ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ ສະ​ຫະ​ລັດ ປະ​ເຊີນ​ກັບ​ການ​ທາງ​ຕັນ​ ກ່ຽວ​ກັບ ເງິນ​ທຶນ​ອີກ​ຄັ້ງ​ນຶ່ງ


ທີວ​ທີວ​ທ​ັດ​ທົ່ວ​ໄປ​ຂອງ​ຕຶກ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊ​ິງ​ຕັນ, 7 ພະ​ຈິກ 2023. (Diaa Bekheet/VOA)
ທີວ​ທີວ​ທ​ັດ​ທົ່ວ​ໄປ​ຂອງ​ຕຶກ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວໍ​ຊ​ິງ​ຕັນ, 7 ພະ​ຈິກ 2023. (Diaa Bekheet/VOA)

ລັດ​ຖະ​ບານ​ສະ​ຫະ​ລັດແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ການ​ປິດ​ລັດ​ຖະ​ບານເປັນ​ບາງ​ສ່ວນ​ ​ອີກ​ຄັ້ງ​ນຶ່ງ, ເຊິ່ງ​ອາດ​ຈະ​ເກີດ​ຂຶ້ນ​ໃນ​ທ່ຽງ​ຄືນ​ວັນ​ສຸກ​ນີ້ ຖ້າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ແລະ ທຳ​ນຽບ​ຂາວບໍ່​ສາ​ມາດ​ທີ່​ຈະ​ຕົກ​ລົງ​ກັນ ກ່ຽວ​ກັບ ແຜນ​ການ​ໃຊ້​ຈ່າຍ​ໃໝ່.

ຄວາມ​ຂັດ​ແຍ້ງ​ດ້ານ​ເງິນ​ທຶນ​ຄັ້ງຫຼ້າ​ສຸດ​ໄດ້​ເພັ່ງ​ເລັງ​ໃສ່ສະ​ພາ​ຕ່ຳ​ທີ່​ມີ​ການ​ແຕກ​ຫັກ​ທາງ​ດ້ານ​ການ​ເມືອງ, ເຊິ່ງ​ພັກ​ຣີ​ພັບ​ບ​ລີ​ກັນ​ກຳ​ສຽງ​ສ່ວນຫຼາຍ​ຢ່າງ​ຫວຸດ​ຫວິດ ແຕ່ບໍ່​ມີ​ຄວາມ​ເຫັນ​ພ້ອມ​ກັນ ກ່ຽວ​ກັບ ບູ​ລິ​ມະ​ສິດ​ສູງ​ສຸດ​ໃນ​ການ​ໃຊ້​ຈ່າຍ.

ກຸ່ມ​ຫົວ​ອະ​ນຸ​ລັກ​ນິ​ຍົມຈັດ​ໄດ້​ຮຽກ​ຮ້ອງ​ໃຫ້​ຕັດ​ການ​ໃຊ້​ຈ່າຍ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຫົວ​ປານ​ກາງກວ່າ ແລະ ສະ​ພາ​ຕ່ຳ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ເກືອບ​ວ່າມີ​ຄວາມເປັນ​ເອ​ກະພາບ​ກັນ, ພ້ອມ​ກັບ​ສະ​ພາ​ສູງ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ແລະ ປະ​ທາ​ນາ​ທິ​ບໍ​ດີສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ, ໄດ້​ປະ​ຕິ​ເສດ.

ຄວາມ​ຂັດ​ແຍ້ງ​ແບບ​ດຽວ​ກັນ​ໄດ້​ເກີດ​ຂຶ້ນ​ໃນ​ທ້າຍ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ, ແຕ່​ອະ​ດີດ​ປະ​ທານ​ສະ​ພາ​ຕ່ຳ ທ່ານ ເຄວິນ ແມັກ​ຄາ​ທີ, ຫົວ​ໜ້າ​ຂອງ​ສະ​ພາ​ຕ່ຳ​ພັກ​ຣີ​ພັບ​ບ​ລີ​ກັ​ນ​ທີ່​ກຳ​ສຽງ​ສ່ວນຫຼາຍ​ນັ້ນ, ໄດ້​ຜັກ​ດັນ​ໃຫ້ຮັບ​ເອົາ​ຮ່າງ​ມະ​ຕິ​ຢ່າງວ່ອງ​ໄວ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ເພື່ອ​ໃຫ້​ທຶນ​ການ​ດຳ​ເນີນ​ງານ​ລັດ​ຖະ​ບານ​ຢ່າງ​ເຕັມ​ທີ່​ໃນ​ວັນ​ສຸກ. ແຕ່​ການທີ່​ເກືອບ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ສະ​ມາ​ຊິ​ກ​ສະ​ພາ​ຫົວ​ອະ​ນຸ​ລັກ​ນິ​ຍົມ​ທີ່​ຄັດ​ຄ້ານ 8 ຄົນ​ໂມ​ໂຫ ຈົນ​ເຮັດ​ໃຫ້​ເຂົາ​ເຈົ້າ​ອອກ​ມາ​ຕໍ່​ຕ້ານ​ທ່ານ ແມັກ​ຄາ​ທີ, ແລະດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເອ​ກະ​ສັນ​ຈາກ​ພັກ​ເດ​ໂມ​ແຄ​ຮັດ, ໄດ້​ຂັບ​ໄລ່ສະ​ມາ​ຊິກ​ສະ​ພາ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ​ນັ້ນ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທານ​ຂອງ​ທ່ານ, ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG