ການປະເມີນຄັ້ງໃໝ່ຂອງ ສະຫະລັດ ກ່ຽວກັບ ການແຊກແຊງຈາກຕ່າງປະເທດໃນ
ການເລືອກຕັ້ງລັດຖະສະພາປີ 2018 ນັ້ນ ໄດ້ສະຫຼຸບວ່າ ການແຊກແຊງຈາກພາຍນອກ
ບໍ່ໄດ້ມີຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ຄວາມປອດໄພຂອງລະບົບການລົງຄະແນນ
ສຽງ, ແຕ່ລັດຖະບານບໍ່ໄດ້ເວົ້າວ່າ ຜູ້ປະຕິບັດການຕ່າງປະເທດ ໄດ້ມີອິດທິພົນ ຕໍ່ຜົນທີ່
ອອກມາ ຂອງການເລືອກຕັ້ງຫຼືບໍ່.
ລາຍງານທີ່ຖືກປິດເປັນຄວາມລັບ ໂດຍກະຊວງຍຸຕິທຳ ສະຫະລັດ ແລະ ກະຊວງຮັກ
ສາຄວາມປອດໄພພາຍໃນນັ້ນ ບໍ່ໄດ້ “ພົບຫຼັກຖານ ຈົນຮອດທຸກມື້ນີ້ວ່າ ມັນມີການປະ
ຕິບັດການໃດໆ ຂອງລັດຖະບານຕ່າງປະເທດ ຫຼື ເຈົ້າໜ້າທີ່ຕ່າງປະເທດ ທີ່ໄດ້ສ້າງຜົນ
ກະທົບຕໍ່ຄວາມໝັ້ນຄົງ ຫຼື ຄວາມປອດໄພຂອງພື້ນຖານ ການເລືອກຕັ້ງ ຫຼື ພື້ນຖານ
ທາງການເມືອງ ແລະ ການໂຄສະນາຫາສຽງ ທີ່ຖືກໃຊ້ໃນການເລືອກຕັ້ງກາງສະໄໝ,
ອີງຕາມການກ່າວໃນຖະແຫຼງການສະບັບນຶ່ງ ຂອງອົງການດັ່ງກ່າວນັ້ນ ທີ່ຖືກເປີດເຜີຍ
ໃນວັນອັງຄານວານນີ້.
ລາຍງານຮ່ວມດັ່ງກ່າວ, ທີ່ຖືກສົ່ງໃຫ້ປະທານາທິບໍດີ ດໍໂນລ ທຣຳ ໃນວັນຈັນທີ່ຜ່ານມາ,
ໄດ້ຖືກກະກຽມຕາມດຳລັດຂອງທ່ານ ທຣຳ ທີ່ຖືກເຊັນໃນເດືອນກັນຍາປີກາຍນີ້ ທີ່ໄດ້
ປະກາດການແຊກແຊງຂອງຕ່າງປະເທດໃນການເລືອກຕັ້ງ ສະຫະລັດ ເປັນພາວະສຸກ
ເສີນແຫ່ງຊາດ ແລະ ໄດ້ອະນຸຍາດການອອກມາດຕະການລົງໂທດຕໍ່ຊາວຕ່າງຊາດ
ໃນລະຫວ່າງການໂຄສະນາຫາສຽງດ້ວຍການບິດເບືອນຂໍ້ມູນ ແລະ ການໂຈມຕີທາງ
ອິນເຕີແນັດ ຕໍ່ລະບົບການເລືອກຕັ້ງ ສະຫະລັດ.
ແຕ່ມັນຍັງບໍ່ຊັດເຈນເທື່ອ ວ່າລາຍງານດັ່ງກ່າວ ພ້ອມກັບການຄົ້ນພົບກ່ອນໜ້ານີ້ໂດຍ
ປະຊາຄົມສືບລັບ ສະຫະລັດ ທີ່ກ່າວຫາ ອີຣ່ານ, ຣັດເຊຍ ແລະ ຈີນ ໃນການແຊກແຊງ
ເຂົ້າໃນການເລືອກຕັ້ງນັ້ນ ຈະກະຕຸ້ນໃຫ້ມີມາດຕະການລົງໂທດທາງເສດຖະກິດ ຫຼື
ມາດຕະການລົງໂທດອື່ນໆຫຼືບໍ່.
ວີໂອເອ ໄດ້ພະຍາຍາມຂໍຄຳຕອບຈາກກະຊວງຍຸຕິທຳ ແລະ ກະຊວງຮັກສາຄວາມ
ປອດໄພພາຍໃນ, ພ້ອມກັບທຳນຽບຂາວ. ແຕ່ບໍ່ມີໃຜໃຫ້ຄຳຕອບເທື່ອ.
ເຈົ້າໜ້າທີ່ກະຊວງການເງິນຄົນນຶ່ງໄດ້ກ່າວວ່າ ກະຊວງດັ່ງກ່າວ “ບໍ່ສົ່ງມາດຕະການລົງ
ໂທດ ຫຼື ໃຫ້ຄຳເຫັນ ກ່ຽວກັບ ການກະທຳໃນອະນາຄົດ.”
ຖະແຫຼງການດັ່ງກ່າວເວົ້າວ່າ “ໃນຂະນະທີ່ລາຍງານນັ້ນ ຍັງເປັນຄວາມລັບຢູ່, ການຄົ້ນ
ພົບຂອງເຂົາເຈົ້າຈະຜັກດັນຄວາມພະຍາຍາມໃນອະນາຄົດ ເພື່ອປົກປ້ອງການເລືອກ
ຕັ້ງ ແລະ ພື້ນຖານທາງການເມືອງ ແລະ ການໂຄສະນາຫາສຽງ ຈາກການແຊກແຊງ
ຂອງຕ່າງປະເທດ.”