ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາຕ້ອນຮັບ ນາຍົກເຢຍຣະມັນ ທີ່ທຳນຽບຂາວ (ເບິ່ງວີດີໂອ)


ທ່ານາງ ແອງເກີລາ ເມີເກິລ ນາຍົກລັດຖະມົນຕີເຢຢຣະມັນ ກັບ ປະທານາທິບໍດີບາຣັກ ໂອບາມາ
ທ່ານາງ ແອງເກີລາ ເມີເກິລ ນາຍົກລັດຖະມົນຕີເຢຢຣະມັນ ກັບ ປະທານາທິບໍດີບາຣັກ ໂອບາມາ

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າມັນຂຶ້ນຢູ່ກັບ ເວລາເທົ່ານັ້ນ ກ່ອນທີ່ຜູ້ນໍາລີເບຍ ມວມມາ ກາດດາຟີ ຈະສະຫລະອໍານາດ.

ທ່ານ ໂອບາມາ ກ່າວເມື່ອວັນອັງຄານວານນີ້ທີ່ທໍານຽບຂາວ ຢູ່ຄຽງຂ້າງກັບ ທ່ານນາງ ແອງເກີລາ ເມີເກິລ ນາຍົກລັດ ຖະມົນຕີເຢຍຣະມັນນັ້ນວ່າ ພາລະກິດທີ່ນໍາໂດຍອົງການ ເນໂຕ້ໃນລີເບຍແມ່ນໄດ້ສ້າງຄວາມກ້າວໜ້າອັນສໍາຄັນໃນ ການພິທັກປົກປ້ອງປະຊາຊົນ ຈາກການຖືກເຂັ່ນຂ້າທີ່ອາດ ມີຂຶ້ນໂດຍກໍາລັງຂອງກາດດາຟີ.

ນາຍົກລັດຖະມົນຕີ ເມີເກິລ ກ່າວວ່າ ເຢຍຣະມັນ ເປັນໃຈນຶ່ງດຽວຢູ່ກັບ ພວກພັນທະມິດ ຂອງເນໂຕ້ໃນການສະໜັບສະໜຸນການປະຕິບັດການຢູ່ໃນລີເບຍ ແຕ່ທ່ານນາງຮັບຮູ້ວ່າ ອາດມີບາງຄັ້ງບາງຄາວທີ່ສະຫະລັດແລະເຢຍຣະມັນມີຄວາມຄິດເຫັນທີ່ແຕກຕ່າງກັນ.

ເຢຍຣະມັນບໍ່ໄດ້ສົ່ງກໍາລັງທະຫານຂອງຕົນໄປປະຕິບັດການຢູ່ໃນລີເບຍ ແຕ່ປະທານາທິບໍດີ ໂອບາມາກ່າວວ່າ ເຢຍລະມັນອະນຸຍາດໃຫ້ພັນທະມິດ ອື່ນໆຂອງເນໂຕ້ ເພີ່ມການສະໜັບ ສະໜຸນຂອງພວກເຂົາເຈົ້າສໍາລັບພາ ລະກິດຢູ່ລີເບຍ ໂດຍການເພີ່ມຊັບພະຍາກອນ ແລະ ພະນັກງານຫລາຍຂື້ນ ຢູ່ໃນອັຟການີສຖານ.

ປະທານາທິບໍດີໂອບາມາໄດ້ໃຫ້ກຽດແກ່ທ່ານນາງ ເມີເກິລ ດ້ວຍພິທີຕ້ອນຮັບຢ່າງໃຫຍ່ຂອງ ການມາຢ້ຽມຢາມຂອງທ່ານນາງ ໂຮມທັງງານລ້ຽງອາຫານຄໍ່າຢ່າງເປັນທາງການ ທີ່ທໍານຽບ
ຂາວເມື່ອຕອນແລງວັນອັງຄານວານນີ້ ໃນລະຫວ່າງການຮັບປະທານອາຫານຄໍ່ານັ້ນ ປະທາ
ນາທິບໍດີໂອບາມາໄດ້ມອບຫລຽນໄຊເສລີພາບຂອງສະຫະລັດໃຫ້ແກ່ທ່ານນາງນາຍົກລັດຖະ
ມົນຕີເຢຍຣະມັນ ຊຶ່ງເປັນການໃຫ້ກຽດສູງສົ່ງທີ່ສຸດຂອງສະຫະລັດ ທີ່ບໍ່ຄ່ອຍໄດ້ມອບໃຫ້ແກ່
ບຸກຄົນທີ່ບໍ່ເປັນສັນຊາດອາເມຣິກັນ.

ທ່ານນາງ Michelle Obama ສະຕຣີໝາຍເລກນຶ່ງ ກ່າວເມື່ອວັນອັງຄານວານນີ້ວ່າ ການ
ມອບກຽດຄັ້ງນີ້ຖືວ່າເປັນສັກຂີຕໍ່ “ຊີວິດທີ່ພິເສດ” ຂອງທ່ານນາງນາຍົກລັດຖະມົນຕີຊຶ່ງເປັນ
ສະຕຣີຄົນທໍາອິດທີ່ໄດ້ເຂົ້າກຳຕໍາແໜ່ງນາຍົກລັດຖະມົນຕີ ພ້ອມທັງເປັນບຸກຄົນຜູ້ຄົນທໍາອິດ
ຈາກເຢຍຣະມັນຕາເວັນອອກນຳດ້ວຍ.

XS
SM
MD
LG