ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຣ່ານ ສະໜັບສະໜຸນ ການກໍ່ການຮ້າຍ ເພີ້ມຂຶ້ນ ປີກາຍນີ້ (ວີດີໂອ)


ສະຫະລັດກ່າວວ່າ ປີ 2012 ຜ່ານມາ ແມ່ນເປັນຂີດໝາຍ ຂອງ
ການຟື້ນໂຕຄືນ ໃນການໃຫ້ຄວາມສະໜັບສະໜຸນ ພວກກໍ່ການ
ຮ້າຍຂອງລັດຖະບານອີຣ່ານ ຂະນະທີ່ແກນນຳ ຂອງກຸ່ມກໍ່ການ ຮ້າຍອາລກາອີດາຢູ່ໃນປາກິສຖານ ຍັງສືບຕໍ່ອ່ອນກຳລັງລົງ.

ລາຍງານປະຈຳປີ ທີ່ກະຊວງການຕ່າງປະເທດສະຫະລັດໄດ້ນຳ
ສະເໜີຕໍ່ລັດຖະສະພາ ໃນວັນພະຫັດວານນີ້ ແຈ້ງວ່າ ກຸ່ມ Hez-
bollah ທີ່ມີຖານປະຕິບັດງານ ທັງຢູ່ໃນອີຣ່ານ ແລະເລບານອນ ແມ່ນດຳເນີນການຢ່າງຂຸ້ນຂ້ຽວເປັນພິເສດ ໃນການວາງແຜນກໍ່
ການຮ້າຍໃນປີກາຍນີ້ແລະໃຫ້ການສະໜັບສະໜຸນໃນຂອບເຂດ
ທີ່ກວ້າງຂວາງ ຕໍ່ອຳນາດການປົກຄອງຊີເຣຍ ເພື່ອປາບປາມປະ
ຊາຊົນຊາວຊີເຣຍ.

ລາຍງານເວົ້າວ່າພວກແກນນຳຂອງກຸ່ມກໍ່ການຮ້າຍອາລກາອີດາທີ່ມີສຳນັກງານໃຫຍ່ຢູ່ປາ ກິສຖານແລະສາຂາທີ່ປະເທດເຢເມນໄດ້ອ່ອນກຳລັງລົງໃນປີ 2012 ແລະລັດຖະບານໂຊ ມາເລຍ ທີ່ໄດ້ຮັບການຊ່ອຍເຫຼືອ ຈາກສະຫະພາບອາຟຣິກາ ໄດ້ຂັບໄລ່ ພວກຫົວຮຸນແຮງ al-Shabaab ອອກຈາກຫົວເມືອງໃຫຍ່ໆຂອງໂຊມາເລຍ. ແຕ່ຄວາມວຸ້ນວາຍໃນພາກຕາ ເວັນອອກກາງແລະອາຟຣິກາເໜືອໄດ້ສ້າງຄວາມຍຸ່ງຍາກໃຫ້ແກ່ການຮັບມືກັບການກໍ່ການ ຮ້າຍ.

ໃນຂະນະທີ່ການສົ່ງແລະການຮັບເງິນຊ່ອຍເຫຼືອ ມີຄວາມຍຸ່ງຍາກເພີ້ມຂຶ້ນ ເຄືອຂ່າຍຂອງ ກຸ່ມກໍ່ການຮ້າຍອາລກາອີດາຈຳນວນນຶ່ງ ຈຶ່ງໄດ້ພົວພັນໃນການລັກພາໂຕເພື່ອຮຽກຄ່າໄຖ່ ແລະການກໍ່ອາດຊະຍາກຳອື່ນໆ ເພື່ອມາສະໜັບສະໜຸນການກໍ່ການຮ້າຍຂອງພວກເຂົາ.

ລາຍງານເວົ້າວ່າ ມີການໂຈມຕີກໍ່ການຮ້າຍເກີດຂຶ້ນຢູ່ໃນ 85 ປະເທດໃນປີ 2012 ຜ່ານມາ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນປາກິສຖານ ອີຣັກ ແລະ ອັຟການິສຖານ. ລາຍງານສະຫລຸບວ່າ ການເອົາຊະນະຕາໜ່າງກໍ່ການຮ້າຍ ແມ່ນຈຳເປັນ ຕ້ອງມີການໃຫ້ຄວາມຮ່ວມມືຂອງນາໆ ຊາດ ແລະໃນໄລຍະຍາວຕ້ອງໄດ້ມີການເສີມສ້າງຄວາມສາມາດຢູ່ໃນທົ່ວໂລກເພື່ອຕໍ່ຕ້ານ ແນວຄິດທີ່ຊຸກຍູ້ໃຫ້ມີການກໍ່ການຮ້າຍນັ້ນ.
XS
SM
MD
LG