ມີລາຍງານຢ່າງກວ້າງຂວາງ ວ່າ ທ່ານ Robert McDonnell
ຜູ້ປົກຄອງລັດເວີຈີເນຍສັງກັດພັກຣີພັບບລິກັນ ທີ່ກໍາລັງຈະພົ້ນ
ຈາກຕໍາແໜ່ງ ຈະຕົກຢູ່ພາຍໃຕ້ ການສືບສວນສອບສວນຂອງ
ລັດຖະບານກາງ ຍ້ອນຖືກກ່າວຫາວ່າ ຮັບເອົາຂອງຂວັນ ແລະ
ເງິນລາງວັນອື່ນໆຊຶ່ງຜູ້ປົກຄອງລັດ ໄດ້ພະຍາຍາມກ່າວປ້ອງກັນ
ວ່າ ການກະທຳຂອງທ່ານນັ້ນ ບໍ່ໄດ້ລະເມີດກົດຈັນຍາບັນ ຂອງ
ລັດຂອງທ່ານ. ໃນຂະນະ ທີ່ເກີດມີຂ່າວນອງນັນ ທີ່ພົວພັນກັບ
ຜູ້ປົກຄອງລັດຫລາຍໆທ່ານໃນສະຫະລັດ ຕະຫຼອດໄລຍະຫຼາຍ
ປີຜ່ານມານີ້ ແຕ່ກໍມີຕໍ່າກວ່າສິບຄົນທີ່ຖືກປົດອອກຈາກຕໍາແໜ່ງ.
ຜູ້ສື່ຂ່າວວີໂອເອ Jeffrey Young ມີລາຍງານເລື່ອງນີ້ເພີ່ມຕື່ມ
ຊຶ່ງວັນນະສອນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຢູ່ເນີນພູທີ່ໂດດເດັ່ນ ໃນເມືອງ Richmond ເມືອງຫຼວງຂອງລັດ Virginia ຄືທີ່ຕັ້ງຂອງອາຄານວ່າການລັດ ຫຼື State Capitol ຂອງລັດເວີຈີເນຍ ທີ່ສ້າງຂຶ້ນໃນປີ 1788 ຊຶ່ງມີອາຍຸດົນ ເກືອບເທົ່າໆກັນ ກັບອາຍຸຂອງປະເທດສະຫະລັດເອງນັ້ນ.
ບັດນີ້ ຕຶກອາຄານລັດດັ່ງກ່າວ ກໍາລັງຕົກເປັນຂ່າວນອງນັນ ທີ່ກ່ຽວກັບຜູ້ປົກຄອງລັດເວີຈີເນຍຄົນທີ 71 ຄື ທ່ານ Robert McDonnell ຊຶ່ງມີລາຍງານກັນຢ່າງກວ້າງຂວາງວ່າ ທ່ານໄດ້ຮັບເອົາເງິນກູ້ຢືມ ຂອງຂວັນ ແລະໄດ້ຮັບການປະຕິບັດແບບພິເສດສໍາຫຼັບທ່ານເອງ ພັນລະຍາຂອງທ່ານ ຄື ທ່ານນາງ Maureen ພ້ອມດ້ວຍສະມາຊິກອື່ນໆໃນຄອບຄົວຂອງທ່ານ ນັ້ນນໍາ.
ນັກຂ່າວສືບສວນ Peter Galuszka ທີ່ມີສໍານັກງານຢູ່ເມືອງ Richmond ຂຽນບັນຊີ ສິ່ງຂອງຕ່າງໆ ທີ່ຖືກກ່າວຫາວ່າ ໄດ້ມອບໃຫ້ແກ່ ຜູ້ປົກຄອງລັດ ແລະຄອບຄົວຂອງທ່ານ ໂດຍຜູ້ໃຫ້ຫຼັກໆນັ້ນ ແມ່ນຈາກນັກທຸລະກິດ ຢູ່ເຂດ Richmon ທີ່ຊື່ວ່າ Jonnie Williams ຜູ້ເປັນຫົວໜ້າບໍລິສັດນຶ່ງທີ່ເອີ້ນວ່າ Star Scientific.
ນັກຂ່າວສືບສວນ Galuszka ເວົ້າວ່າ: “ຜູ້ປົກຄອງລັດ McDonnell ໄດ້ຮັບເອົາເງິນກູ້ຢືມຈໍານວນນຶ່ງ ສໍາຫຼັບບໍລິສັດອະສັງຫາລິມມະຊັບ ທີ່ທ່ານມີກັບຄອບ ຄົວຂອງທ່ານ. ລູກສາວຂອງທ່ານໄດ້ຮັບເງິນລ້ຽງອາຫານຄໍ່າງານ ແຕ່ງງານໃນມູນຄ່າ 15 ພັນໂດລ່າ. ທ່ານໄດ້ຮັບໂມງ ຍີ່ຫໍ້ Rolex ມູນຄ່າ ຫົກພັນຫ້າຮ້ອຍໂດລ່າ. ສ່ວນພັນລະຍາຂອງທ່ານ ຄືທ່ານນາງ Maureen McDon nell ໄດ້ຮັບການປະຕິບັດຕໍ່ ດ້ວຍການພາໄປທ່ຽວຊື້ ຫຼືຊອບປິ້ງເຄຶ່ອງ ຂອງ ລາຄາແພງໆ ຕາມຮ້ານຄ້າຫຼູຫຼາ ໃນນະຄອນນີວຢ໊ອກ.”
ນັກສັງເກດການທາງກົດໝາຍເວົ້າວ່າ ກົດໝາຍລັດເວຈີເນຍ ທີ່ຄວບຄຸມການລາຍງານ ແລະຄວາມຮັບຜິດຊອບກ່ຽວກັບກິດຈະກໍາຕ່າງໆຂອງສ່ວນບຸກຄົນນັ້ນ ບໍ່ເຂັ້ມແຂງພໍ ແລະຕາມທີ່ທ່ານ McDonnell ເອງຊີ້ໃຫ້ເຫັນນັ້ນວ່າ ກົດໝາຍເຫຼົ່ານີ້ແມ່ນພຽງແຕ່ຄວບຄຸມທ່ານເທົ່ານັ້ນ ບໍ່ໄດ້ຄວບຄຸມ ສະມາຊິກອື່ນໆໃນຄອບຄົວ.
ຜູ້ປົກຄອງລັດ McDonnell ເວົ້າວ່າ: “ຂອງຂວັນຕ່າງໆ ທີ່ມອບໃຫ້ຂ້າພະເຈົ້າ ນັ້ນ ຂ້າພະເຈົ້າຈະລາຍງານໄວ້ ຢູ່ໃນຖະແຫຼງການແຫ່ງຜົນປະໂຫຍດ ດ້ານເສດຖະກິດຂອງລັດ ແລະຢ່າງຈົດຈໍ່ຕະຫຼອດມາ ທີ່ກະທໍາກັນໃນທຸກໆປີນັ້ນ ແຕ່ຂອງຂວັນທີ່ມອບໃຫ້ແກ່ສະມາຊິກອື່ນໆໃນຄອບຄົວ ພາຍໃຕ້ກົດໝາຍຊຸດປັດຈຸບັນນີ້ ບໍ່ຕ້ອງໄດ້ລາຍງານ.”
ທ່ານ McDonnell ເວົ້າວ່າ ທ່ານໄດ້ຊໍາລະຄືນເກືອບ 125 ພັນໂດລ່າສໍາ ລັບເງິນກູ້ຢືມຈາກ ທ້າວ William ແລະວ່າລູກສາວຂອງທ່ານ ກໍໄດ້ຊໍາລະ ຄືນດ້ວຍເຊັກເງິນ ສໍາຫຼັບຄ່າໃຊ້ຈ່າຍໃນງານແຕ່ງງານນັ້ນ. ສະມາຊິກຄອບ ຄົວຂອງ McDonnell ອີກຄົນນຶ່ງ ກໍໄດ້ເອົາເງິນຄືນແກ່ທ້າວ William ທີ່ໄດ້ມອບໃຫ້ນາງນັ້ນຄືກັນ. ນອກນີ້ແລ້ວຜູ້ປົກຄອງ ລັດກໍເວົ້າອີກວ່າ ໂມງ Rolex ນັ້ນ ກໍໄດ້ສົ່ງຄືນໃຫ້ ທ້າວ William ໄປແລ້ວ.
ແຕ່ແນວໃດກໍຕາມ ມີລາຍງານວ່າການສືບສວນຂອງລັດຖະບານກາງກຳລັງ ຈະເລີ້ມ ຂຶ້ນ ກ່ຽວກັບເລື່ອງຜູ້ປົກຄອງລັດ McDonnell ແລະທ້າວ Jonnie Williams ໃນຄວາມເປັນໄປໄດ້ທີ່ບຸກຄົນທັງສອງອາດຈະລະເມີດກົດໝາຍ ຮວມທັງການປະຕິບັດແບບພິເສດຕໍ່ກັນ. ແຕ່ຜູ້ປົກຄອງລັດ McDonnell ໄດ້ປະຕິເສດຢ່າງແຂງຂັນກ່ຽວກັບເລື່ອງນີ້.
ຜູ້ປົກຄອງລັດ McDonnell ເວົ້າອີກວ່າ: “ທັງທ້າວ William ເອງ ແລະ ບໍລິສັດ Star Scientific ຫຼືແມ່ນແຕ່ບໍລິສັດອື່ນໆ ກໍ່ບໍ່ໄດ້ຮັບຜົນປະໂຫຍດ ພິເສດຫຍັງເລີຍ ຈາກພາກລັດ.”
ທີ່ ມະຫາວິທະຍາໄລ Richmond ທ່ານ Dan Palazolo ອາຈານສອນ ລັດຖະສາດການເມືອງເວົ້າວ່າ ຂະນະນີ້ ສິ່ງທີ່ບັນດາກຸ່ມສິ້ງຊອມຂອງລັດ ທີ່ກໍາລັງລໍຖ້ານັ້ນ ກໍຄືຜົນການສືບສວນສອບສວນຂອງລັດຖະບານກາງ. ແລະວ່າອະນາຄົດການເມືອງ ຂອງທ່ານ McDonnell ອາດຈະຂຶ້ນຢູ່ກັບສິ່ງທີ່ໄດ້ເກີດຂຶ້ນໄປແລ້ວນັ້ນ.
ອາຈານ Palazolo ເວົ້າວ່າ: “ບັນຫາສໍາຄັນທີ່ສຸດທີ່ຈະເຫັນກັນໃນບໍ່ດົນນີ້ ກໍຄືລາຍງານຂອງອົງການສັນຕິບານກາງ ຫຼື FBI ວ່າຈະມີການຟ້ອງຮ້ອງຄະດີກັນບໍ່ ຖ້າຫາກ ບໍ່ມີການຟ້ອງຮ້ອງແລ້ວ ຂ້າພະເຈົ້າກໍຄິດວ່າ ທ່ານ Bob McDonnell ກໍຈະພົ້ນຂໍ້ກ່າວຫາໄປ ແຕ່ຖ້າມີການຟ້ອງຮ້ອງກັນ ເກີດຂຶ້ນ ແລ້ວ ເລຶ່ອງກໍຈະແກ່ຍາວອອກໄປ.”
ສໍາຫຼັບໃນຕອນນີ້ ໜ່ວຍງານຕ່າງໆ ປະຈໍາຕຶກວ່າການ ລັດເວຈີເນຍ ກໍກໍາລັງຈັດຕຽມ ສໍາ ລັບພິທີສາບານຕົວ ໃນເດືອນມັງກອນປີໜ້ານີ້ ຂອງຜູ້ທີ່ມາຮັບ ຕຳແໜ່ງແທນທ່ານ McDonnell ກໍຄືທ່ານ Terry McAuliffe ສັງກັດພັກເດໂມແຄຣັດ ຈະເປັນຜູ້ປົກຄອງລັດເວີຈີເນຍຄົນໃໝ່. ທ່ານ McAuliffe ໄດ້ຊີ້ແຈງຢ່າງເປັນທີ່ແຈ້ງຂາວແລ້ວວ່າ ທ່ານຈະຫາທາງໃຫ້ມີການຄວບຄຸມທີ່ເຄັ່ງຄັດຂຶ້ນກວ່າເກົ່າ ກ່ຽວກັບຂອງຂວັນຕ່າງໆ ທີ່ມອບໃຫ້ແກ່ທັງຜູ້ປົກ ຄອງລັດ ແລະສະມາຊິກໃນຄອບຄົວ.