ກະຊວງຊັບພະຍາກອນທຳມະຊາດ ຂອງສະຫະລັດ ແລະ 16 ພະແນກການຂອງລັດຖະບານກາງ ໄດ້ໃຫ້ຄວາມໝັ້ນໝາຍໃນວັນຈັນວານນີ້ວ່າ ຈະໃຫ້ການເຄົາລົບຕໍ່ສິດທິຊົນເຜົ່າພື້ນເມືອງອາເມຣິກັນໃນການອອກນະໂຍບາຍຂອງລັດຖະບານແລະການອອກລະບຽບການທົ່ວໄປຕ່າງໆ.
ປະທານາທິບໍດີໂຈ ໄບເດັນ ໄດ້ປະກາດທີ່ທຳນຽບຂາວ ໃນກອງປະຊຸມສຸດຍອດປະເທດຊົນຊາດຊົນເຜົ່າຕ່າງໆ. ຂໍ້ລິເລີ້ມດັ່ງກ່າວນີ້ ຈະບັງຄັບໃຫ້ພະແນກການຂອງລັດຖະບານທີ່ມີນະໂຍບາຍແຕກຕ່າງກັນນັ້ນ ປະສານງານໃນການດຳເນີນຄວາມພະຍາຍາມຂອງພວກເຂົາເຈົ້າ ເພື່ອປົກປ້ອງຂໍ້ຕົກລົງ ທີ່ໄດ້ບັນລຸກັນ ໃນລະຫວ່າງທີ່ມີການສຳຫຼວດປະເທດໃນຊຸມປີ 1800 ແລະຂໍ້ຕົກລົງຫວ່າງມໍ່ໆມານີ້.
ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດຂອງສະຫະລັດ ທ່ານນາງເດັບ ຮາແລນ (Deb Haaland) ກ່າວວ່າ “ປະເທດຊົນເຜົ່າ ໄດ້ເຮັດສົນທິສັນຍາຕ່າງໆ ສ່ວນນຶ່ງກໍແມ່ນເພື່ອປົກປ້ອງວິຖີຊີວິດແລະສິດທິພື້ນຖານທີ່ມີມາແຕ່ກຳເນີດຂອງພວກເຂົາເຈົ້າ ຕໍ່ຊັບພະຍາກອນທຳມະຊາດທາງດ້ານວັດທະນະທຳ ເສດຖະກິດ ແລະຄວາມສຳຄັນໃນການດຳລົງຊີວິດ.”
ທ່ານນາງກ່າວຕື່ມວ່າ “ມັນແມ່ນພັນທະຂອງພວກເຮົາທີ່ຈະໃຫ້ກຽດຕໍ່ສິດທິຕາມສົນທິສັນຍາເຫຼົ່ານີ້ ແລະຮວມເອົາຜົນປະໂຫຍດຂອງພວກຊົນຊາດຊົນເຜົ່າເຂົ້າໄວ້ໃນການເຮັດການຕັດສິນໃຈຂອງພວກເຮົາ ເພື່ອໃຫ້ສິດທິຂອງພວກຊົນຊາດຊົນເຜົ່າກ່ຽວກັບທຸກໆເລື້ອງ ນັບແຕ່ການຫາປາລ່າເນື້ອຕະຫຼອດຈົນການຮັກສາສຸຂະ ພາບ ແລະການສຶກສາ ໄດ້ຮັບການປົກປ້ອງຄຸ້ມຄອງ.”
ບົດບັນທຶກຄວາມເຂົ້າໃຈລະຫວ່າງບັນດາ 17 ພະແນກການ ແມ່ນຮຽກຮ້ອງໃຫ້ມີການສ້າງຕັ້ງຂໍ້ມູນທີ່ສາມາດຄົ້ນຫາໄດ້ກ່ຽວກັບສົນທິສັນຍາຕ່າງໆລະຫວ່າງລັດຖະບານສະຫະລັດ ແລະປະເທດຊົນຊາດຊົນເຜົ່າ ເພື່ອຊ່ວຍໃຫ້ລັດຖະບານສາມາດປະຕິບັດຕາມພັນທະຕ່າງໆຂອງສົນທິສັນຍາ.
ຂໍ້ຕົກລົງນ໋ີ້ຍັງໄດ້ຮຽກຮ້ອງໃຫ້ມີການປັບປຸງການພິຈາລະນາກ່ຽວກັບສິດທິພາຍໃຕ້ສົນທິສັນຍາ ໃນການເຮັດການຕັດສິນໃຈຂອງລັດຖະບານ ແລະລະບຸສິດທິຂອງຊົນຊາດຊົນເຜົ່າທີ່ອາດຈະໄດ້ຮັບຜົນກະທົບໃນທາງທີ່ບໍດີຈາກລະບຽບການຕ່າງໆຂອງລັດຖະບານ.
ກະຊວງຊັບພະຍາກອນທຳມະຊາດຂອງສະຫະລັດ ກ່າວວ່າ ສົນທິສັນຍາຫຼາຍໆສະບັບກັບພວກຊົນຊາດຊົນເຜົ່າຢູ່ໃນສະຫະລັດແມ່ນປົກປ້ອງກັນເຂົ້າເຖິງຊັບພະຍາກອນທຳມະຊາດເຊັ່ນການຫາປາ, ແຕ່ໃນຂະນະດຽວກັນກໍຍັງໃຫ້ການຄ້ມຄອງຕໍ່ແຫຼ່ງທີ່ມາຂອງມັນບໍ່ໃຫ້ຕົກຢູ່ໃນສະພາບທີ່ຊຸດໂຊມ.