ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ສຫລ ມອບລົດ ໂຕ້ໂຍຕ້າ ໃໝ່ 15 ຄັນ ໃຫ້ແກ່ ໂຄງການເກັບກູ້ລະເບີດ ແຫ່ງຊາດ


ທ່ານ​ນາງ ຣີ​ນາ​ ບີດ​ເຕີ ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ ສະຫະລັດ ອາເມລິກາ ໄດ້​ມອ​ບ​ລົດ​ໂຕ​ໂຍ​ຕ້າ ແລນຄຣູ​ເຊີ ໃໝ່ ຈຳ​ນວນ 15 ຄັນ ພ້ອມດ້ວຍອຸປະກອນເຄື່ອງມື ຈຳນວນ 15 ຊຸດ ໃຫ້ໂຄງການເກັບກູ້ລະເບີດແຫ່ງຊາດ ຫຼື UXO Lao ເຊິ່ງ​ພິທີມອບ ໄດ້ຈັດ​ຂຶ້ນທີ່ ນະຄອນຫຼວງວຽງຈັນ, ວັນສຸກ ທີ 12 ມັງກອນ 2018.
ທ່ານ​ນາງ ຣີ​ນາ​ ບີດ​ເຕີ ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ ສະຫະລັດ ອາເມລິກາ ໄດ້​ມອ​ບ​ລົດ​ໂຕ​ໂຍ​ຕ້າ ແລນຄຣູ​ເຊີ ໃໝ່ ຈຳ​ນວນ 15 ຄັນ ພ້ອມດ້ວຍອຸປະກອນເຄື່ອງມື ຈຳນວນ 15 ຊຸດ ໃຫ້ໂຄງການເກັບກູ້ລະເບີດແຫ່ງຊາດ ຫຼື UXO Lao ເຊິ່ງ​ພິທີມອບ ໄດ້ຈັດ​ຂຶ້ນທີ່ ນະຄອນຫຼວງວຽງຈັນ, ວັນສຸກ ທີ 12 ມັງກອນ 2018.

ອີງຕາມຖະແຫລງການ ຈາກສະຖານທູດສະຫະລັດ ປະຈຳ ນະຄອນວຽງຈັນ ໃນ​ວັນ
ສຸກ ​ທີ 12 ມັງ​ກອນ 2018 ແມ່ນວ່າ ທ່ານ​ນາງ ຣີ​ນາ​ ບີດ​ເຕີ ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ
ສະຫະລັດ ອາເມລິກາ ໄດ້​ມອ​ບ​ລົດ​ໂຕ​ໂຍ​ຕ້າ ແລນຄຣູ​ເຊີ ໃໝ່ ຈຳ​ນວນ 15 ຄັນ ໃຫ້
ໂຄງການເກັບກູ້ລະເບີດແຫ່ງຊາດ ຫຼື UXO Lao ເຊິ່ງ​ພິທີມອບໄດ້ຈັດ​ຂຶ້ນທີ່ ນະຄອນ
ຫຼວງວຽງຈັນ. ການ​ຊ່ວ​ຍ​ເຫຼື​ອໃນ​ຄັ້ງ​ນີ້ ມີ​ມູນ​ຄ່າ​ປະ​ມານ 490,000 ໂດ​ລ​າ ​ສະ​ຫະ​ລັດ
ໂດຍປະ​ກອບ​ດ້ວຍ ອຸ​ປະ​ກອນເຄື່ອງ​ມື 15 ຊຸ​ດ ສຳ​ລັບ​ ທີມເກັບ​ກູ້​ລະ​ເບີດ 15 ທີມໃໝ່
ຂອງ UXO Lao ທີ່​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ, ແຂວງຄຳ​ມ່ວນ
ແລະ ແຂວງອັດ​ຕ​ະ​ປື. 15 ທີມເກັບ​ກູ້​ລະ​ເບີດກຸ່ມໃໝ່ດັ່ງກ່າວ ໄດ້ຖືກຮັບເຂົ້າມາ ແລະ
ໄດ້ຮັບການຝຶກອົບ​ຮົມ ແລະ ສົ່ງໄປ​ປະ​ຕິ​ບັດ​ງານ ໃນ​ປີ 2017 ໂດຍທຶນ​ສະ​ໜັບ​ສ​ະ​ໜູນ​ ​
ຂ​ອງ ສະ​ຫະ​ລັດ​.

ທ່ານເອກອັກຄະລັດຖະທູດ ບິດເຕີ ໄດ້ກ່າວວ່າ “ໂຄງການເພື່ອ​ສະ​ໜັ​ບ​ສະ​ໜູນ​ ການ
​ເກັບ​ກູ້​ລະ​ເບີ​ດ ​ອອກຈາກເນື້ອທີ່ ທີ່ໄດ້ຮັບຜົນກະທົບ ​ນີ້ ແມ່ນໄດ້ສະ​ທ້ອນ​ໃຫ້​ເຫັນ​
ເຖິງ ການ​ຮ່ວ​ມ​ມື​ຢ່າງໃກ້ຊິ​ດ ລະ​ຫ​ວ່າງ​ ລັດ​ຖະ​ບານ ສະ​ຫະ​ລັດ ​ອ​າເມ​ລິ​ກາ ແລະ
ລັດ​ຖະ​ບານລາວ ກັບ ປະ​ຊ​າ​ຊົນ​ ຂອງສ​ປ​ປ ລາວ ເປັ​ນ​ເວ​ລາ​ຫຼາຍກວ່າ ສອງ
ທົດ​ສະ​ຫວັດມາແລ້ວ ເພື່ອແກ້ໄຂ​ບັນ​ຫາ​ຄົງ​ຄ້າງ​ແຕ່​ປາງ​ສົງ​ຄາມ.”
ທ່ານນາງໄດ້ກ່າວ
ຕື່ມອີກວ່າ “ການ​ຊ່ວຍ​ເຫຼື​ອ​ໃຫ້ UXO Lao ໃນ​ມື້​ນີ້ ແມ່ນ​ສ່ວນ​ໜຶ່ງ​ຂອງ​ ​ຄວາມໝາຍ
ໝັ້ນ ສຳລັບທຶນ​ຊ່ວຍ​ເຫຼືອ 90 ລ້ານໂດ​ລ​າ​ ຂອງ ສະ​ຫະ​ລັດ​ ອາ​ເມ​ລິ​ກາ ​ໃນ​ໄລ​ຍ​ະ
​ເວ​ລາ 3 ປີ ນັ້ນ ແລະເພື່ອນຳໃຊ້ເຂົ້າໃນການ​ສຳ​ຫຼວດ ​ລະ​ເບີດລູກ​ຫວ່ານ ແຫ່ງຊາດ
ນອກ​ເໜືອ​ໄປຈາກ​ການ​ເກັບ​ກູ້​ລະ​ເບີດ ​ບໍ່​ທັນ​ແຕກທີ່​ພວມ​ສືບ​ຕໍ່ໄປຢູ່ນັ້ນ.”

​ນອກ​ຈາກ​ນັ້ນ, ​ທ່ານ ຄຳ​ແກ້ວ ສານ​ບຸນ​ຄູ​ນ​ໄຊ ຮອງ​ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ
ສ​ະ​ຫ​ວັດ​ດີ​ການ​ສັງ​ຄົມ ກໍ​ໄດ້​ເຂົ້າ​ຮ່​ວ​ມພິ​ທີ​ມອບ​ຮັບ​ຄັ້ງ​ນີ້ ພ້ອມ​ດ້​ວຍ​ ທ່ານ ທິ​ບ​ພະ​ສອນ
ສຸຂະທຳມະວົງ ຜູ້ອຳນວຍການ UXO Lao.

ລັດຖະບານ ສະຫະລັດ ອາເມຣິກາ ໃຫ້ການຊ່ອຍເຫຼືອລ້າ ແກ່ ໂຄງການເກັບກູ້ລະເບີດບໍ່ທັນແຕກ ທີ່ມີ​ມູນ​ຄ່າ​ປະ​ມານ 490,000 ໂດ​ລ​າ ​ສະ​ຫະ​ລັດ ໂດຍປະ​ກອບ​ດ້ວຍ ລົດໂຕໂຍຕ້າ ແລນຄຣູເຊີ ໃໝ່ 15 ຄັນ ພ້ອມດ້ວຍ ອຸ​ປະ​ກອນເຄື່ອງ​ມື 15 ຊຸ​ດ ສຳ​ລັບ​ ທີມເກັບ​ກູ້​ລະ​ເບີດ 15 ທີມໃໝ່ ຂອງ UXO Lao.
ລັດຖະບານ ສະຫະລັດ ອາເມຣິກາ ໃຫ້ການຊ່ອຍເຫຼືອລ້າ ແກ່ ໂຄງການເກັບກູ້ລະເບີດບໍ່ທັນແຕກ ທີ່ມີ​ມູນ​ຄ່າ​ປະ​ມານ 490,000 ໂດ​ລ​າ ​ສະ​ຫະ​ລັດ ໂດຍປະ​ກອບ​ດ້ວຍ ລົດໂຕໂຍຕ້າ ແລນຄຣູເຊີ ໃໝ່ 15 ຄັນ ພ້ອມດ້ວຍ ອຸ​ປະ​ກອນເຄື່ອງ​ມື 15 ຊຸ​ດ ສຳ​ລັບ​ ທີມເກັບ​ກູ້​ລະ​ເບີດ 15 ທີມໃໝ່ ຂອງ UXO Lao.

ສ​ະ​ຫະ​ລັດ​ອາ​ເມ​ລິ​ກາ​ ພວມ​ໃຫ້​ການ​ສະ​ໜັບ​ສະ​ໜູນ 51 ​ທີມ ຈ​າກ 96 ທີມ​ສຳ​ຫຼວດ
ແລະເກັບ​ກູ້​ລະ​ເບີດ​ ຂອງ UXO Lao ນອກ​ຈ​າກ 3 ທີມ​ສຳ​ຫຼ​ວດ ​ທີ່​ບໍ່​ແມ່ນດ້ານເຕັກ​ນິກ,
3 ທີມ​ຄຸ້​ມ​ຄອງ​ຄຸ​ນ​ນະ​ພ​າບ ​ລະ​ດັບ​ພາກ​ພື້ນ, ບັນ​ດາ​ຫ້ອງ​ການ​ຂອງ​ໂຄງ​ການ​ປະ​ຈຳ
​ແຂວງ​ຕ່າ​ງໆ ແລະ ຄ່າ​ໃຊ້​ຈ່າຍດ້ານ​ການ​ບໍ​ລິ​ຫານ​ຈຳ​ນວນ​ໜຶ່ງ​ ຂອງຫ້​ອງ​ການ​ແຫ່ງ​ຊາດ.
ປັດ​ຈຸ​ບັນນີ້ ມີ​ພະ​ນັກ​ງານ​ ຂອງ UXO Lao ປະ​ມານ 600 ຄົນ ​ທີ່​ໄດ້​ຮັບ​ການ​ວ່າຈ້າງ ງານ
​ໂດຍໃຊ້ທຶນ ຂອງລັດ​ຖະ​ບານ​ ສະ​ຫະ​ລັດ​ອາ​ເມ​ລິ​ກາ. ນອກ​ຈ​າກ​ນັ້ນ ຍັງມີ​ພະ​ນັກ​ງານ​ຄົນ
​ລາວ ​ປະ​ມານ 940 ຄົນ ທີ່​ເຮັດ​ວຽກ​ເຕັມ​ເວ​ລາ​ ຢູ່​ໂຄງ​ການ​ສຳ​ຫຼວດ ແລະ ເກັບ​ກູ້​ລະ​ເບີດ
​ບໍ່​ທັນ​ແຕກ ທີ່ຈັດ​ຕັ້ງ​ປະ​ຕິ​ບັດ​ຮ່ວມກັບ ອົງການເກັບກູ້ລະເບີດ Mines Advisory
Group ຫຼື MAG, ອົງການເກັບກູ້ລະເບີດ The HALO Trust ແລະ ອົງການຊ່ວຍເຫຼືອ
ລ້າ ຂອງປະຊາຊົນ ນອກແວ (Norwegian People’s Aid).

ກຸ່ມ​ບໍ​ລິ​ສັດ Sterling International Group ເຊິ່ງ​ແມ່ນ​ຜູ້​ຮັບ​ເໝົາ​ຂອງ​ກະ​ຊວງ ກ​ານ
​ຕ່າງ​ປະ​ເທ​ດ​ ສະ​ຫະ​ລັດ ຍັງ​ໃຫ້​ການ​ສະ​ໜັ​ບ​ສະ​ໜູນ​ດ້ານ​ການ​ໃຫ້​ຄໍ​າ​ປຶກ​ສາ ແກ່ ຄະນະ
ກຳມະການຄຸ້ມຄອງແຫ່ງຊາດ ແລະ UXO Lao ໃນ​ຂົງ​ເຂດ​ການ​ປະ​ຕິ​ບັດ​ການ​ສຳ​ຫຼວດ
ແລະ ການ​ເກັບ​ກູ້, ການຄຸ້ມ​ຄອງ​ພ​າກ​ສະ​ໜາມ, ການ​ຄຸ້ມ​ຄອງ​ຄຸນ​ນະ​ພາບ ແລະ ການ​
ຄຸ້ມ​ຄອງ​ຂໍ້​ມູນ.

ນັບ​ຕັ້ງ​ແຕ່​ປີ 1995 ເປັນຕົ້ນມາ ຫ້ອງ​ການ​ເກັບ​ກູ້ ແລະ ຫຼຸດ​ຜ່​ອນ​ອາ​ວຸດ ຂອງ​ຫ້ອງການ
​ການ​ເມື​ອງ-ທະ​ການຫຼື PM/WRA ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດອາເມລິກາ
ແລະ ສ​ະ​ຖານ​ທູ​ດ​ສະ​ຫ​ະ​ລັດ​ອາເມລິກາ ປະ​ຈຳ​ນະ​ຄອນ​ຫຼວງວ​ຽງ​ຈັນ ໄດ້​ເຮັດ​ວ​ຽກ​ຢ່າງ​
ໃກ້​ຊິດ ກັບ​ລັດ​ຖະ​ບານ ສປປ ​ລາວ ເພື່ອ​ລົງ​ທຶນ​ຫຼາຍກວ່າ 135 ລ້ານ​ໂດ​ລາ​ ສະ​ຫະ​ລັດ
ເຂົ້າ​ໃນ​ການ​ສຶ​ກ​ສາ​ຄວາມ​ສ່ຽງ ສະ​ໜັບ​ສະ​ໜູນ​ຜູ້​ເຄາະ​ຮ້າຍ​ ຈາກ​ອຸ​ປະຕິ​ເຫດລະ​ເບີດ
​ບໍ່​ທັນ​ແຕກ, ສຳ​ຫວດ ແລະ ເກັບ​ກູ້ລະ​ເບີດ​ບໍ່​ທັນ​ແຕກ ຢູ່ໃນ ສປປ ລາວ.

XS
SM
MD
LG