ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໃຫ້ການທົບທວນ ທີ່ເປັນແງ່ບວກ ຕໍ່ວັກຊີນ COVID-19 ຊະນິດທີສອງ


ພະຍາບານຄົນນຶ່ງສັກຢາໃຫ້ອາສາສະໝັກ ໃນລະຫວ່າງການສຶກສາ ກ່ຽວກັບ ຢາວັກຊີນ COVID-19 ທີ່ຖືກພັດທະນາໂດຍສະຖາບັນເພື່ອສຸຂະພາບແຫ່ງຊາດ ແລະ ບໍລິສັດ Moderna In 27 ກໍລະກົດ, 2020, ເມືອງ ບິງແຮມຕັນ, ລັດ ນິວຢອກ.
ພະຍາບານຄົນນຶ່ງສັກຢາໃຫ້ອາສາສະໝັກ ໃນລະຫວ່າງການສຶກສາ ກ່ຽວກັບ ຢາວັກຊີນ COVID-19 ທີ່ຖືກພັດທະນາໂດຍສະຖາບັນເພື່ອສຸຂະພາບແຫ່ງຊາດ ແລະ ບໍລິສັດ Moderna In 27 ກໍລະກົດ, 2020, ເມືອງ ບິງແຮມຕັນ, ລັດ ນິວຢອກ.

ໃນຂະນະທີ່ໂຮງໝໍຕ່າງໆໃນ ສະຫະລັດ ໄດ້ເລັ່ງການສັກຢາ COVID-19 ໃນ ວັນອັງຄານວານນີ້ ດ້ວຍຢາວັກຊີນຊະນິດທຳອີດໄດ້ຮັບອະນຸມັດສຳລັບການນຳໃຊ້ສຸກເສີນນັ້ນ, ບັນດາຜູ້ອອກກົດລະ ບຽບລັດຖະບານກາງໄດ້ປະກາດການທົບທວນທີ່ເປັນແງ່ບວກ ກ່ຽວກັບ ຢາວັກຊີນຊະນິດທີສອງ ເພື່ອຕໍ່ສູ້ກັບວິກິດການທີ່ ກຳລັງຮ້າຍແຮງຂຶ້ນຂອງປະເທດ.

ອົງການອາຫານ ແລະ ຢາ ສະຫະລັດ ໄດ້ກ່າວວ່າ ການວິເຄາະເບື້ອງຕົ້ນຂອງວັກຊີນທີ່ຖືກພັດທະ ນາໂດຍບໍລິສັດ Moderna ແລະ ສະຖາບັນສຸຂະພາບແຫ່ງຊາດໄດ້ຢືນຢັນວ່າມັນປອດໄພ ແລະ ມີປະສິດທິຜົນ.

ການທົບທວນຂອງອົງການອາຫານ ແລະ ຢາ ໄດ້ເຮັດໃຫ້ຢາວັກຊີນຂອງບໍລິສັດ Moderna ຫຍັບໃກ້ເຂົ້າສູ່ການໄດ້ຮັບອະນຸມັດການນຳໃຊ້ ແລະ ຈະມີຂຶ້ນໃນຂະນະທີ່ໂຮງໝໍທັງຫຼາຍໃນ ສະຫະລັດ ຂະຫຍາຍການສັກຢາດ້ວຍຢາທີ່ຖືກພັດທະນາຂຶ້ນໂດຍບໍລິສັດ Pfizer ແລະ BioNTech, ເຊິ່ງອົງການອາຫານ ແລະ ຢາ ໄດ້ອະນຸມັດສຳລັບການໃຊ້ສຸກເສີນໃນອາທິດທີ່ຜ່ານມາ.

ຄະກຳມະການນຶ່ງຂອງບັນດາຜູ້ຊ່ຽວຊານທີ່ປຶກສາພາຍນອກຈາກສະເໜີຄຳແນະນຳຂອງເຂົາເຈົ້າ ກ່ຽວກັບ ຢາວັກຊີນຂອງບໍລິສັດ Moderna ໃນວັນພະຫັດມື້ອື່ນນີ້, ດ້ວຍການຕັດສິນໃຈຄັ້ງສຸດ ທ້າຍຂອງອົງການອາຫານ ແລະ ຢາ ຄາດວ່າຈະມີຂຶ້ນບໍ່ດົນຫຼັງຈາກນັ້ນ.

ບັນດາສະມາຊິກພະນັກງານຂອງອົງການອາຫານ ແລະ ຢາ ບໍ່ໄດ້ຍົກຄວາມເປັນຫ່ວງໃໝ່ທີ່ສຳຄັນຂຶ້ນມາ ກ່ຽວກັບ ຢາວັກຊີນຂອງບໍລິສັດ Moderna ໃນ ເອກະສານ, ເຊິ່ງຖືກເປີດເຜີຍໃນວັນອັງ ຄານວານນີ້, ທີ່ຖືກກະກຽມສຳລັບການປະຊຸມຂອງບັນດາຜູ້ຊ່ຽວຊານໃນວັນພະຫັດມື້ອື່ນນີ້.

ສະຫະລັດ ໄດ້ເລີ່ມສັກຢາຂອງບໍລິສັດ Pfizer ໃນວັນຈັນທີ່ຜ່ານມາ, ດ້ວຍພະນັກງານປິ່ນປົວສຸຂະ ພາບເປັນຜູ້ທຳອິດທີ່ໄດ້ຮັບການສັກຢາກ່ອນໝູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG