ໃນການຕອບຮັບຕໍ່ໄພນ້ຳຖ້ວມຢ່າງກວ້າງຂວາງ ຢູ່ບັນດາແຂວງ
ພາກເໜືອ ແລະພາກພາກເໜືອຕອນກາງ ຢູ່ໃນ ສປປ ລາວ ສະ
ຖານທູດສະຫະລັດ ແລະ ກະຊວງແຮງງານແລະສະຫວັດດີການ
ສັງຄົມ ໄດ້ຮ່ວມກັບອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ
ຫຼື IOM ແລະຫ້ອງການປະສານງານອົງການສຸພານິມິດເພື່ອໃຫ້
ການຊ່ວຍເຫລືອແຈກຢາຍເຄື່ອງບັນເທົາທຸກໃຫ້ແກ່ຜູ້ປະສົບໄພ
ນຳ້ຖ້ວມ ໃນຊຸມຊົນຕ່າງໆ ແຂວງບໍລິຄຳໄຊ. ເຄື່ອງຊ່ວຍເຫລືອນີ້ ແມ່ນສວນນື່ງ ຂອງໂຄງ ການ “ສ້າງຄວາມເຂັ້ມແຂງ ໃຫ້ແກ່ລັດຖະບານລາວດ້ານຄວາມສາມາດ ໃນການຄຸ້ມຄອງ
ແລະໃຫ້ການຊ່ວຍເຫລືອ ດ້ານມະນຸດສະທຳສຸກເສີນ ຢ່າງມີປະສິດທິພາບ” ໂຄງການນີ້
ໄດ້ຮັບການສະໜັບສະໜູນ ທາງດ້ານທຶນຮອນ ຈາກອົງການພັດທະນາສາກົນສະຫະລັດ
ອາເມຣິກາ ຫຼື USAID ຂອງຫ້ອງການຊ່ວຍເຫລືອໄພພິບັດສາກົນສະຫະລັດ.
ຜູ້ປະສົບໄພນຳ້ຖ້ວມ ໃນແຂວງບໍລິຄຳໄຊ ແມ່ນໄດ້ຮັບຜົນກະທົບ ຈາກນຳ້ໄຫລເຂົ້າຖ້ວມ
ພື້ນທີ່ຕຳ່ຢ່າງກະທັນຫັນ ໂດຍສະເພາະ ແມ່ນໃນເຂດເມືອງປາກຊັນ ແລະ ເມືອງບໍລິຄັນ.
ປະຊາຊົນທ້ອງຖິ່ນເວົ້າວ່າ ລະດັບນຳ້ສູງຂື້ນຖ້ວມຢ່າງໄວວາ ເຮັດໃຫ້ປະຊາຊົນບໍ່ສາມາດ
ເກັບເຄື່ອງຂອງໄວ້ໄດ້ທັນ ແລະກໍເຮັດໃຫ້ພວກເຂົາເຈົ້າສູນເສຍ ເຄື່ອງໃຊ້ພາຍໃນເຮືອນ
ທີ່ສຳຄັນ. ລະດັບນຳ້ຖ້ວມ ໄດ້ທຳລາຍ ແລະສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານຂອງ
ປະຊາຊົນ ແລະລະບົບຫ້ອງນຳ້ກໍ ຖືກທຳລາຍ ແລະເຄຶ່ອງໃຊ້ຕ່າງໆພາຍໃນຄົວເຮືອນ ກໍ
ຕ້ອງການຜ້າໃບທີ່ກັນນຳ້ໄດ້ເພື່ອປົກຄຸມບ່ອນທີ່ຖືກທຳລາຍແລະຕ້ອງການຄຸນຳ້ເພື່ອເອົາ
ໄວ້ໃຊ້ຕັກນຳ້ສະອາດ.
ລັດຖະບານສະຫະລັດ ໄດ້ໃຫ້ການຊ່ວຍເຫລືອ ເປັນມູນຄ່າ 20,000 ໂດລາ ໂດຍຜ່ານ
ອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານໃນໂຄງການຝຶກອົບຮົມ ເພື່ອຮັບມືກັບໄພ
ທະມະຊາດແລະຫ້ອງການປະສານງານອົງການສຸພານິມິດເພື່ອຈັດຊື້ເຄຶ່ອງໃຊ້ທີ່ຈຳເປັນ
ພາຍໃນຄົວເຮືອນສຳລັບ 1,280 ຄົນ ທີ່ປະສົບໄພນ້ຳຖ້ວມໃນ 256 ຄອບຄົວ. ເຄື່ອງໃຊ້
ທີ່ຈຳເປັນພາຍໃນຄອບຄົວປະກອບດ້ວຍຊຸດສຸຂາອະນາໄມ ມຸ້ງ ຜ້າໃບທີ່ກັນນຳ້ໄດ້ແລະ
ເຄຶ່ອງໃຊ້ໃນເຮືອນຄົວຕ່າງໆ.
ທ່ານຮອງທູດ Michael Keine ໄດ້ກ່າວວ່າ “ພວກເຮົາມີຄວາມກະຕືລືລົ້ນ ທີ່ໄດ້ໃຫ້ການ
ຊ່ວຍເຫລືອ ຜູ້ປະສົບໄພນຳ້ຖ້ວມ ແລະຫວັງວ່າ ເຄື່ອງຊ່ວຍເຫລືອເຫລົ່ານີ້ ຈະຊ່ວຍພວກ
ເຂົາເຈົ້າໄດ້ ໃນຍາມຫຍຸ້ງຍາກນີ້.” ທ່ານຮອງທູດ ຍັງໄດ້ສະແດງຄວາມຂອບໃຈ ມາຍັງ
ອົງການ IOM, World Vison ແລະກົມ ສັງຄົມສົງເຄາະ ທີ່ໄດ້ໃຫ້ການສະໜັບສະໜູນ
ແລະໃຫ້ຄວາມຮວມມື.
ເຄື່ອງຊ່ວຍເຫລືອຕ່າງໆ ແມ່ນໄດ້ຖືກແຈກຢາຍໃຫ້ແກ່ຄອບຄົວ ທີ່ໄດ້ປະສົບໄພນຳ້ຖ້ວມ
ໂດຍເຈົ້າໜ້າທີ່ຈາກ ສະຖານທູ ສະຫະລັດ ອົງການ IOM ແລະອົງ ການ World Vision
ໂດຍໄດ້ຮັບການສະໜັບສະໜູນຈາກກົມສັງຄົມສົງເຄາະ ກະຊວງແຮງງານແລະສະຫວັດ
ດີການສັງຄົມ.
In response to widespread flooding in the northern and north-central provinces of Lao PDR, the U.S. Embassy and the Ministry of Labor and Social Affairs are partnering with the International Organization of Migration (IOM) and World Vision to distribute disaster relief supplies to communities in Bolikhamxay province. The disaster relief supply distribution is part of a multi-year “Strengthening Government of Laos Capacity to Manage Humanitarian Emergencies” program funded by the USAID Office of US Foreign Disaster Assistance (OFDA).
Residents of Bolikhamxay Province were inundated by the recent flooding, particularly in the impoverished Paksan and Bolikhan Districts Local residents said the water rose so fast they were unable to pack their belongings and lost many essential household items. Flood waters also damaged houses and latrines with many households needing tarpaulins to cover damaged areas and buckets for carrying water.
With 20,000 USD provided by the U.S. government and facilitated through IOM’s Disaster Response Training Project, World Vision procured essential household items for 1,280 victims in 256 households. These included sanitation kits, mosquito nets, tarpaulins, and kitchen equipment.
U.S. Embassy Deputy Chief of Mission Michael Kleine said, “We are eager to help the victims of the flooding and hope that these supplies will help them during this difficult time.” He thanked IOM, World Vision and the Department of Social Welfare for their support and cooperation.
The equipment was distributed to flood victim families by officials from the U.S. Embassy, IOM and World Vision, with the support of the Department of Social Welfare.