ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາຜູ້ປົກຄອງລັດ ປະທ້ວງການຂາດເຂີນ ອຸບປະກອນການແພດ ເພື່ອຕໍ່ສູ້ໄວຣັສໂຄໂຣນາ


ທ່ານແລຣີ ໂຮກັນ ຜູ້ປົກຄອງລັດແມຣີແລນ ປະກາດໃຫ້ຢູ່ໃນບ້ານເຮືອນ ລະຫວ່າງກອງປະຊຸມນັກຂ່າວ.
ທ່ານແລຣີ ໂຮກັນ ຜູ້ປົກຄອງລັດແມຣີແລນ ປະກາດໃຫ້ຢູ່ໃນບ້ານເຮືອນ ລະຫວ່າງກອງປະຊຸມນັກຂ່າວ.

ບັນດາຜູ້ປົກຄອງລັດຕ່າງໆຂອງສະຫະລັດກ່າວວ່າ ມີການຂາດເຂີນເຄື່ອງຈັກ ຊ່ວຍ
ຫາຍໃຈ ໜ້າກາກ ແລະອຸບປະກອນການແພດອື່ນໆຢ່າງຫຼວງຫຼາຍຢູ່ໃນ ລັດຂອງເຂົາ
ເຈົ້າ ເພື່ອປິ່ນປົວພວກຄົນປ່ວຍຍ້ອນໄວຣັສໂຄໂຣນາແລະໄດ້ຖີ້ມ ໂທດໃສ່ພາກສ່ວນ
ລັດຖະບານກາງ ທີ່ໄດ້ປະມູນແຂ່ງກັບພວກເຂົາເຈົ້າໃນການ ຊື້ອຸບປະກອນເຫລົ່ານີ້.

ທ່ານແລຣີ ໂຮກັນ ຜູ້ປົກຄອງລັດແມຣີແລນ ຜູ້ທີ່ເປັນປະທານສະມາຄົມຜູ້ປົກ ຄອງລັດ
ກ່າວວ່າ ຢູ່ໃນລັດຂອງທ່ານທີ່ຕັ້ງຢູ່ທາງພາກຕາເວັນອອກຂອງສະຫະ ລັດນັ້ນ “ກໍາລັງ
ຢູ່ໃນຄວາມມືດມົວ” ໃນຄວາມພະຍາຍາມເພື່ອປິ່ນປົວພວກຄົນ ປ່ວອຍຍ້ອນໄວຮັສໂຄ
ໂຣນາ ເພາະວ່າບໍ່ມີເຄື່ອງກວດພຽງພໍ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວຕໍ່ບັນດາຜູ້ປົກຄອງລັດໃນຕົ້ນອາທິດ
ນີ້ວ່າ ທ່ານບໍ່ໄດ້ຍິນຄຳຕ້ອງຕິກ່ຽວກັບການຂາດເຂີນເຄື່ອງກວດ ເປັນເວລາຫຼາຍອາທິດ
ແລະກ່າວວ່າ ທ່ານຄິດວ່າການສະໜອງອຸບປະກອນໃນທົ່ວປະເທດນັ້ນ ມີພຽງພໍ.

ແຕ່ວ່າ ທ່ານໂຮກັນ ທີ່ສັງກັດພັກຣີພັບບລິກັນຄືດັ່ງທ່ານທຣໍາ ກ່າວຢູ່ວິທະຍຸສາທາລະ
ນະແຫ່ງຊາດວ່າ “ຖືກຕ້ອງ ນັ້ນບໍ່ເປັນຄວາມຈິງເລີຍ.”

ຜູ້ປົກຄອງລັດຄອນເນັກຕິຄັດ ທ່ານເນດ ລາມອນ ທີ່ສັງກັດພັກເດໂມແຄຣັດ ກ່າວວ່າ
ໃນຂະນະທີ່ອຸບປະກອນຂາດເຂີນ ແລະຈຳນວນການເສຍຊີວິດຂອງ ສະຫະລັດເພີ້ມ
ຂຶ້ນຫຼາຍຮ້ອຍຄົນ ໃນແຕ່ລະມື້ “ພວກເຮົາຕ້ອງເພິ່ງຕົນເອງ.”

ຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ໂກໂມ ທີ່ສັງກັດພັກເດໂມແຄຣັດອີກຄົນ ນຶ່ງກ່າວ
ວ່າ ການຕໍ່ສູ້ເພື່ອຍາດເອົາເຄຶື່ອງຈັກຊ່ວຍຫາຍໃຈໃຫ້ພຽງພໍນັ້ນ ຄືກັນ ກັບການແຂ່ງກັນ
ປະມູນໃນ eBay ກັບລັດອື່ນໆອີກ 50 ລັດ ເພື່ອໃຫ້ໄດ້ຮັບເຄື່ອງຈັກຊ່ວຍຫາຍໃຈ.

ຫຼາຍມືຶ້ທີ່ຜ່ານມາ ປະທານາທິບໍດີທຣໍາ ໄດ້ກ່າວວ່າ ລັດ ແລະທ້ອງຖິ່ນຕ່າງໆໄດ້ ຮ້ອງຂໍ
ເຄື່ອງຈັກຫຼາຍເກີນໄປ ແລະອາດມີລະຄາລະຫວ່າງ 25,000 ພັນ ຫາ50,00 ພັນໂດລາ.

ເວລາຖາມໃນວັນອັງຄານທີ່ຜ່ານມາ ກ່ຽວກັບການຕຳນິຂອງທ່ານໂກໂມ ທີ່ວ່າ ລັດຕ່າງໆ
ພວມແຂ່ງກັນປະມູນ ເອົາເຄື່ອງຈັກຊ່ວຍຫາຍໃຈ ຊຶ່ງທ່ານທຣໍາ ກ່າວວ່າ “ບັນຫາກໍຄື ສຳ
ລັບຄົນຈຳນວນນຶ່ງ ບໍ່ວ່າເອົາຫຍັງໃຫ້ ບໍ່ເຄີຍເປັນທີ່ພຽງພໍຈັກເທື່ອ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG