ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພວມຍົກຍ້າຍ ພົນລະເຮືອນຂອງຕົນ ອອກຈາກນະຄອນຫຼວງ ກາບູລ


ເຈົ້າໜ້າທີ່ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢືນຢູ່ຂ້າງທາງ ໃນເມືອງ ເຮຣັດ. 12 ສິງຫາ, 2021.
ເຈົ້າໜ້າທີ່ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢືນຢູ່ຂ້າງທາງ ໃນເມືອງ ເຮຣັດ. 12 ສິງຫາ, 2021.

ຍັງເຫຼືອອີກພຽງບໍ່ເທົ່າໃດອາທິດ ຈາກການສຳເລັດການຖອນກອງທັບຂອງເຂົາເຈົ້າອອກຈາກ ອັຟການິສຖານ ນັ້ນ, ສະຫະລັດ ແມ່ນກຳລັງສົ່ງກອງທະຫານຕໍ່ສູ້ຫຼາຍພັນຄົນກັບໄປນະຄອນຫຼວງ ກາບູລ ໃນຄວາມພະຍາຍາມຄັ້ງສຸດທ້າຍທີ່ຈະເຄື່ອນຍ້າຍເຈົ້າໜ້າທີ່ການທູດ ແລະ ພັນທະມິດ ອັຟການິສຖານ ອອກຈາກອັນຕະລາຍ.

ການເຄື່ອນໄຫວດັ່ງກ່າວ, ເຊິ່ງຖືກປະກາດໃນວັນພະຫັດວານນີ້ ໂດຍກະຊວງການຕ່າງປະເທດ ແລະ ທຳນຽບຫ້າແຈນັ້ນ, ໄດ້ມີຂຶ້ນໃນຂະນະທີ່ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ທີ່ໄດ້ຮັບການຝຶກຊ້ອມ ແລະ ປະກອບອາວຸດຈາກ ສະຫະລັດ ສືບຕໍ່ທີ່ຈະແຕກຫັກຍ້ອນການໂຈມຕີທີ່ໄດ້ເຮັດໃຫ້ເກືອບເຄິ່ງນຶ່ງຂອງເມືອງເອກຂອງ 34 ແຂວງໃນ ອັຟການິສຖານ ຕົກເປັນຂອງພວກກະບົດ ຕາລີບານ ໃນເວລາບໍ່ເຖິງ 1​ ນຶ່ງອາທິດ.

ຊຸດທຳອິດຂອງການເສີມກຳລັງນັ້ນ, ກຳລັງທະຫານ 3,000 ຄົນຈາກທະຫານນາວິກະໂຍທິນ ແລະ ກອງພັນທະຫານບົກ ສະຫະລັດ, ແມ່ນຄາດວ່າຈະເດີນທາງຮອດນະຄອນຫຼວງ ກາບູລ ຂອງ ອັຟການິສຖານ ພາຍໃນ 24 ຫາ 48 ຊົ່ວໂມງ.

ເຈົ້າໜ້າທີ່ກອງທັບ ສະຫະລັດ ຕື່ມອີກ 1,000 ຄົນແມ່ນໄດ້ຖືກສົ່ງໄປປະເທດ ກາຕ້າ, ເຊິ່ງໄດ້ເຮັດໜ້າທີ່ເປັນສູນກາງການປະສານງານຂອງ ສະຫະລັດ ໃນ ອັຟການິສຖານ ໃນລະຫວ່າງການຖອນຕົວ, ເພື່ອຊ່ວຍດຳເນີນການຂໍສະໝັກວີຊາຄົນເຂົ້າເມືອງພິເສດ ສຳລັບຊາວ ອັຟການິສຖານ ຜູ້ທີ່ໄດ້ເຮັດວຽກກັບ ສະຫະລັດ.

ແລະ ກອງທະຫານອີກ 3,500 ຫາ 4,000 ຄົນຈາກໜ່ວຍຕໍ່ສູ້ທາງອາກາດທີ 82 ຂອງທະຫານບົກ ສະຫະລັດ ໄດ້ຖືກສົ່ງໄປຖານທັບ ສະຫະລັດ ໃນປະເທດ ຄູເວດ, ບ່ອນທີ່ເຂົາເຈົ້າຈະຕຽມພ້ອມ ຖ້າສະຖານະການຊຸດໂຊມລົງໄວກວ່າເກົ່າ.

ໂຄສົກກະຊວງການຕ່າງປະເທດ ທ່ານ ເນັດ ໄພຣສ໌ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ນີ້ບໍ່ແມ່ນການປະຖິ້ມ. ນີ້ບໍ່ແມ່ນການອົບພະຍົບໜີ” ແລະຍອມຮັບວ່າມີແຕ່ “ການມີໜ້າທາງການທູດທີ່ສຳຄັນເທົ່ານັ້ນ” ແມ່ນຈະຍັງຄົງຢູ່ໃນອັຟການິສຖານ.

ທ່ານໄດ້ກ່າວວ່າ “ສິ່ງນີ້ມັນເປັນແມ່ນການຫຼຸດຂະໜາດຂອງການປະຕິບັດການດ້ານພົນລະເຮືອນຂອງພວກເຮົາ. ນີ້ແມ່ນການຫຼຸດຂະໜາດພົນລະເຮືອນ ອາເມຣິກັນ, ຜູ້ທີ່ໃນຫຼາຍໆກໍລະນີ, ຈະສາ ມາດປະຕິບັດໜ້າທີ່ໆສຳຄັນຂອງເຂົາເຈົ້າຢູ່ບ່ອນອື່ນ.”

ຢູ່ທຳນຽບຫ້າແຈ, ໂຄສົກ ທ່ານ ຈອນ ເຄີບີ ໄດ້ກ່າວວ່າການຕັດສິນໃຈທີ່ຈະເພີ່ມກຳລັງທະຫານ ທາງພາກພື້ນດິນຂອງ ສະຫະລັດ ໃນ ອັຟການິສຖານ ຂຶ້ນເປັນສາມເທົ່າແມ່ນ “ສິ່ງທີ່ຮອບຄອບທີ່ສຸດທີ່ຈະເຮັດຍ້ອນສະຖານະການດ້ານຄວາມປອດໄພ ທີ່ກຳລັງຊຸດໂຊມລົງຢ່າງວ່ອງໄວ ຢູ່ໃນ ແລະ ອ້ອມນະຄອນຫຼວງ ກາບູລ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG