ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຈະພົບກັບ ສະມາຊິກ ສະພາ ພັກຣີພັບບລີກັນ ອີກ (ວີດີໂອ)


Obama, Republicans Hold Inconclusive Meeting on Budget
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
ເປັນທີ່ຄາດກັນວ່າ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາ
ມາ ແລະພວກຜູ້ນຳໃນລັດຖະສະພາຂອງພັກຣີພັບບລີກັນຈະພົບ
ປະກັນອີກ ໃນວັນສຸກມື້ນີ້ ເພື່ອສືບຕໍ່ການເຈລະຈາຫາລື ກ່ຽວກັບ ເລື່ອງງົບປະມານຂອງລັດຖະບານກາງສະຫະລັດໃນຄວາມຫວັງ
ເພື່ອຫາທາງຍຸຕິການປິດລັດຖະບານລົງເປັນບາງສ່ວນແລະປ້ອງ
ກັນບໍ່ໃຫ້ປະເທດຊາດ ຕົກຢູ່ໃນສະພາບທີ່ບໍ່ສາມາດຊຳລະໜີ້ສິນ
ໄດ້.

ການເຈລະຈາກັນ ໃນວັນສຸກມື້ນີ້ ມີຂຶ້ນໃນຂະນະທີ່ການປິດລັດ
ຖະບານກ້າວເຂົ້າສູ່ມື້ທີ 11 ໃນຂະນະເສັ້ນຕາຍ ສຳລັບເພີ້ມເພ
ດານໜີ້ສິນຂອງປະເທດໃນອາທິດໜ້ານີ້ ພວມຫຍັບໃກ້ເຂົ້າມາ
ຢ່າງວ່ອງໄວ.

ຂະນະດຽວກັນ ຜົນກະທົບທາງດ້ານການເມືອງ ຍ້ອນການປິດລັດຖະບານ ທີ່ມີຕໍ່ສະພາບ ການທາງດ້ານການເມືອງຂອງສະຫະລັດແມ່ນໄດ້ສະທ້ອນໃຫ້ເຫັນຢູ່ໃນການຢັ່ງຫາງສຽງ ປະຊາຊົນ 800 ຄົນຂອງໜັງສືພິມ Wall Street ແລະອົງການຂ່າວ NBC ໃນວັນພະຫັດ ວານນີ້ ຊຶ່ງສະແດງໃຫ້ວ່າ 53 ເປີເຊັນຂອງພວກທີ່ຕອບຄຳຖາມ ໄດ້ຖິ້ມໂທດ ໃນການປິດ
ລັດຖະບານ ໃສ່ພັກຣີພັບບລີກັນ ໃນຂະນະທີ່ 31 ເປີເຊັນຖິ້ມໂທດໃສ່ພັກເດໂມແຄຣັດ.

ໃນວັນພະຫັດວານນີ້ ປະທານາທິບໍດີໂອບາມາ ໄດ້ທຳການພົບປະແບບແຍກກັນກັບພວກ ຜູ້ນຳໃນລັດຖະສະພາຂອງພັກເດໂມແຄຣັດ ແລະພັກຣີພັບບລີກັນ.

ຫ້ອງການຂອງທ່ານ John Boehner ປະທານສະພາຕໍ່າສະຫະລັດ ທີ່ສັງກັດພັກຣີພັບບລີ
ກັນເອີ້ນການເຈລະຈາຫາລືກັນໃນຄັ້ງນີ້ວ່າເປັນປະໂຫຍດແລະໃຫ້ດອກອອກຜົນແລະກ່າວ ຕື່ມວ່າ ການພົບປະກັນຂອງພວກເຈົ້າໜ້າທີ່ລະດັບພະນັກງານຈະດຳເນີນຕໍ່ໄປຕະຫຼອດຄືນ.

Boehner: Obama, Republicans Hold 'Useful' Talks on Debt Limit
please wait

No media source currently available

0:00 0:01:11 0:00
ລິງໂດຍກົງ
XS
SM
MD
LG