ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍ​ພົນ ສະ​ຫະ​ລັດ​ ຕ້ອງ​ການ​ກຳ​ລັງ ​ທີ່​ມີ​ປະ​ສິດ​ທິ​ພາບ ຫຼາຍ​ຂຶ້ນ ເພື່ອ​ຕອບ​ໂຕ້ ຣັດ​ເຊຍ


ນາຍ​ພົນ ສະ​ຫະ​ລັດ ທ່ານ ເຄ​ີ​ຕິ​ສ ສ​ກາ​ປາ​ຣັອດ​ຕີ, ຜູ້​ບັນ​ຊາ​ກອນ​ຂອງກອງ​ບັນ​ຊາ​ການ ສະ​ຫະ​ລັດ ປະ​ຈ​ຳ ຢູ​ໂຣບ, ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ ກອງ​ທັບ​ ສະ​ພາ​ສູງ ສະ​ຫະ​ລັດ ຢູ່​ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 8 ມີ​ນາ, 2018.
ນາຍ​ພົນ ສະ​ຫະ​ລັດ ທ່ານ ເຄ​ີ​ຕິ​ສ ສ​ກາ​ປາ​ຣັອດ​ຕີ, ຜູ້​ບັນ​ຊາ​ກອນ​ຂອງກອງ​ບັນ​ຊາ​ການ ສະ​ຫະ​ລັດ ປະ​ຈ​ຳ ຢູ​ໂຣບ, ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ ກອງ​ທັບ​ ສະ​ພາ​ສູງ ສະ​ຫະ​ລັດ ຢູ່​ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 8 ມີ​ນາ, 2018.

ສະ​ຫະ​ລັດ ຕ້ອງ​ການກຳ​ລັງ​ທີ່​ມີ​ປະ​ສິດ​ທິ​ພາບຫຼາຍ​ຂຶ້ນ ແລະ​ ເພັ່ງ​ເລັງ​ໃສ່​ການ ຕ້ານ​
ຢັນຕໍ່ການຮຸກຮານຂອງ ຣັດເຊຍ ໃນທົ່ວ ຢູໂຣບ ແລະ ແຫ່ງອື່ນໆ ທີ່ທະວີຂຶ້ນຫຼາຍກວ່າ
ເກົ່າ, ອີງຕາມຜູ້ບັນຊາການລະດັບສູງ ສະຫະລັດ ໃນ ຢູໂຣບ.

ໃນ​ຄຳ​ໃຫ້​ການ ​ຕໍ່​ຄະ​ນະ​ກຳ​ມະ​ການ​ກອງ​ທັບ​ ຂອງ​ສະ​ພາ​ສູງ ໃນ​ວັນ​ອັງ​ຄານ​ວານນີ້,
ຜູ້ບັນຊາການກຳລັງສະຫະລັດໃນ ຢູໂຣບ ນາຍພົນ ເຄີຕິສ ສກາປາຣັອດຕີ (Curtis
Scaparrotti) ໄດ້ເອີ້ນ ຣັດເຊຍ ວ່າໄພຂົ່ມຂູ່ຕົ້ນຕໍຕໍ່ຄວາມໝັ້ນຄົງໃນ ຢູໂຣບ ແລະ
ໄດ້ແນະນຳໃຫ້ ສະຫະລັດ ເພີ້ມຈຳນວນກອງກຳລັງທີ່ຖືກສົ່ງໄປປະຈຳການໃນທະວີບ
ນັ້ນ ທັງຖາວອນ ແລະ ສັບປ່ຽນ.

ທ່ານ ສ​ກາ​ປາ​ຣັອດ​ຕີ ໄດ້​ກ່າວ​ວ່າ ທ່ານ​ເປັນ​ຫ່ວງ​ເປັນ​ພິ​ເສດ ກ່ຽວ​ກັບ ຄວາມ​ສາ​ມາດ
ໃນການສືບລັບ ແລະ ສອດແນມທີ່ບໍ່ມີປະສິດທິພາບ, ພ້ອມກັບຄວາມໄດ້ປຽບທີ່ກຳ
ລັງຫຼຸດລົງ ໃນມະຫາສະໝຸດນັ້ນ.

ທ່ານ ສ​ກາ​ປາ​ຣັອ​ດ​ຕີ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​, ໂດຍ​ກ່າວ​ວ່າ ຄວາມ​ຈຳ​ເປັນ
ໃນການເພີ່ມເຮືອກຳປັ່ນນັ້ນແມ່ນສຳຄັນຫຼາຍ, “ຂ້າພະເຈົ້າໄດ້ຂໍກຳປັ່ນພິຄາດຕື່ມອີກ
ສອງລຳ. ຖ້າພວກເຮົາຍັງຢາກຮັກສາຄວາມໄດ້ປຽບທາງທະເລໄວ້ຄືເກົ່າ.”

ທ່ານ​ໄດ້​ເວົ້າ​ໂດຍ​ເນັ້ນ​ເຖິງ​ຄວາມ​ເປັນ​ຫ່ວງ​ທີ່​ເພີ່ມ​ຂຶ້ນ ກ່ຽວ​ກັບ ການ​ປາ​ກົດ​ຕົວ​ຂອງ
ເຮືອດຳນ້ຳ ຣັດເຊຍ ໃນນ່ານນ້ຳ ຢູໂຣບ ແລະ ສາກົນວ່າ “ພວກເຮົາຕ້ອງການຄວາມ
ສາມາດຫຼາຍຂຶ້ນກວ່າເກົ່າ, ໂດຍສະເພາະເມື່ອ ຣັດເຊຍ ມີກອງທັບເຮືອທີ່ທັນສະໄໝ
ແລະ ໃຫຍ່ຂຶ້ນໃນ ຢູໂຣບ.”

ທ່ານ ສ​ກາ​ປາ​ຣັອດ​ຕີ, ຜູ້​ທີ່​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ຜູ້​ບັນ​ຊາ​ການຂອງ ​ພັນ​ທະ​ມິດ​ສູງ​ສຸດ
ໃນອົງການ ເນໂຕ້ ນັ້ນ, ບໍ່ແມ່ນເຈົ້າໜ້າທີ່ກອງທັບລະດັບສູງຂອງ ສະຫະລັດ ຄົນທຳ
ອິດທີ່ໄດ້ຍົກບັນຫາ ກ່ຽວກັບ ສິ່ງທີ່ຫຼາຍຄົນໃນ ສະຫະລັດ ເຫັນວ່າ ເປັນທ່າທີການຮຸກ
ຮານ ທີ່ເພີ່ມຂຶ້ນຂອງ ຣັດເຊຍ ຂຶ້ນມາ.

ໃນ​ເດືອນ​ແລ້ວນີ້, ລາຍ​ງານ​ສະ​ບັບ​ນຶ່ງ ​ຈາກ​ອົງ​ການ​ສືບ​ລັບ​ທະ​ຫານ ​ຂອງກະ​ຊວງ
ປ້ອງກັນປະເທດ ສະຫະລັດ ໄດ້ເຕືອນວ່າ ໄພຂົ່ມຂູ່ຈາກການກະທຳຂອງ ຣັດເຊຍ
ແມ່ນອະວະກາດ, ໃນຂະນະທີ່ຜູ້ບັນຊາການຂອງກຳລັງ ສະຫະລັດ ໃນ ອາຟຣິກາ
ໄດ້ເຕືອນວ່າ ມົສກູ ໄດ້ດຳເນີນການ ໂດຍສັງເກດເຫັນຄວາມ ອ່ອນແອຂອງ ສະຫະ
ລັດ ໃນການສ້າງອິດທິພົນຢູ່ທີ່ນັ້ນ.

ໃນ​ຄຳ​ໃຫ້​ການ​ທີ່​ໄດ້​ຕຽມ​ໄວ້​ຂອງ​ທ່ານ ​ເມື່ອ​ວັນ​ອັງ​ຄານ​ວານນີ້, ທ່ານ ສ​ກາ​ປາ​ຣັອດ​ຕີ
ໄດ້ກ່າວວ່າ, ແນວໃດກໍຕາມ, ຢູໂຣບ ຍັງມີຄວາມສຳຄັນຕໍ່ວິທີການໂດຍລວມຂອງ
ມົສກູ ຢູ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG