ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານສະຫະລັດ ກຳລັງປະເຊີນກັບ ການປິດ ເປັນບາງສ່ວນທີ່ອາດເປັນໄປໄດ້ ເຊິ່ງຈະເລີ້ມແຕ່ວັນອາທິດ ເປັນຕົ້ນໄປ


ປະທານສະພາຕໍ່າຂອງສະຫະລັດ ທ່ານເຄວິນ ເມັກຄາທີ ເວົ້າກັບບັນດານັກຂ່າວ ໃນຂະນະທີ່ເສັ້ນຕາຍໃນການຫຼີກລ່ຽງການປິດລັດຖະບານບາງສ່ວນ ໃກ້ເຂົ້າມາທີ່ຫໍລັດຖະສະພາ ໃນວໍຊິງຕັນ ວນັທີ 28 ກັນຍາ 2023
ປະທານສະພາຕໍ່າຂອງສະຫະລັດ ທ່ານເຄວິນ ເມັກຄາທີ ເວົ້າກັບບັນດານັກຂ່າວ ໃນຂະນະທີ່ເສັ້ນຕາຍໃນການຫຼີກລ່ຽງການປິດລັດຖະບານບາງສ່ວນ ໃກ້ເຂົ້າມາທີ່ຫໍລັດຖະສະພາ ໃນວໍຊິງຕັນ ວນັທີ 28 ກັນຍາ 2023

ການປິດລັດຖະບານຂອງສະຫະລັດ ເບິ່ງຄືວ່າເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ໃນວັນອາທິດນີ້ເນື່ອງຈາກວ່າສະພາສູງ ແລະສະພາຕໍ່າຍັງມີຄວາມຂັດແຍ້ງກ່ຽວກັບຂະຫນາດຂອງງົບປະມານຂອງຕົນ ສໍາລັບ 12 ເດືອນຂ້າງຫນ້າ, ການຊ່ວຍ ເຫຼືອຢ່າງຕໍ່ເນື່ອງສໍາລັບຢູເຄຣນ ເພື່ອຕໍ່ສູ້ກັບຣັດເຊຍ, ການຄວບຄຸມຄົນເຂົ້າເມືອງຢູ່ຊາຍແດນສະຫະລັດ - ເມັກຊິໂກ ແລະໂຄງ​ການສະຫວັດດີການສັງຄົມ ​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ອາ​ເມຣິ​ກັນ​ທີ່​ທຸກ​ຍາກ​.

ສະພາສູງທີ່ຄວບຄຸມໂດຍພັກເດໂມແຄຣັດກຳລັງດຳເນີນການກ່ຽວກັບແຜນການສະໜອງທຶນ 7 ອາທິດ ເຊິ່ງຈະເຮັດໃຫ້ລັດຖະບານເປີດດຳເນີນການຢ່າງເຕັມຮູບແບບຈົນເຖິງກາງເດືອນພະຈິກ ເພື່ອໃຫ້ຝ່າຍນິຕິບັນຍັດມີເວລາຫຼາຍຂຶ້ນໃນການກຳນົດລະດັບການໃຊ້ຈ່າຍຈົນຮອດເດືອນກັນຍາ 2024.

ແນວໃດກໍຕາມ, ປະທານສະພາຕໍ່າ ທ່ານເຄວິນ ເມັກຄາທີ, ທີ່ມີສຽງສ່ວນຫຼາຍຈາກພັກຣີພັບບລີກັນຢູ່ໃນສະພາຂອງທ່ານ, ໄດ້ປະຕິເສດການນຳເອົາແຜນຂອງສະພາສູງ ໄປລົງຄະແນນສຽງໃນສະພາຕ່ຳ.

ສະພາຕໍ່າໄດ້ລົງຄະແນນສຽງ ໃນຕອນແລງວັນພະຫັດວານນີ້ ເພື່ອແກ້ໄຂຮ່າງກົດໝາຍຈັດສັນງົບປະມານປະຈໍາປີສໍາລັບສີ່ໜ່ວຍງານຂອງລັດຖະບານ. ຮ່າງ​ກົດໝາຍ​ດັ່ງກ່າວ ​ມີ​ໂອກາດ​ນ້ອຍ​ຫຼາຍທີ່​ຈະ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ສະພາ​ສູງ ​ແລະ ​ໃນ​ກໍລະນີ​ໃດ​ກໍ​ຕາມ, ຈະ​ບໍ່ປ້ອງກັນ​ການ​ປິດ​ການ​ປະຕິບັດ​ງານ​ຂອງ​ລັດຖະບານ​ທີ່​ບໍ່​ຈຳເປັນ​ໃນ​ຕອນ​ທ່ຽງ​ຄືນ​ຂອງ​ວັນ​ເສົາ.

ບັນດາອົງການຂອງລັດຖະບານໃນຕອນເຊົ້າວັນພະຫັດນີ້ ໄດ້ເລີ່ມແຈ້ງໃຫ້ພະນັກງານ​ຊາບວ່າ ການປິດຫ້ອງການອາດຈະເກີດຂຶ້ນ.

ຜູ້ນຳພັກຣີພັບບລີກັນ ​ໃນ​ສະ​ພາ​ສູງ​, ທ່ານມິ​ຈ ແມັກ​ຄອນ​ແນ​ລ (Mitch McConnell) ໄດ້ເຕືອນບັນດາສະມາຊິກສະພາ ກ່ຽວກັບຜົນກະທົບອັນຮ້າຍແຮງຂອງການປິດລັດຖະບານບາງສ່ວນ, ໂດຍສະເພາະແມ່ນຄວາມຫຍຸ້ງຍາກໃນການຄວບຄຸມການຫຼັ່ງໄຫຼເຂົ້າ​ມາຂອງອົບພະຍົບຢູ່ຊາຍແດນພາກໃຕ້ຂອງປະເທດ ກັບເມັກຊິໂກ.

"ການປິດລັດຖະບານບໍ່ຄືກັບການຢຸດຊົ່ວຄາວ," ທ່ານ McConnell ກ່າວ. “ມັນ​ບໍ່​ແມ່ນ​ການ​ສະຫຼັບສາກ ​ທີ່​ເຮັດ​ໃຫ້​ພວກ​ເຮົາກັບໄປດຳເນີນການຕໍ່ ​ບ່ອນ​ທີ່​ພວກ​ເຮົາເຮັດປະຄ້າງໄວ້. ມັນເປັນຂໍ້ສະເຫນີທີ່ເປັນອັນຕະລາຍຢ່າງຍິ່ງ. ແລະແທນທີ່ຈະສ້າງຜົນໄດ້ຮັບດ້ານນະໂຍບາຍທີ່ມີຄວາມຫມາຍ, ຕົວຈິງແລ້ວມັນຈະນຳເອົາຄວາມຄືບໜ້າທີ່ສໍາຄັນຂອງຫຼາຍໆບັນຫາໄປ ແລະດຶງມັນໃຫ້ຖອຍຫຼັງລົງ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG