ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເດັກຍິງ ສຫລ ທີ່ຖືກຫ້າມ ບໍ່ໃຫ້ໄປຮຽນ ຍ້ອນຢ້ານ ອີໂບລາ ກັບຄືນ ເຂົ້າຮຽນແລ້ວ


ພະນັກງານການແພດ ກຳລັງແຈກຢາຍ ລາຍລະອຽດກ່ຽວກັບ ການຕິດເຊື້ອໄວຣັສ ອີໂບລາ.
ພະນັກງານການແພດ ກຳລັງແຈກຢາຍ ລາຍລະອຽດກ່ຽວກັບ ການຕິດເຊື້ອໄວຣັສ ອີໂບລາ.

ໜັງສື​ພີ​ມ ທີ່​ມີ​ຊື່​ສຽງ ສະຫະລັດ ສະບັບນຶ່ງ ກ່າວ​ວ່າ ​ເດັກ​ຍິງ​ອາ
ຍຸ 7 ປີ ທີ່​ ​ລັດ Connecticut ​ໄດ້​ກັບ​ຄືນ​ໄປເຂົ້າ​ຫ້ອງ​ຮຽນ​ຂອງ
​ລາວ​ແລ້ວຫລັງ​ຈາກ​ໄດ້​ຖືກ​ຫ້າມ ບໍ່​ໃຫ້​ໄປ​ໂຮງຮຽນ ​ເພາະຢ້ານ
ວ່າ ລາວອາດ​ຕິດ​ເຊື້ອ​ໄວຣັສອີ​ໂບລາ ເວລາ​ລາວ​ໄປ​ຢ້ຽມຢາມ
ອາ​ຟຣິກາ.

ໜັງ​ສື​ພິມ New York Times ກ່າວ​ວ່າ ນາງ Ikeoluwa Opa-
yemi ​ໄດ້​ອະນຸ​ຍາດ ໃຫ້ກັບ​ໄປໂຮງ​ຮຽນ​ແລ້ວ ​ໃນ​ວັນ​ສຸກ​ວານ​ນີ້
ທີ່​ເມືອງ Milford ຊຶ່ງ ເປັນການຕ່າວ​ປີ້ນ​ການ​ຕັດສິນ​ໃຈ​ຂອງ​ໂຮງ
ຮຽນ​ກ່ອນໜ້ານັ້ນ ທີ່​ຫ້າມ​ບໍ່​ໄຫ້​ລາວ​ໄປ​ໂຮງຮຽນ ​ເປັນ​ເວລາ 21
ມື້ ອັນ​ເປັນ​ຊ່ວງເວລາ​ທີ່ອາການ​ຂອງ​ພະຍາດສາ ມາດ​ປາກົດ​ອອກ​ມາ​ໃຫ້ເຫັນໄດ້.

ໜັງສື​ພິມ Times ກ່າວ​ວ່າ ​ເດັກ​ຍິງຄົນນີ້ ​ແລະ​ພໍ່​ຂອງ​ລາ​ວ ​ໄດ້​ເດີ​ນທາງ​ໄປ ​ໄນ​ຈີ​ເຣຍ​ໃນ
​ເດືອນ​ຕຸລາ ​ເພື່ອ​ຮ່ວມ​ພິທີແຕ່ງງານສະມາຊິກໃນ​ຄອບຄົວ ​ແຕ່​ບໍ່ເປັນ​ທີ່​ຮູ້​ວ່າ ມີຄົນ​ເຈັບ​
ຕິດ​ເຊື້ອ​ອີໂບລາ ຢູ່ໃນ​ໄນ​ຈີ​ເຣຍເລີຍ.

ໜັງສື​ພິມ​ ກ່າວ​ວ່າ ຄອບຄົວ​ໄດ້​ຟ້ອງ​ຮ້ອງລະບົບໂຮງຮຽນ Milford ​ແລະ​ທັງ​ສອງ​ຝ່າຍ​ໄດ້
ຕົກລົງກັນກ່ຽວກັບ​ຄະດີນີ້. ບໍ່​ມີ​ລາຍ​ລະອຽດ​ໃດໆ ແຈ້ງໃຫ້ຊາບ ກ່ຽວ​ກັບ​ກັບ​ການ​ຕົກລົງ
​ກັນດັ່ງກ່າວ.

ນອກຈາ​ກນັ້ນ​ອີກ ​ໃນ​ວັນ​ສຸກ​ວານ​ນີ້ ​ໄອ​ຍະ​ການ​ສານ ທີ່​ລັດ Maine ໃນພາກ​ຕາ​ເວັນ​ຕົກ​
ສຽງເໜືອຂອງສະຫະລັດ ກໍໄດ້​ຕັດ​ສິນ​ ບໍ່ເຫັນພ້ອມກ່ຽວກັບການບັງ ຄັບໃຫ້ໃຫ້​ກັກ​ບໍລິ​
ເວນ ທີ່ລັດດັ່ງກ່າວຢາກນຳໃຊ້ກັບນາງພະຍາບານ ທີ່​ກັ​ບຄືນ​ມາຈາກ​ການປິ່ນປົວ​ຄົນ​ເຈັບ
​ຕິດ​ເຊື້ອ​ອີ​ໂບລາ ທີ່ ອາ​ຟຣິກາຕາ​ເວັນ​ຕົກ.

​ຜູ້ພິພາກສາກ່າວ​ວ່າ ​ນາງ Kaci Hickox ບໍ່​ໄດ້​ສ​ະ​ແດງ​ຮ່ອງ​ຮອຍໃຫ້ເຫັນວ່າ ​ຕິດເຊື້ອ​
ອີ​ໂບລາ ​ແລະສາມາດ​ໄປໃສມາໃສໄດ້​ຢ່າງ​ເສລີ ​ແຕ່​ຕ້ອງ​ໄດ້​ແຈ້ງ​ໃຫ້ ບັນດາ​ເຈົ້າ​ໜ້າ​ທີ່
ສາທາລະນະ​ສຸກ ຊາບ​ໃນທັນທີ ​ຖ້າ​ຫາກ​ວ່າ​ສະພາບ​ການ​ດ້ານ​ສຸຂະພາບ ຂອງ​ນາງ​ປ່ຽນ
​ແປງ. ນາງກ່າວ​ວ່າ ການ​ກັກ​ບໍລິ​ເວນ​ເປັນ​ການ​ລະເມີດ ​ຕໍ່ສິດທິ​ພົນລ​ະ​ເມືອງ​ຂອງ​ນາງ.

​ນາງ Hickox ບໍ່ຍອມ​ປະຕິບັດ​ຕາມມາດຕະການ​ກັກ​ບໍລິ​ເວນ​ຂອງລັດ ​ແລະ​ໃນ​ວັນ
​ພະຫັດຜ່ານມານີ້ ນາງໄດ້​ໄປ​ຂີ່​ລົດຖີບ​ໄປກັບ​ແຟນຂອງ​ນາງ. ນອກນັ້ນ​ນາງ ຍັງ​ໄດ້​ສຳ​
ຜັດ​ມື​ກັບນັກ​ຂ່າວຄົນ​ນຶ່ງໃນອາທິດນີ້ຫຼັງ​ຈາກ​ກອງ​ປະຊຸມ​ຖະແຫຼງຂ່າວ.

EBOLA VO
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG