ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີເຢຍຣະມັນ ຢ້ຽມຢາມທໍານຽບຂາວ


ປະທານາທິບໍດີ ບາຣັກໂອບາມາກໍາລັງຈັບມືກັບນາຍົກລັດ
ຖະມຸນຕີເຢຍຣະມັນ ທ່ານນາງ Angela Merkel ທີ່ທໍານຽບຂາວໃນກຸງວໍຊິງຕັນ ວັນທີ 7 ມິຖຸນາ 2011.
ປະທານາທິບໍດີ ບາຣັກໂອບາມາກໍາລັງຈັບມືກັບນາຍົກລັດ ຖະມຸນຕີເຢຍຣະມັນ ທ່ານນາງ Angela Merkel ທີ່ທໍານຽບຂາວໃນກຸງວໍຊິງຕັນ ວັນທີ 7 ມິຖຸນາ 2011.

ນາຍົກລັດຖະມົນຕີ Angela Merkel ​ແຫ່ງ​ເຢຍຣະມັນ
ກໍາລັງ​ຢູ່​ໃນກຸງ​ວໍ​ຊິງ​ຕັນ​ເພື່ອ​ພົບ​ປະ​ກັບ​ປະທານາທິບໍດີ​
ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ.

ພວກ​ຜູ້​ນໍາ​ທັງ​ສອງ​ກໍ​ານົດຈະ​ພົບ​ປະກັນ​ໃນ​ວັນອັງຄານ
ມື້​ນີ້​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ປະຕິ
ບັດ​ງານ​ຂອງ​ກຸ່ມ​ເນ​ໂຕ້​ໃນ​ລີ​ເບຍ

ຊຶ່ງ​ເປັນ​ໂຄງການ​ນຶ່ງ​ທີ່​ເຢຍຣະມັນ​ບໍ່​ໃຫ້ການ​ສະໜັບສະໜຸນ​ນັ້ນ. ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເບິ່ງ​ຄື​ວ່າ​ຜູ້​ນໍາ​ທັງ​ສອງ​ຈະ​ເວົ້າ​ກັນ​ເລື້ອງ​ອັຟການີສຖານ ຕູ​ນີ​ເຊຍ​ແລະ​ການ​ດໍາ​ເນີນຂັ້ນ​ຕອນ​ສັນຕິພາບ​ໃນ​ພາກຕາ​ເວັນ​ອອກ​ກາງ ​ແລະ​ການ​ເສດຖະກິດ​ຂອງ​ໂລກ​ນັ້ນ.

ນອກ​ນັ້ນ ທ່ານ​ໂອ​ບາ​ມາ ຄາດ​ເຊ່ນ​ກັນ​ວ່າ ຈະ​ສະ​ເໜີ​ຫລຽນ​ຕາ​ຄໍາ​ຊອບຫຼືຫລຽນ​ໄຊອິດ​ສະລະ​ພາບ​ຂອງ​ສະຫະລັດ​ໃຫ້​ທ່ານ​ນາງ Merkel ​ເຊ່ນ​ກັນ ໃນ​ງານ​ລ້ຽງ​ອາຫານ​ຄໍ່າ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ໃນ​ແລງ​ວັນ​ອັງຄານມື້​ນີ້. ທ່ານ​ນາງ Merkel ​ເປັນ​ແມ່ຍິງ​ຄົນ​ທໍາ​ອິດ​ທີ່​ຂຶ້ນ​ເປັນ​ນາຍົກ ລັດຖະມົນຕີຂອງ​ເຢຍຣະມັນ.

ປະທານາທິບໍດີ​ໂອ​ບາ​ມາ​ແລະ​ນາຍົກລັດຖະມົນຕີ Merkel ​ໄດ້​ຮັບປະຫານ​ອາຫານ​ຄໍ່າ​ຮ່ວມ​ກັນ​ຢ່າງ​ບໍ່​ເປັນ​ທາງ​ການ​ໃນ​ແລງ​ວັນ​ຈັນ​ວານ​ນີ້​ໃນຮ້ານ​ອາ​ຫານ​ທີ່​ຫລູຫລາ​ແຫ່ງ​ນຶ່ງ​ໃນ​ຄຸ້ມ​ Georgetown ຄຸ້ມ​ປະ​ວັດສາດໃນ​ກຸງ​ວໍ​ຊິງ​ຕັນ​ນັ້ນ.

ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ Merkel ມີ​ຂຶ້ນ​ໃນ​ຂະນະ​ທີ່ເຢຍຣະມັນພວມ​ທຳການ​ຕໍ່ສູ້​ກັບ​ການລະບາດ​ຂອງ​ເຊື້ອ​ໂຣກ E​. coli ທີ່​ໄດ້​ເຮັດ​ໃຫ້ຜູ້​ຄົນ​ເສຍ​ຊີວິດ​ໄປ​ແລ້ວ 22 ຄົນ​ແລະ​ລົ້ມ​ປ່ວຍອີກ​ປະມານ 2 ພັນ 200 ຄົນ​ນັ້ນ.

XS
SM
MD
LG