ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ກໍາລັງໃຫ້ການຊ່ວຍເຫລືອ ແກ່ບໍລິສັດທໍ່ສົ່ງນໍ້າມັນ ຊັ້ນນຳຂອງ ສຫລ ພາຍຫຼັງ ຖືກໂຈມຕີທາງອິນເຕີແນັດ


ຖັງດກັບນໍາມັນຢູ່ທີ່ Linden Junction Tank Farm ຂອງບໍລິສັດ Colonial Pipeline ໃນເມືອງ Woodbridge, ລັດ New Jersey (ພາບສະໜອງໃຫ້ໂດຍ Colonial Pipeline)
ຖັງດກັບນໍາມັນຢູ່ທີ່ Linden Junction Tank Farm ຂອງບໍລິສັດ Colonial Pipeline ໃນເມືອງ Woodbridge, ລັດ New Jersey (ພາບສະໜອງໃຫ້ໂດຍ Colonial Pipeline)

ເຈົ້າໜ້າທີ່ລັດຖະບານສະຫະລັດ ກຳລັງເຮັດວຽກຢ່າງໃກ້ຊິດ ກັບບໍລິສັດໂຄໂລ-ນຽລໄພພ໌ໄລນ໌ (Colonial Pipeline) ທີ່ດໍາເນີນກິດຈະການທໍ່ສົ່ງນໍ້າມັນເຊື້ອໄຟຊັ້ນນຳຂອງສະຫະລັດ ໃນວັນອາທິດວານນີ້ເພື່ອຊ່ວຍໃຫ້ສາມາດຟື້ນຕົວຄືນຈາກການໂຈມຕີທາງອິນເຕີແນັດຊຶ່ງເປັນການຮຽກຄ່າໄຖ່ທີ່ບັງຄັບໃຫ້ບໍລິສັດປິດເຄືອຂ່າຍສະໜອງເຊື້ອໄຟທີ່ສຳຄັນໃຫ້ບັນດາລັດ ຢູ່ທາງຕາເວັນອອກຂອງປະ ເທດທີ່ມີປະຊາກອນໜາແໜ້ນ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ການໂຈມຕີແມ່ນນຶ່ງໃນບັນດາການປະຕິບັດງານການຮຽກຄ່າໄຖ່ທາງດິຈິຕອລ ທີ່ເປັນການລົບກວນທີ່ສຸດທີ່ໄດ້ຖືກລາຍງານມາ ແລະໄດ້ກະຕຸ້ນການຮຽກຮ້ອງຈາກບັນດາສະມາຊິກລັດຖະສະພາອາເມຣິກາ ໃຫ້ຮັດແໜ້ນການປົກປ້ອງແກ່ພື້ນຖານໂຄງລ່າງພະລັງງານທີ່ສຳຄັນຂອງສະຫະລັດບໍ່ໃຫ້ພວກແຮັກເກີທໍາລາຍ.

ລັດຖະມົນຕີກະຊວງການຄ້າ, ທ່ານນາງ ກີນາ ເຣມມອນໂດ (Gina Raimondo) ກ່າວວ່າວໍຊິງຕັນກຳລັງເຮັດວຽກເພື່ອຫລີກລ້ຽງການຖືກລົບກວນຂອງການສະໜອງນໍ້າມັນເຊື້ອໄຟທີ່ຮ້າຍແຮງກວ່າເກົ່າ ແລະເພື່ອຊ່ວຍໃຫ້ບໍລິ ສັດໂຄໂລນຽລໃຫ້ຟື້ນຟູເຄືອຂ່າຍທໍ່ສົ່ງນໍ້າມັນຂອງຕົນທີ່ຍາວຫຼາຍກວ່າ 5,500 ໄມ (8,850 ກມ) ຈາກລັດເທັກຊັສ ຫານິວເຈີຊີຄືນໃໝ່ໄວເທົ່າທີ່ຈະໄວໄດ້.

ທ່ານນາງເຣມມອນໂດ (Raimondo) ກ່າວໃນລາຍການ CBS 'Face the Nation' ຂອງອົງການຂ່າວ CBS ວ່າ "ມັນແມ່ນຄວາມພະຍາຍາມຂອງທຸກຄົນໃນເວລານີ້". "ພວກເຮົາກໍາລັງເຮັດວຽກຢ່າງໃກ້ຊິດກັບບໍລິສັດ, ລັດ ແລະເຈົ້າ ໜ້າທີ່ທ້ອງຖິ່ນ, ເພື່ອຮັບປະກັນວ່າ ພວກເຂົາເຈົ້າກັບມາປະຕິບັດງານເປັນປົກກະຕິໄວເທົ່າທີ່ຈະໄວໄດ້ ແລະບໍ່ມີຂໍ້ບົກຜ່ອງໃນການສະໜອງນໍ້າມັນ."

ບໍລິສັດໂຄໂລນຽລ (Colonial) ກ່າວໃນວັນເສົາຜ່ານມານີ້ວ່າຕົນ "ກໍາລັງສືບຕໍ່ຕິດຕາມຜົນກະທົບຂອງການຢຸດສະງັກບໍລິການຊົ່ວຄາວນີ້" ແລະດຳເນີນການເພື່ອຟື້ນຟູການບໍລິການ. ທ່ານນາງ ເຣມມອນໂດ (Raimondo) ແລະບໍລິສັດບໍ່ໄດ້ໃຫ້ການຄາດຄະເນສຳລັບວັນທີເລີ່ມບໍລິການແລະບໍລິສັດບໍລິສັດໂຄໂລນຽລ (Colonial) ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນເພີ່ມເຕີມອີກ ໃນວັນອາທິດວານນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG