ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ສ​ຫລ ອາດຈະປິດ ກິດ​ຈະ​ການ ໃນຕອນທ່ຽງຄືນ ຄືນນີ້ (ວີດີ​ໂອ)


ຕຶກ​ຫໍ​ລັດ​ຖະ​ສະ​ພາ ສ​ຫລ ທີ່​ກຸງວໍ​ຊິງ​ຕັນ
ຕຶກ​ຫໍ​ລັດ​ຖະ​ສະ​ພາ ສ​ຫລ ທີ່​ກຸງວໍ​ຊິງ​ຕັນ
ສະພາ​ສູງ​ສະຫະລັດ​ຈະພົບ​ປະກັນ​ໃນ​ຕອນ​ບ່າຍ​ວັນ​ຈັນ​ມື້​ນີ້ ​ໃນ
​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວໂມງ​ເພື່ອ​ຫາ​ທາງປະນີປະນອມ​ກັນ​ກັບ​
ພວກ​ຜູ້​ແທນ​ສະພາ​ຕ່ຳ​ກ່ຽວ​ກັບ​ຮ່າງ​ຍັດຕິ​ວ່າ​ດ້ວຍການ​ໃຊ້​ຈ່າຍ
ຂອງ​ລັດຖະບານ​ກາງ ກ່ອນ​ເວລາ​ເສ້ນ​ຕາຍ​ໃນ​ທ່ຽງ​ຄືນ​ວັນ​ຈັນ
​ມື້​ນີ້ ທີ່​ຈະປິດ​ກິດຈະການ​ຂອງ​ລັດຖະບານ​ສະຫະລັດ​ລົງ​ນັ້ນ.

ພວກ​ສະມາຊິກ​ສະພາ​ຕ່ຳ​ສັງກັດ​ພັກ ​ Republican ກຳລັງ
​ຢືນ​ຢັດ​ວ່າ ການເອົາ​ມາດຕະການ​ໃດໆ ບໍ່​ວ່າ​ຈະ​ເປັນ​ການ​ຊັກ
​ຊ້າ​ອອກ​ໄປ ຫລື​ບໍ່​ຍອມ​ໃຫ້​ເງິນໃຊ້​ຈ່າຍ​ແກ່​ກົດ​ໝາຍວ່າ​ດ້ວຍ​
ການ​ຮັກສາ​ສຸຂະພາບ​ທີ່​ປະທານາທິບໍດີ ບາຣັກ​ໂອ​ບາ​ມາ ​ໄດ້​
ລົງ​ນາມ​ໃຊ້​ເປັນ​ກົດໝາຍ​ທີ່​ມີ​ຈຸດປະສົງ​ເພື່ອ​ອຳນວຍ​ໃຫ້​ຄົນ
​ອາ​ເມຣິກັນ​ຈຳນວນ​ຫລາຍ​ລ້ານ​ຄົນ​ທີ່​ບໍ່​ມີ​ປະກັນໄພ​ສຸຂະພາບ​ນັ້ນ​ມີກັນ​ໄພ​.

ທ່ານ Harry Reid ຜູ້ນຳ​ພັກ​ສຽງ​ຂ້າງ​ຫລາຍ​ໃນ​ສະພາ​ສູງ​ສະຫະລັດ ​ໄດ້​ໃຫ້​ຄຳ​ໝັ້ນສັນ
ຍາ​ວ່າ​ຮ່າງ​ຍັດຕິ​ວ່າ​ດ້ວຍ​ການ​ໃຊ້​ຈ່າຍ​ສະບັບ​ນຶ່ງ​ທີ່​ສະພາ​ຕ່ຳ​ໄດ້​ຮັບ​ຜ່ານ​ໄປ​ໃນ​ຕອນ
​ເຊົ້າ​ຂອງ​ວັນ​ເສົາ​ຜ່ານ​ມາ​ນີ້ ຊຶ່ງ​ຈະ​ເລື່ອນ​ຄ່າ​ໃຊ້​ຈ່າຍ​ນີ້​ອອກ​ໄປ​ປີ​ນຶ່ງ​ສຳລັບ​ພາກສ່ວນ
ທີ່​ສຳຄັນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສຸຂະພາບອັນ​ທີ່​ເອີ້ນ​ກັນ​ວ່າ Obamacare ນັ້ນ ຈະ​ບໍ່​ໄດ້ຮັບ​ຜ່ານ​ຈາກ​ສະພາ​ສູງ.

ມາດ​ຕະການ​ດັ່ງກ່າວ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຕກ​ແຍກ​ກັນ​ຢ່າງ​ເລິກເຊິ່ງລະ
ຫວ່າງບັນດາ​ນັກ​ການ​ເມືອງ​ສັງກັດ​ພັກ​ Republican ​ແລະ​ພັກ​ເດ​ໂມກຣັດ.

ພວກ​ສະມາຊິກ​ພັກ​ເດ​ໂມກຣັດກ່າວ​ວ່າ Obamacare ​ແມ່ນ​ກົດໝາຍ​ຂອງ​ປະ​ເທດ ຊຶ່ງອຳນວຍ​ໃຫ້​ພວກ​ປະຊາຊົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ແລະ​ພວກ​ບຸກຄົນ​ທີ່​ບໍ່​ມີ​ປະກັນ​ໄພ​ສຸຂະ
ພາບມີໂອກາດ​ໄດ້​ຊື້​ປະກັນ​ໄພ​ໃນ​ລາຄາ​ຕ່ຳ ຊຶ່ງເປັນ​ນະ​ໂຍບາຍ​ໃຫ້ຄວາມ​ຊ່ອຍ​ເຫລືອ​
ຈາກ​ລັດຖະບານກາງ ​ເພື່ອ​ວ່າ​ພວກ​ຄອບຄົວ​ເຫລົ່າ​ນີ້​ຈະ​ບໍ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫລົ້ມຈົມທາງ​ດ້ານ​ການ​ເງິນ​ເວລາ​ເກີດ​ກໍລະນີ​ເຈັບ​ປ່ວຍ​ໜັກ​.

​ແຕ່​ພວກ​ສັງກັດ​ພັກ​ເຣ​ເພີພລິ​ກັນ ກ່າວ​ວ່າ ​ໂຄງການ​ດັ່ງກ່າວ​ສັບ​ສົນ​ແລະ​ຍັງ​ບໍ່​ທັນຕຽມ
ພ້ອມ​ເທື່ອ.ນອກ​ນັ້ນ​ພວກ​ສະມາຊິກ​ເຫລົ່າ​ນີ້ ຍັງ​ກ່າວ​ຕື່ມ​ວ່າ ກົດໝາຍ​ດັ່ງກ່າວສ້າງ​
ຄວາມ​ເສຍ​ຫາຍ​ໃຫ້​ແກ່ເສດຖະກິດ ​ໂດຍ​ການວາງ​ຂໍ້​ບັງຄັບ​ໃຫ້​ມີ​ການເສຍ​ພາສີ​ຫລາຍ​
ຂຶ້ນ​ແລະການ​ບັງຄັບ​ໃຫ້ເຈົ້າ​ຂອງ​ທຸລະ​ກິດ​ຂະໜາດ​ນ້ອຍເສຍ​ຄ່າປະກັນ​ໄພ​ໃຫ້ພວກ​ລູກ
ຈ້າງ​ຫລື​ພະນັກງານ​ຂອງ​ເຂົາ​ເຈົ້າ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ກົດໝາຍນີ້​ຖືກ​ລ້າງ.ຖ້າ​ບໍ່​ມີ​ການ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໃຊ້​ຈ່າຍ​ຈາກ​ທັງ​ສອງ​ສະພາໃນ​ຕອນທ່ຽງ​ຄືນ​ວັນ​ຈັນ​ມື້​ນີ້ ການ​ບໍ​ການຂອງ​ລັດຖະການ​ກາງ​ທັງ​ໝົດ​ນອກຈາກ​ການ​ບໍລິການທີ່​ຈຳ​ເປັນ​ຂອງ​ລັດ
ຖະບານ​ຈະໄດ້ເລີ້ມ​ປິດ​ລົງ. ພວກ​ນັກ​ທ່ອງ​ທ່ຽວ​ຈະ​ປະ​ເຊີນ​ກັບ​ການປິດ​ສວນສາທາລະ
ນະ​ແຫ່ງ​ຊາດ​ແລະ​ພວກ​ຫໍພິພິດທະພັນ​ຕ່າງໆ. ຜູ້​ໃດ​ກໍ​ຕາມ​ທີ່ຕ້ອງການ​ໜັງສືຜ່ານ
​ແດນ ​ຫລື​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ໃນ​ດ້ານ​ການ​ເສຍ​ພາສີຈະ​ຕ້ອງ​ໄດ້​ລໍຖ້າ​ໄປ.

ພວກ​ລັດຖະກອນ​ຈຳນວນ​ຫລາຍ​ກວ່າ 1 ລ້ານ​ຄົນອາດຈະ​ບໍ່​ໄດ້​ຮັບ​ເງິນເດືອນ​ໃນ​ລະ
ຫວ່າງ​ການ​ປິດ​ກິດຈະການ​ລົງ​ຂອງ​ລັດຖະບານ​.

Americans Brace for Government Shutdown October 1
please wait

No media source currently available

0:00 0:02:28 0:00
ລິງໂດຍກົງ
XS
SM
MD
LG