສາ ໃນວັນພະຫັດມື້ນີ້
ເພື່ອການປະກາດ ຍອມຮັບຜິດ ຫຼື ບໍ່ຜິດ.

US Terrorism Charges
please wait
Embed

No media source currently available

0:00 0:00:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG