ຄະນະຕຸລາການໃຫຍ່ ໃນວັນພຸດວານນີ້ ໄດ້ຟ້ອງຮ້ອງທ້າວເພຕັນ ເຈັນດຣອນ (Payton Gendron) ຜູ້ຕ້ອງສົງໄສຍິງສັງຫານໝູ່ໃນເມືອງບັບຟາໂລ ໃນຂໍ້ຫາຄະດີອາຊະຍາກຳຄວາມກຽດຊັງ ແລະການລະເມີດອາວຸດປືນຂອງກົດໝາຍລັດ ຖະບານກາງ.
ທ້າວເຈັນດຣອນ ອາຍຸ 19 ປີ ໄດ້ຖືກຟ້ອງໃນຂໍ້ຫາການລະເມີດຕໍ່ ກົດໝາຍວ່າດ້ວຍການປ້ອງກັນອາຊະຍາກຳຄວາມກຽດຊັງ ທີ່ມີຊື່ວ່າ ແມັຕຕີວ ແຊັບປາດ ແລະເຈມສ໌ ເບີດ ຈູເນຍ 14 ຂໍ້ຫາ ແລະ 13 ກະທົງຂອງການລະເມີດຕໍ່ກົດໝາຍລັດຖະບານກາງ ກ່ຽວກັບອາວຸດປືນ ອີງຕາມການປະກາດຂອງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ.
ກະຊວງຍຸຕິທຳ ກ່າວວ່າ ຂໍ້ຫາການກໍ່ອາຊະຍາກຳດ້ວຍຄວາມກຽດຊັງ ມີໂທດສູງສຸດ ຈຳຄຸກຕະຫຼອດຊີວິດ ຫຼື ໂທດປະຫານຊີວິດ.
ທ້າວເຈັນດຣອນ ຖືກກ່າວຫາວ່າ ໃຊ້ປືນຍາວລຸ້ນ Bushmaster XM ຂ້າຄົນຜິວດຳ 10 ຄົນ ແລະຄົນອື່ນອີກສາມຄົນບາດເຈັບ ຢູ່ທີ່ຮ້ານຂາຍເຄື່ອງຊື່ວ່າ Tops ໃນເມືອງບັບຟາໂລ ລັດນິວຢອກ ເມື່ອວັນທີ 14 ພຶດສະພາ.
ການຍິງສັງຫານໝູ່ດັ່ງກ່າວ ໄດ້ກະຕຸ້ນໃຫ້ລັດຖະສະພາ ຜ່ານກົດໝາຍວ່າດ້ວຍການຄວບຄຸມປືນທີ່ສຳຄັນຄັ້ງທຳອິດ ໃນຫຼາຍທົດສະວັດຜ່ານມາ ເມື່ອເດືອນແລ້ວນີ້. ພາຍໃນສິ່ງອື່ນໆນັ້ນ ກົດໝາຍນີ້ ວາງຂໍ້ບັງຄັບທີ່ເຂັ້ມງວດຂຶ້ນ ໃນການກວດປະຫວັດຂອງພວກຜູ້ຊື້ປືນ ທີ່ມີອາຍຸຕ່ຳກວ່າ 21 ປີ.
ໃນວັນທີ 1 ມິຖຸນາ ທ້າວເຈັນດຣອນ ໄດ້ຖືກຟ້ອງຮ້ອງໂດຍຄະນະຕຸລາການໃຫຍ່ຂອງລັດ ຢູ່ໃນລັດນິວຢອກ 10 ກະທົງຂອງການຄາດຕະກຳຂັ້ນທີນຶ່ງ 10 ກະທົງ ຂອງການຄາດຕະກຳຂັ້ນທີສອງ ໃນຖານອາຊະຍາກຳດ້ວຍຄວາມກຽດຊັງ ແລະ ສາມກະທົງຂອງການພະຍາຍາມຄາດຕະກຳ ໃນຖານອາຊະຍາກຳດ້ວຍຄວາມກຽດຊັງ.
ລັດນິວຢອກ ແມ່ນນຶ່ງໃນ 23 ລັດ ທີ່ບໍ່ມີໂທດປະຫານຊີວິດ.
ທ້າວເຈັນດຣອນ ໄດ້ກ່າວຕໍ່ສານວ່າ ລາວບໍ່ຜິດ ຕໍ່ຂໍ້ຫາ 25 ກະທົງທີ່ໄດ້ຖືກຟ້ອງນັ້ນ.
ກ່ອນໜ້າທີ່ຈະດຳເນີນການໂຈມຕີ ທ້າວເຈັນດຣອນ ໄດ້ນຳເອົາເອກະສານ 180 ໜ້າ ລົງໃນອອນໄລນ໌ ໂດຍການຮັບຮູ້ເຖິງບົດບາດຂອງຜູ້ກ່ຽວ.
ລາວໄດ້ຂຽນວ່າ “ຂ້ອຍເປັນຜູ້ຮ້າຍຂອງການໂຈມຕີນີ້ ພຽງຄົນດຽວ.”
ທ້າວເຈັນດຣອນ ໄດ້ຕັດສິນໃຈດຳເນີນການໂຈມຕີ ລາວໄດ້ຂຽນວ່າ ຍ້ອນວ່າລາວຢາກ “ຈະເຜີຍແຜ່ໃຫ້ພວກເພື່ອນຄົນຂາວຕື່ນຕົວ ກ່ຽວກັບບັນຫາອັນແທ້ຈິງທີ່ຕາເວັນຕົກ ກຳລັງປະເຊີນ.”