ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການປິດ ລັດຖະບານກາງ ສຫລ ຫຍັບໃກ້ ເຂົ້າໄປອີກ ກ້າວນຶ່ງ (ວີດີໂອ)


ທ່ານ Mitch McConnell ຜູ້ນໍາສຽງຂ້າງນ້ອຍສະພາສູງ ພັກຣີພັບ ບລິກັນ ຂະນະອະພິປາຍກັນເລຶ່ອງງົບປະມານ ປີ 2014
ທ່ານ Mitch McConnell ຜູ້ນໍາສຽງຂ້າງນ້ອຍສະພາສູງ ພັກຣີພັບ ບລິກັນ ຂະນະອະພິປາຍກັນເລຶ່ອງງົບປະມານ ປີ 2014
​ເມື່ອ​ຕອນເຊົ້າມືດ ວັນອາ​ທິດ​ມື້​ນີ້ ລັດຖະບານ​ສະຫະລັດ ​ໄດ້​ເດີນ​
ໜ້າ​ເພື່ອ​ປິດ​ກິດຈະ​ການ​ລັດຖະບານ​ລົງເປັນ​ເທື່ອ​ທໍາ​ອິດ​ ໃນ​ຮອບ
17 ປີ ຫຼັງຈາກ​ສະມາຊິກສະພາ​ຕໍ່າ​ພັກຣີພັບ​ບລິ​ກັນທວງ​ໃຫ້ເລື່ອນ
​ເວລາ​ໃນ​ການຈັດຕັ້ງປະຕິບັດໂຄງການ​ຮັກສາ​ສຸຂະ​ພາບຂອງ​ປະ
ທາ​ນາ​ທິບໍດີ​ໂອ​ບາ​ມາ ຫຼື​ Obamacare ອອກ​ໄປ​ນຶ່ງ​ປີ ເພື່ອ​ແລກ
ປ່ຽນ​ກັບ​ການອະນຸມັດງົບປະມານ ສຳລັບ​ການປະຕິບັດ​ງານ​ ຂອງ
ລັດຖະບານ​ນັ້ນ.

ສະພາ​ຕໍ່າ​ໄດ້​ລົ​ງຄະ​ແນນ​ສຽງ​ບໍ່​ດົນຫຼັງຈາກ​ທ່ຽງ​ຄືນ ​ເພື່ອ​ອະນຸມັດ​ບົດ​ແກ້ ​ໄຂ​ທີ່​ສືບ​ຕໍ່​ໃຫ້​ງົບປະມານ​ແກ່​ລັດຖະບານ​ ໄປ​ຈົນເຖິງ​ວັນ​ທີ 15 ທັນ​ວາ ​ໃນ​ຂະນະ​ທີ່​ມີ​ຄໍາ​ສັ່ງ​ໃຫ້ເລື່ອນ​ເວລາ​ ໃນ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການຮັກສາ​ສຸຂະພາບ​ໃນ​ລາຄາ​ຖືກ ​ແລະ​ລົບ​ລ້າງ​ການ​ເກັບ​ພາສີ​ຂອງ​ອຸບປະກອນ​ການ​ແພດ​ບາງ​ປະ​ເພດນັ້ນ.

US CONGRESS SHUTDOWN
please wait
Embed

No media source currently available

0:00 0:01:37 0:00

ໃນ​ຂະນະ​ທີ່​ການ​ປິດ​ກິດ​ຈະ​ການ​ລົງ​ຂອງ​ລັດຖະບານ ​ກໍາລັງ​ປະກົດ​ເປັນ​ລາງໆໃຫ້​ເຫັນ ໃນ​ທ່ຽງ​ຄືນ​ວັນ​ຈັນ​ມື້​ອື່ນ​ນີ້ ທັງ​ທໍານຽບຂາວ ​ແລະສະມາຊິກ​ສະພາ ສູງ​ພັກ​ເດ​ໂມ​ແຄ​ຣັດ ​ໄດ້​ພາກັນ​ກ່າວ​ໂຈມ​ຕີ​ຢ່າງ​ໃຫຍ່​ຕໍ່​ແຜນການ​ຂອງ​ພັກຣີພັບ​ບລິ​ກັນ ຊຶ່ງ​ໂດຍ​ແທ້​ຈິງ​ແລ້ວ​ນັ້ນ ​ແມ່ນບໍ່​ມີ​ໂອກາດເລີຍ​ທີ່ຈະ​ຖືກ​ຮັບ​ຜ່ານຈາກ​ສະພາ​ສູງ ຫຼື​ໄດ້​ຮັບ​ການ​ອະນຸມັດ​ຈາກ​ປະທານາທິບໍດີ.

ນອກ​ນີ້ບັນດາສະມາຊິກ​ສະພາ​ຕໍ່າ ຍັງ​ໄດ້​ອະນຸມັດ​ມາດ​ຕະການ​ນຶ່ງ ​ເພື່ອ​ສືບ​ຕໍ່ຈ່າຍ​ເງິນ​ໃຫ້​ສະມາຊິກ​ຂອງກອງທັບ ​ໃນ​ກໍລະນີ​ລັດຖະບານ​ປິດ​ກິດ ຈະການ​ລົງນັ້ນ.

ກ່ອນ​ໜ້າ​ນີ້ ສະພາ​ຕໍ່າ ທີ່​ຄວບ​ຄຸມໂດຍ​ພັກ​ຣີພັບ​ບລິ​ກັນ ​ໄດ້​ປະຕິ​ເສດຕໍ່​ຮ່າງ​ກົດໝາຍ​ສະບັບນຶ່ງຂອ​ງສະພາ​ສູງ ​ທີ່ໃຫ້​ໂອກາດ​ແກ່​ລັດຖະບານ​ປະ ຕິບັດ​ງານ​ໄປ​ຈົນ​ເຖິງວັນ​ທີ 15 ພະຈິກ ​ຊຶ່ງ​ມີ​ສະມາຊິກຫຼາຍຄົນ​ປະຕິ​ເສດ​ທີ່​ຈະ​ຮັບຂໍ້​ຕໍ່​ຮອງ​ໃດໆ ​ເພື່ອ​ຮັບປະກັນ​ການ​ເລີ່​ມນໍາ​ໃຊ້​ກົດໝາຍ​ຮັກສາ​ສຸ ຂະພາບຂອງ​ທ່ານ​ໂອ​ບາ​ມາ.

ທັງ​ສະພາ​ຕໍ່າ​ແລະ​ສະພາ​ສູງ ບໍ່​ມີ​ໝາຍ​ກໍານົດ​ການ​ທີ່​ຈະ​ພົບ​ປະກັນ​ໃນ​ວັນ ອາທິດ​ມື້​ນີ້. ສະພາ​ສູງ​ມີ​ກໍານົດ​ປະຊຸມ​ກັນ​ອີກ ​ໃນ​ວັນ​ຈັນ​ຕອນ​ບ່າຍ.

ຖ້າ​ຫາກ​ສະພາ​ຕໍ່າ​ແລະ​ສະພາ​ສູງບໍ່​ສາມາດຕົກລົງ​ກັນເລຶ່ອງງົບປະມານ​ໃນໄວໆນີ້​ແລ້ວ ພວກ​ຄົນ​ງານ​ລັດຖະບານ​ກາງ​ຈໍານວນຫຼາຍຮ້ອຍພັນ​ຄົນ ຈະ​ຕ້ອງ​ຖືກ​ສັ່ງໃຫ້ພັກ​ງານ​ເປັນ​ການ​ຊົ່ວຄາວແລະ​ຫຼາຍໆ​ໂຄງການ​ຂອງລັດຖະ ບານສະຫະລັດ​ກໍ​ຈະ​ຢຸດ​ຊະ​ງັກລົງ​ນໍາເຊັ່ນ​ກັນ.

US Congress Embroiled in Another Budget Showdown
please wait

No media source currently available

0:00 0:02:31 0:00
ລິງໂດຍກົງ
XS
SM
MD
LG