ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ພະຍາຍາມ ທີ່ຈະທຳລາຍ ຄວາມກ້າວໜ້າໃນ ອັຟການິສຖານ


ນາຍພົນກອງທັບ ສະຫະລັດ ທ່ານ ຈອນ ນິໂຄລສັນ, ຜູ້ບັນຊາການຂອງກອງກຳລັງສະໜັບສະໜູນ ເດັດດ່ຽວ
ແລະ ກອງກຳລັງ ສະຫະລັດ ໃນ ອັຟການິສຖານ, ລົມກັບກອງກຳລັງຕຳຫຼວດພິເສດຂອງ ອັຟການິສຖານ ຫຼັງຈາກເຂົາເຈົ້າໄດ້ເຂົ້າຮ່ວມໃນການຊ້ອມຮົບທາງທະ
ຫານ ໃນແຂວງ ໂລກາ, ອັຟການິສຖານ, 30 ພະຈິກ, 2017.
ນາຍພົນກອງທັບ ສະຫະລັດ ທ່ານ ຈອນ ນິໂຄລສັນ, ຜູ້ບັນຊາການຂອງກອງກຳລັງສະໜັບສະໜູນ ເດັດດ່ຽວ ແລະ ກອງກຳລັງ ສະຫະລັດ ໃນ ອັຟການິສຖານ, ລົມກັບກອງກຳລັງຕຳຫຼວດພິເສດຂອງ ອັຟການິສຖານ ຫຼັງຈາກເຂົາເຈົ້າໄດ້ເຂົ້າຮ່ວມໃນການຊ້ອມຮົບທາງທະ ຫານ ໃນແຂວງ ໂລກາ, ອັຟການິສຖານ, 30 ພະຈິກ, 2017.

ຣັດເຊຍ ຍັງບໍ່ຢຸດເຊົາຄວາມພະຍາຍາມ ທີ່ຈະສ້າງຄວາມບໍ່ທຸ່ນທ່ຽງໃນ ອັຟການິສຖານ
ແລະ ສ້າງຄວາມແຕກແຍກ ລະຫວ່າງ ສະຫະລັດ ກັບຄູ່ຮ່ວມງານກຳລັງປະສົມ ອີງຕາມ
ຄວາມເວົ້າຂອງຜູ້ບັນຊາການ ກອງທັບຂອງ ສະຫະລັດ ໃນປະເທດດັ່ງກ່າວທີ່ກຳລັງຈະ
ລົງຈາກຕຳແໜ່ງ.

ນາຍພົນ ຈອນ ນິໂຄລສັນ (John Nicholson) ຜູ້ບັນຊາການກອງທັບ ສະຫະລັດ ໃນ
ອັຟການິສຖານ ແລະ ພາລະກິດສະໜັບສະໜູນເດັດດ່ຽວ ມີກຳນົດວ່າ ຈະລົງຈາກຕໍາ
ແໜ່ງໃນວັນອາທິດ ທີ 2 ກັນຍາມື້ນີ້ ລຸນຫຼັງທີ່ໄດ້ຮັບໃຊ້ໃນຕໍາແໜ່ງນີ້ມາເປັນເວລາ
ສອງປີ.

ແຕ່ກ່ອນທີ່ຈະອອກໄປ ທ່ານໄດ້ໃຊ້ເວລາທົບທວນເບິ່ງ ຄວາມຕັ້ງໃຈຂອງ ຣັດເຊຍ ໃນ
ຂົງເຂດດັ່ງກ່າວ ເຖິງແມ່ນວ່າ ຈະໄດ້ມີການສະແດງອອກເມື່ອບໍ່ດົນມານີ້ຈາກລັດຖະ
ບານ ມົສກູ ວ່າຈະຊ່ອຍເຫຼືອພວກ ຕາລີບານ ໃຫ້ທຳການປະນີປະນອມກັບລັດຖະບານ
ອັຟການິສຖານ ກໍຕາມ. ນາຍພົນ ນິໂຄລສັນ ໄດ້ຂຽນອີເມລ ຫາວີໂອເອ ຫຼັງຈາກໄດ້ມີ
ຄຳຖາມຂຶ້ນມາໃນການຖະແຫຼງຂອງທ່ານ ຈາກພວກນັກຂ່າວ ທີ່ທຳນຽບເພັນຕາກອນ
ໃນວັນທີ 22 ເດືອນສິງຫາວ່າ “ພວກເຮົາຮູ້ດີ ວ່າ ຣັດເຊຍ ພະຍາຍາມທີ່ຈະບັ່ນທອນ
ການໄດ້ປຽບທາງທະຫານຂອງພວກເຮົາລົງ ທັງຈະເຮັດໃຫ້ສະເຖຍລະພາບ ຂອງ ອັຟ
ການິສຖານ ເປັນບັນຫານຳ.”

ທ່ານເວົ້າຕໍ່ໄປວ່າ “ມັນບໍ່ເປັນເລື້ອງເລິກລັບຫຍັງທີ່ວ່າ ຣັດເຊຍ ພວມຊອກຫາທຸກໂອ
ກາດ ທີ່ຕົນຈະຫາໄດ້ ໃນການສ້າງຄວາມແຕກແຍກລະຫວ່າງ ສະຫະລັດ ກັບຄູ່ຮ່ວມ
ງານໃນເອເຊຍກາງຂອງພວກເຮົາ ອັນມີລວມທັງ ອັຟການິສຖານ ນຳ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG