ອີງຕາມຖະແຫລງຂ່າວ ຈາກສະຖານທູດ ສະຫະລັດ ປະຈຳ ນະຄອນຫຼວງວຽງຈັນແມ່ນ
ວ່າ ລັດຖະບານສະຫະລັດ ອາເມຣິກາ ສະໜັບສະໜູນກໍ່ສ້າງນັກຊ່ຽວຊານ ຂະແໜງ
ສາທາລະນະສຸກ ໃນ ສປປ ລາວ ໂດຍມີບັນດາເຈົ້າຫນ້າທີ່ ຈາກຂະແໜງການດັ່ງກ່າວ
ຂອງລາວ ລຸ້ນທີ 9 ໄດ້ສຳເລັດ ຫລັກສູດການຝຶກອົບຮົມ ດ້ານລະບາດວິທະຍາ ຈາກ
ພາກສະໜາມ ຊຶ່ງສະໜັບສະໜູນໂດຍ ລັດຖະບານສະຫະລັດ ອາເມຣິກາ. ທ່ານ ດຣ.
ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ເປັນກຽດ ມອບໃບຢັ້ງຢືນ
ຈົບຫລັກສູດ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ ທີ່ຈັດຂຶ້ນໃນ ວັນທີ 30 ເມສາ 2018
ມື້ນີ້, ແລະກໍຍັງມີ ທ່ານ ອຸບປະທູດ ໄມໂຄ ຄລາຍ, ທ່ານ ດຣ. ຊິນ ຍົງຊູ ຫົວຫນ້າ
ອົງການອານາໄມໂລກ ປະຈຳພາກພື້ນເອເຊຍປາຊິຟິກ ແລະ ຜູ້ຕາງຫນ້າອົງການ
ອະນາໄມໂລກປະຈຳ ສປປ ລາວ ດຣ. ຈູລີເອັດ ຟລາຍສ໌ (Juliet Fleischl) ເຂົ້າຮ່ວມ
ໃນພິທີນີ້ ນຳໂດຍ.
ຫລັກສູດການຝຶກອົບຮົມ ດ້ານລະບາດວິທະຍາ ພາກສະໜາມ ຫຼື (FET) ຢູ່ໃນລາວ ໄດ້
ສ້າງຕັ້ງຂຶ້ນ ໃນປີ 2009 ແລະ ໄດ້ໃຫ້ການຝຶກອົບຮົມ ແກ່ເຈົ້າຫນ້າທີສາທາລະນະສຸກ
ຫຼາຍກວ່າ 70 ທ່ານແລ້ວ ຊຶ່ງພວກເພິ່ນ ກໍໄດ້ກັບຄືນໄປແຂວງບ້ານເກີດຂອງແຕ່ລະທ່ານ
ແລະ ໄດ້ຈັດຕັ້ງປະຕິບັດ ນຳໃຊ້ເທັກນິກຫຼ້າສຸດ ໃນການກວດພົບ, ການກວດສອບ ແລະ
ຮັບມືກັບໄພຂົ່ມຂູ່ຕໍ່ສຸຂະພາບ ທີ່ເກີດຂຶ້ນໃໝ່ ທົ່ວ 18 ແຂວງ ໃນ ສປປ ລາວ. ໂຄງການ
ດັ່ງກ່າວນີ້ ເປັນການ ສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າຫນ້າທີ່ ສາທາລະນະສຸກ ໃນທຸກ
ລະດັບ ເພື່ອນຳໃຊ້ເທັກນິກ ຂອງແນວທາງການວິນິດໄສ ຕາມພື້ນຖານຂອງເຫດການ
ເພື່ອຕັດສິນໃຈ ໃນການຮັບມືກັບການລະບາດຂອງພະຍາດທີ່ເກີດຂຶ້ນ ໃນຊຸມປີທີ່
ຜ່ານມາ ຊຶ່ງເປັນຂັ້ນຕອນທີ່ ຍັງຈະສ້າງຄວາມເຂັ້ມແຂງຂຶ້ນຕື່ມອີກ ໃຫ້ແກ່ຄະນະຊຸດ
ອົບຮົມ ລະບາດວິທະຍາພາກສະໜາມ ລຸ້ນໃຫມ່ ໃຫ້ຈົບການຝຶກອົບຮົມ ແລະ ກັບຄືນ
ໄປເຮັດວຽກຂອງຕົນ ໃນພື້ນທີ່ທີ່ຖືກມອບໝາຍໃຫ້.
ທ່ານ ໄມໂຄ ຄລາຍ ອຸປະທູດ ສະຫະລັດ ປະຈຳ ສປປ ລາວ ໄດ້ກ່າວວ່າ “ບັນດາຜູ້ຈົບ
ຫຼັກສູດຝຶກອົບຮົມ ລະບາດວິທະຍາ ພາກສະໜາມແລ້ວ ແມ່ນເປັນທີ່ຍອມຮັບ ຈາກ
ເຈົ້າຫນ້າທີ່ອາວຸໂສ ຂອງຂະແໜງສາທາລະນະສຸກ ທັງລະດັບ ຊາດ ແລະ ລະດັບ
ແຂວງ ໃນດ້ານຄວາມສາມາດ ທາງດ້ານເຕັກນິກ ໃນການຕັດສິນໃຈ ຕາມພື້ນຖານ
ຂອງເຫດການທີ່ເກີດຂຶ້ນ ນັ້ນ.”
ປັດໄຈອັນສຳຄັນອີກຢ່າງໜຶ່ງ ທີ່ເຮັດໃຫ້ໂຄງການດັ່ງກ່າວ ມີປະສິດທິຜົນ ກໍຄືການເຂົ້າ
ຮ່ວມຂອງບັນດານັກຊ່ຽວຊານ ຈາກຂະແໜງສາທາລະນະສຸກ ທີ່ມາຈາກຫຼາຍກະຊວງ
ຊຶ່ງໄດ້ສະແດງໃຫ້ເຫັນ ເຖິງວິທີການເຊື່ອມໂຍງເຂົ້າກັນ ໃນການຄົ້ນພົບ ແລະການກວດ
ສອບຫາໄພຂົ່ມຂູ່ ຕໍ່ສຸຂະພາບ ບໍ່ວ່າຈະເປັນເຫດການຂອງໄພຂົ່ມຂູ່ ທີ່ປາກົດຂຶ້ນມາ
ໃຫມ່ ຢູ່ຕາມຫ້ອງກວດກາທັງຫຼາຍ ໃນທ້ອງຖິ່ນ, ຢູ່ຕາມເຂດຂ້າມຊາຍແດນ, ສະຖານີ
ຕຳຫຼວດ ຫຼື ຕະຫຼາດຂາຍສິນຄ້າກະສິກຳ ບ່ອນທີ່ ພວກສັດລ້ຽງ ອາດຈະສະແດງ
ຮ່ອງຮອຍຂອງໄພຂົ່ມຂູ່ ທີ່ເກີດຂຶ້ນຄັ້ງທຳອິດ ນັ້ນ.
ທ່ານອຸປະທູດ ໄມໂຄ ຄລາຍ ໄດ້ກ່າວຕື່ມວ່າ “ນີ້ແມ່ນຄະນະລຸ້ນທີ 9 ທີ່ສຳເລັດການ
ຝຶກອົບຮົມ ຊຶ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານ ສະຫະລັດ ອາເມຣິກາ.
ໂຄງການດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງຄວາມໝາຍໝັ້ນ ຕໍ່
ການຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ກັບ ສະຫະລັດ ອາເມຣິກາ
ລວມເຖິງການສະໜັບສະໜູນສ້າງສາຍພົວພັນ ອັນເຂັ້ມແຂງຂຶ້ນກວ່າເກົ່າ ຂອງ
ທັງສອງຊາດຂອງພວກເຮົາ ແລະ ເພື່ອເຮັດໃຫ້ ສປປ ລາວ ປະສົບຜົນສຳເລັດ
ໃນເປົ້າໝາຍການພັດທະນາແບບຢືນຍົງ ຂອງຕົນ.”