ການສະເໜີງົບປະມານໃນມູນຄ່າ 1 ພັນຕື້ໂດລາຂອງປະທານາທິບໍດີສະຫະລັດ ທ່ານ
Donald Trump ທີ່ຈະສ້ອມແປງພື້ນຖານໂຄງລ່າງຂອງປະເທດທີ່ເພພັງ ແມ່ນເພັ່ງ
ເລັງທີ່ສຳຄັນ ຂອງບັນດາຜູ້ປົກຄອງລັດທົ່ວປະເທດ ໃນຂະນະທີ່ພວກ ທ່ານເຕົ້າໂຮມ
ກັນຢູ່ນະຄອນຫລວງວໍຊິງຕັນ ເພື່ອປະຊຸມເປັນເວລາສາມວັນ.
ການປະຕິຮູບປະກັນໄພສຸຂະພາບ ການສຶກສາ ການແກ້ໄຂບັນຫາຄວາມອຶດຫິວ
ຂອງເດັກນ້ອຍ ແລະຄວາມປອດໄພທາງອິນເຕີແນັດ ກໍຈະຄອບງໍາການຫາລືໃນ
ເລື່ອງນະໂຍບາຍ ລະຫວ່າງບັນດາຜູ້ປົກຄອງລັດ ຈາກທັງສອງພັກການ ເມືອງ ທີ່
ກອງປະຊຸມປະຈຳປີລະດູໜາວ ຂອງສະມາຄົມບັນດາຜູ້ປົກຄອງລັດແຫ່ງຊາດຫລື
NGA.
ຜູ້ປົກຄອງລັດ California ທ່ານ Jerry Brown ໃນວັນສຸກວານນີ້ ໄດ້ປະກາດ
ແຜນມູນຄ່າ 437 ລ້ານໂດລາ ເພື່ອຄວບຄຸມນໍ້າຖ້ວມ ແລະການຮັບມືກັບເຫດ
ການສຸກເສີນ ຫຼັງຈາກໄດ້ເກີດຄວາມຢ້ານກົວກ່ຽວກັບເຂື່ອນທີ່ເກືອບ ຈະແຕກ ຊຶ່ງ
ໄດ້ບັງຄັບໃຫ້ມີການຍົກຍ້າຍປະມານ 200,000 ຄົນ.
ໂຄສົກທຳນຽບຂາວທ່ານ Sean Spicer ຮ້ອງສະຖານະການນີ້ວ່າ “ເປັນໂຕຢ່າງບົດ
ຮຽນ” ທີ່ວ່າເປັນຫຍັງລັດຖະສະພາຕ້ອງໄດ້ຮັບຜ່ານຮ່າງກົດໝາຍທີ່ສຳຄັນ ໃນການ
ໃຫ້ທຶນສະໜັບສະໜຸນພື້ນຖານໂຄງລ່າງ.
ກອງປະຊຸມທີ່ເລີ້ມໃນວັນສຸກວານນີ້ ມີຂຶ້ນບໍ່ດົນຫລັງຈາກທີ່ໄດ້ມີການລົງນາມໃນ ດຳ
ລັດ ໂດຍປະທານາທິບໍດີ Trump ທີ່ແນໃສ່ ເພື່ອເອົາມາດຕະການຢ່າງເຂັ້ມງວດຕໍ່
ພວກຄົນເຂົ້າເມືອງຜິດກົດໝາຍ ທີ່ມີຢູ່ປະມານ 11 ລ້ານຄົນໃນສະຫະລັດ ໂດຍຈະ
ຕັດເງິນຊ່ວຍເຫລືອຂອງລັດຖະບານກາງຫລາຍພັນລ້ານໂດລາ ຕໍ່ອັນທີ່ຮ້ອງວ່່າ
ຫົວເມືອງທີ່ໃຫ້ບ່ອນຫລົບລີ້ອາໄສແກ່ພວກຄົນເຂົ້າເມືອງຜິດກົດໝາຍນັ້ນ. ນີ້ແມ່ນ
ບັນດາເມືອງໃຫຍ່ ແລະນ້ອຍຕ່າງໆຂອງສະຫະລັດ ທີ່ຈຳກັດການຮ່ວມມືກັບບັນດາ
ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຂອງລັດຖະບານກາງ.
ແຜນຂອງປະທານາທິບໍດີ Trump ຍັງຮວມທັງແຕ່ງຕັ້ງໃຫ້ບັນດາເຈົ້າໜ້າທີ່ ທ້ອງ
ຖິ່ນ ປະຕິບັດໜ້າທີ່ຄືດັ່ງເຈົ້າໜ້າທີ່ກວດຄົນເຂົ້າເມືອງ.
ຜູ້ປົກຄອງລັດ Virginia ແລະປະທານອົງການ GNA ທ່ານ Terry McAuliffe ທີ່
ສັງກັດພັກເດໂມແຄຣັດ ກ່າວຕໍ່ບັນດານັກຂ່າວຢູ່ກອງປະຊຸມໃນວັນສຸກວານນີ້ວ່າ
ທ່ານເຫັນວ່າມາດຕະການໃໝ່ນີ້ “ບໍ່ມີສິນທຳ ແລະຜິດກົດ ໝາຍ.” ທ່ານກ່າວຕື່ມ
ວ່າ ທ່ານຕ້ອງການຢາກໃຫ້ການຄໍ້າປະກັນແກ່ຊາວ Virginia ທີ່ເກີດຢູ່ຕ່າງປະເທດ
ວ່າ ເຂົາເຈົ້າຈະໄດ້ຮັບການປ້ອງກັນຈາກການຮາວີລົບກວນ.