ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນອກ​ຈາກ​ເງິນ​ບັນ​ເທົາ​ທຸກ​​ອື່ນໆແລ້ວ ລັດ​ຖະບານ​ ສ​ຫລ ຍັງ​ໃຫ້​ເງິນຊ່ວຍ​ ​ໃຊ້ຈ່າຍ​ໃນ​ການສົ່ງ​ສະການ ​ຜູ້​​ເສຍ ​ຊີ​ວິດ​ຍ້ອນ ​​ໂຄວິດ-19 ອີກ


​ທ່ານ​ນາງ​ໂບ ທາວ (ຊ້າຍ), ຜູ້​ນຳ​ປະ​ຊາ​ຄົມ​ລາວ​ເຜົ່າ​ມົ້ງ-ອາ​ເມ​ຣິ​ກັນ​ທີ່​ລັດ​ເມ​ນີ​ໂຊ​ຕາ
​ທ່ານ​ນາງ​ໂບ ທາວ (ຊ້າຍ), ຜູ້​ນຳ​ປະ​ຊາ​ຄົມ​ລາວ​ເຜົ່າ​ມົ້ງ-ອາ​ເມ​ຣິ​ກັນ​ທີ່​ລັດ​ເມ​ນີ​ໂຊ​ຕາ

ນອກ​ຈາກ​ມີ​ການ​ຊ່ວຍ​ເຫລືອ​ດ້ານ​ຢາ​ວັກ​ຊີນ​ໃຫ້​ຄົນ​ທົ່ວ​ໄປໃນ​ປະ​ເທດ ໂດຍບໍ່​ຈຳ​ແນກ​ວ່າ​ຖື​ສັນ​ຊາດ​ໃດ​ກໍ​ຕາມ ແລະ​ເງິນ​ບັນ​ເທົາ​ທຸກ​ແກ່​ຄົນ​ອາ​ເມ​ຣິ​ກັນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ແລ້ວ ​ນັບ​ແຕ່​ກາງ​ປີ 2021 ເປັນ​ຕົ້ນ​ມາ ລັດ​ຖະ​ບານ​ພາຍ​ໃຕ້​ການ​ນຳຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ​ໄດ້​ໃຫ້​ເງິນ​ຊ່ວຍ​ເຫລືອ​ຫລາຍ​ເຖິງ 9,000 ໂດ​ລາ ​ເພື່ອ​ໃຊ້​ຈ່າຍ​ເຂົ້າ​ໃນການສົ່ງ​ສະ​ການ​ຂອງ​ຜູ້​ທີ່​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19. ການ​ຊ່ວຍ​ເຫລືອ​ດັ່ງ​ກ່າວນີ້ແມ່ນ​ສຳ​ຄັນ​ຫລາຍສຳ​ລັບ​ປະ​ຊາ​ຄົມ​ສ່ວນ​ນ້ອຍ ເຊັ່ນ​ຊົນເຜົ່າ​ມົ້ງທີ່​ມີ​ເຊື້ອ​ສາຍ​ມາ​ຈາກ​ລາວ ດັ່ງ​ທີ່ທ່ານາ​ນາງ​ໂບ ​ທາວ, ຜູ້​ນຳ​ປະ​ຊາ​ຄົ​ມ ອາ​ເມ​ຣິ​ກັນ​ເຊື້ອ​ສາຍມົ້ງທີ່​ມາ​ຈາກ​ລາວໃນ​ລັດ​ເມ​ນີ​ໂຊ​ຕາ ບອກ​ກັບ​ວີ​ໂອ​ເອ​ວ່າ:

ລິງໂດຍກົງ

"ອົງ​ການ​ຟີ​ມາ (FEMA) ມີເງິນຈຳນວນນຶ່ງທີ່ເຂົາເຈົ້າເອົາໄປຈັດພິທີສົ່ງ​ສະ​ການ, ຄ່າໃຊ້ຈ່າຍໃນການ​ເຮັດງານສົບໃຫ້ແກ່ຊຸມຊົນ, ແຕ່ບໍ່ມີໃຜເອົາຂໍ້ມູນນັ້ນອອກມາ ສູ່ຊຸມຊົນ ແລະ ຂ້ອຍຄິດວ່າເຈົ້າຮູ້ໃນງານສົບຂອງຊຸມຊົນ ພວກເຮົາແມ່ນ ແພງຫຼາຍເນື່ອງຈາກພິທີກຳຕ່າງໆທີ່ຄອບຄົວເຮັດ. ຂ້າພະເຈົ້າ ຄິດວ່າປ ະຊາຊົນບໍ່ໄດ້ເຂົ້າເຖິງຂໍ້ມູນປະເພດນັ້ນ. ດັ່ງນັ້ນບາງຄອບຄົວມີຄືກັບ ພະນັກ ງານຂອງຂ້ອຍທີ່​ມີພໍ່, ແມ່ ແລະ ແມ່ຕູ້ຂອງນາງເສຍຊີວິດໄປ​ ເກືອບ​ວ່າ​ພ້ອມໆ ກັນ ສະນັ້ນສາມຄົນເສຍຊີວິດໃນຄອບຄົວດຽວ ມັນ​ເປັນເລື້ອງເຈັບປວດໃຈຫຼາຍ, ທັງຍັງເປັນພາລະທາງດ້ານການເງິນຫຼາຍອີກ.”

ໃນ​ຕອນນີ້ ເຖິງ​ແມ່ນ​ວ່າ​ ຈະ​ຍັງ​ບໍ່​ທັນ​ມີ​ເງິນຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ສຳ​ລັບ​ໂຣກ​ໝາກ​ສຸກ​ລີງ​ເທື່ອ​ກໍ​ຕາມ ແຕ່​ບັນ​ດາຜູ້​ນຳ​ໃນ​ປະ​ຊາ​ຄົມຕ່າງໆ ໂດຍ​ສະ​ເພາະ​ແມ່ນ​ປະ​ຊາ​ຄົມ​ຊົນ​ເຜົ່າ​ສ່ວນ​ນ້ອຍໃນ​ສະ​ຫະ​ລັດ ເຊັ່ນ​ຄົນ​ເຊື້ອ​ສາຍ​ລາວທີ່​ລວມ​ທັງ​ເຜົ່າ​ມົ້ງ​ຄວນ​ເອົາໃຈ​ໃສ່​ຕິດ​ຕາມການ​ປະ​ກາດ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ຕ່າງໆ ລວມ​ທັງເລື້ອງນີ້ ຊຶ່ງ​ຫລາຍ​ຄົນ​ອາດບໍ່​ຮູ້, ອີງ​ຕາມທ່ານ​ນາງ​ໂບ ທາວກ່າວ.

XS
SM
MD
LG