ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ເຕືອນ ກ່ຽວກັບຜົນ ທີ່ຈະຕາມມາ ຈາກການ ບໍ່ຊຳລະ ໜີ້ສິນ (ວີດີໂອ)


Генерал
Генерал
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນລະ
ຫວ່າງການພົບປະກັບ ບັນດາສະມາຊິກລັດຖະສະພາ ໃນສັບ
ປະດານີ້ ກ່ຽວກັບສະພາບການບໍ່ໄປບໍ່ມາໃນການອະນຸມັດງົບ ປະມານການໃຊ້ຈ່າຍຂອງລັດຖະບານ ແລະການກູ້ຢືມວ່າ ມີ
ການເຫັນພ້ອມນຳກັນຢ່າງນຶ່ງນັ້ນ ກໍຄືຄວາມຈຳເປັນທີ່ຈະຫຼີກ
ລ່ຽງບໍ່ໃຫ້ເກີດຜົນທີ່ຕິດຕາມມາທາງດ້ານເສດຖະກິດໃນການ
ທີ່ບໍ່ສາມາດປະຕິບັດຕາມພັນທະຕ່າງໆຂອງປະເທດໄດ້.

ປະທານາທິບໍດີໂອບາມາກ່າວໃນຄຳປາໄສປະຈຳສັບປະດາ
ຂອງທ່ານ ໃນວັນເສົາມື້ນີ້ວ່າ ການສ້າງຄວາມເສຍຫາຍ ໃຫ້
ແກ່ອັດຕາລະດັບສິນເຊື່ອ ຂອງປະເທດນັ້ນ ຈະເຮັດໃຫ້ເປັນ
ການແພງຂຶ້ນສຳລັບທຸກໆຄົນ ໃນອາເມຣິກາທີ່ຈະກູ້ຢືມເງິນໂດຍສ້າງໃນອັນທີ່ອາດຈະ
ທໍ່ກັນກັບໃນສິ່ງທີ່ທ່ານເອີ້ນວ່າ ການຜິດສັນຍາໃນເລື່ອງພາສີ ຂອງພັກຣີພັບບລີກັນ ຕໍ່ ທຸກໆຄອບຄົວແລະທຸລະກິດໃນອາເມຣິກາ. ທ່ານເວົ້າວ່າການຜິດສັນຍາດັ່ງກ່າວຍັງຈະ ມີຜົນກະທົບທີ່ເປັນອັນຕະລາຍຮ້າຍແຮງຕໍ່ຕະຫຼາດຂອງໂລກນຳດ້ວຍ.

ແຕ່ແນວໃດກໍຕາມ ເຈົ້າໜ້າທີ່ທຳນຽບຂາວກ່າວໃນມື້ວັນສຸກວານນີ້ວ່າ ຍັງບໍ່ທັນມີການ ຕົກລົງໃດໆ ກັບພັກຣີພັບບລີກັນເທື່ອ ເພື່ອຍຸຕິສະພາບການບໍ່ໄປບໍ່ມາທີ່ວ່ານີ້. ທັງສອງ
ຝ່າຍ ຄືທັງພັກຣີພັບບລີກັນ ແລະເດໂມແຄຣັດເຫັນພ້ອມນຳກັນທີ່ວ່າ ຈະສືບຕໍ່ການເຈ ລະຈາຫາລື.

ທ່ານ Buck McKeon ປະທານຄະນະກຳມະການກອງທັບຂອງສະພາຕໍ່າສະຫະລັດ ຊຶ່ງເປັນຜູ້ກ່າວຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ກ່າວວ່າ ທັງສອງ
ຝ່າຍ ໄດ້ພົບເຫັນພື້ນຖານ ຮ່ວມກັນແລ້ວ ໃນສັບປະດານີ້ ດ້ວຍການຮັບຜ່ານຮ່າງກົດ ໝາຍໃຫ້ການສະໜັບສະໜຸນຕໍ່ພວກທະຫານ ແລະຄອບຄົວເຂົາເຈົ້າໃນລະຫວ່າງທີ່
ມີການປິດລັດຖະບານ ແລະຄວນຈະສືບຕໍ່ການດຳເນີນງານເພື່ອໃຫ້ມີການຕົກລົງກັນ
ຕື່ມອີກ.

ຂະນະດຽວກັນ ສວນອຸທະຍານແຫ່ງຊາດທີ່ມີຊື່ສຽງສຸດ 3 ແຫ່ງຂອງສະຫະລັດ ຄືອະ ນຸສາວະລີເທພີແຫ່ງອິດສະຫຼະພາບ ສວນອຸທະຍານແຫ່ງຊາດ Grand Canyon ແລະອະນຸສາວະລີທີ່ພູ Rushmore ປະກາດວ່າ ຈະເລີ້ມເປີດຄືນ ໃນອີກສອງສາມ
ມື້ຂ້າງໜ້ານີ້ຫຼັງຈາກພວກຜູ້ປົກຄອງລັດໄດ້ບັນລຸການຕົກລົງກັບລັດຖະບານກາງສະ
ຫະລັດ ທັງໆທີ່ການປິດລັດຖະບານ ຍັງດຳເນີນຕໍ່ໄປ. ບັນດາລັດເຫຼົ່ານີ້ ໄດ້ຕົກລົງທີ່
ຈະໃຫ້ເງິນສະໜັບສະໜຸນທີ່ຈຳເປັນໃນການປະຕິບັດງານຂອງສວນອຸທະຍານແຫ່ງ
ຊາດທັງສາມ.

ເບິ່ງວີດີໂອ ກ່ຽວຂ້ອງ:

US Government Shutdown Enters 12th Day
please wait

No media source currently available

0:00 0:01:34 0:00
ລິງໂດຍກົງ
XS
SM
MD
LG