ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເຢຍຣະມັນ ແລະ ອາລຈີເຣຍ ມີສິດ ເຂົ້າໄປຫຼິ້ນ ໃນຮອບ 16 ທີມ (ສະໄລດ໌/ວີດີໂອ)


ນັກເຕະບານເຢຍຣະມັນ Mats Hummels (ຊ້າຍ) ແລະ ນັກຫຼິ້ນສະຫະລັດ Fabian Johnson ກຳລັງຍາດບານກັນ
ນັກເຕະບານເຢຍຣະມັນ Mats Hummels (ຊ້າຍ) ແລະ ນັກຫຼິ້ນສະຫະລັດ Fabian Johnson ກຳລັງຍາດບານກັນ

ໃນ​ການ​ແຂ່ງຂັນ​ເຕະ​ບານ​ໂລກທີ່​ປະ​ເທດບຣາຊິ​ລ ​ໃນ​ວັນ​ພະຫັດ
​ວານ​ນີ້ ສະຫະ ລັດ ​ເຢຍຣະມັນ ​ແລະ​ອາລຈີ​ເຣຍ ແມ່ນໄດ້ກ້າວ
ເຂົ້າ​ໄປສູ່ການແຂ່ງຂັນໃນຮອບ​ 16 ທິມແລ້ວ.

​ຢູ່ໃນ​ການ​ແຂ່ງຂັນ​ຂອງກຸ່ມ G ນັ້ນ ​ເຢຍຣະມັນຊະນະສະຫະລັດ
ຢູ່​ທີ່ເດີ່ນເມືອງ Recife 1 ປະຕູ​ຕໍ່ 0 ​ແລະ​ປອກຕຸຍ​ການ​ໄຊຊະນະ
ກາ​ນາ 2 ປະຕູ​ຕໍ່ 1 ທີ່​ເດີ່ນ ນະຄອນ Brasilia. ທັງສະຫະລັດ ​
ແລະປອກຕູຍ​ການ ຕ່າງກໍສີ້​ນສຸດການແຂ່ງ ຂັນ​ລົງ​ດ້ວຍສີ່​ຄະ​ແນນ
​ ​ແຕ່​ວ່າສະຫະລັດ ​ໄດ້​ໄຊຊະນະການມີຄະແນນຈາວກັນຍ້ອນຍິງ
ປະຕູໄດ້ດີກວ່າປອກຕຸຍ​ການ ໃນການແຂ່ງຂັນທັງສາມຄູ່.

​ເຢຍຣະມັນ ມ້ວນທ້າຍການແຂ່ງຂັນໂດຍເປັນ​ທີ​ນຶ່ງໃນ​ກຸ່ມ ຊຶ່ງໄດ້ເຈັດຄະ​ແນນ ກາ​ນາ​ເປັນ​ທີ​
ສີ່ ໄດ້ນຶ່ງ​ຄະແນນ.

World Cup 'Fandemonium' Sweeps Brazil (VOA On Assignment June 27, 2014)
please wait

No media source currently available

0:00 0:03:14 0:00

​ເຢຍຣະມັນ ຈະ​ລົງແຂ່ງກັບອາລຈີ​ເຣຍ ​ໃນ​ວັນ​ຈັນຈະມານີ້ ​ໃນ​ຮອບ​ 16 ທີມ ​ຊຶ່ງເປັນ​ທີ່​ຮູ້​ກັນ
​ອີກ​ວ່າ ຮອບ​ເສຍໄຊແລ້ວໄດ້ອອກ. ອາລ​ຈີ​ເຣຍ ສະ​ເໝີ​ກັນ​ກັບ ຣັດ​ເຊຍ 1 ປະ​ຕູ​ຕໍ່ 1 ​ໃນ​ວັນ
​ພະ​ຫັດວານ​ນີ້​ຢູ່​ທີ່​ເດີ່ນເມືອງ Curitiba ​ແລະສິ້​ນ ສຸດ​ການແຂ່ງຂັນ ໂດຍ​ເປັນ​ທີ​ສອງ​ໃນ​ກຸ່ມ
H ດ້ວຍ​ສີ່​ຄະ​ແນນ.

ໃນ​ວັນ​ອັງຄານ ສະຫະລັດ ຈະ​ລົງແຂ່ງ​ກັບແບ​ລຢ້ຽມ ທີ່​ໄດ້ຊະນະ​ເກົາຫລີໃຕ້ 1 ປະຕູ​ຕໍ່ 0 ຢູ່​
ທີ່ເດີີ່ນເມືອງ Sao Paulo ​ໃນ​ວັນ​ພະຫັດ​ວານນີ້ ໃນການ​ແຂ່ງຂັນ​ອີກຄູ່ນຶ່ງຂອງກຸ່​ມ H. ​
ແບ​ລຢ້ຽ​ມ ​ໄດ້ເປັນ​ທີ​ນຶ່ງ​ໃນກຸ່ມ​ ໂດຍໄດ້ເກົ້າ​ຄະ​ແນນ.

ຮອບ​ຂອງ 16 ທີ​ມ ​ເລີ້ມໃນ​ວັນ​ເສົາ​ມື້​ອຶ່ນນີ້ ໂດຍ​ການ​ແຂ່ງຂັນຂອງສີ່​ທີ​ມ ຈາກ​ອາ​ເມຣິກາ​ໃຕ້.
ບຣາຊິ​ລ ທີ່​ໄດ້​ເປັນ​ແຊ້ມ​ໂລກ​ຫ້າ​ເທື່ອ ຈະຫລີ້ນ​ກັບຊິ​ເລ່ ທີ່​ເດີ່ນ ເມືອງ Belo Horizonte ​ແລະໂຄ​ລອມ​ເບຍ ຈະຫລິ້ນກັບອູຣຸໄກວ ຢູ່ທີ່​ເດີ່ນນະ ຄອນ Rio de Janeiro.

WORLD CUP REAX VOSOT
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG