ນາຍພົນ ທີ່ໄດ້ຮັບບາດເຈັບ ຈາກການໂຈມຕີຮ້າຍແຮງໃນອາທິດແລ້ວ ທີ່ເມືອງການ
ດາຮາ ກຳລັງຮັກສາໂຕຢູ່ນະຄອນຫຼວງວໍຊິງຕັນ ຊຶ່ງໃນເວລານີ້ ແມ່ນນາຍພົນອອສ
ເຕຣເລຍເປັນຜູ້ບັນຊາການ ກຳລັງຂອງອົງການເນໂຕ ຢູ່ໃນເຂດພາກ ໃຕ້ຂອງອັຟ
ການິສຖານ.
ນາຍພົນຈັດຕະວາ ແຈັຟຟຣີ ສະມາຍລີ “ປັດຈຸບັນນີ້ ຢູ່ສູນກາງປິ່ນປົວທີ່ໂຮງໝໍທະ
ຫານວອລເຕີຣີດ” ພັນໂທທະຫານເຮືອສະຫະລັດ ທ່ານແກຣນຕ໌ ນີລີ ໂຄສົກກຳລັງ
ສະຫະລັດ ແລະນາໆຊາດ ໃນອັຟການິສຖານ ໄດ້ໃຫ້ການຢືນຢັນຕໍ່ ວີໂອເອ.
ນາຍພົນຈັດຕະວາຈອນ ຊານາຮານ ຈາກອອສເຕຣຍເລຍ ໄດ້ເດີນທາງໄປເຖິງໃນ
ມື້ວານນີ້ ແລະເປັນຜູ້ບັນຊາການຊົ່ວຄາວຂອງກຳລັງເນໂຕ້ ຫຼື TAAC ໃນເຂດພາກ|
ໃຕ້” ນາຍພົນນີລີ ກ່າວເພີ້ມໃນວັນພະຫັດວານນີ້ ໂດຍການໃຊ້ຊື່ຫຍໍ້ ຂອງອົງການ
ເນໂຕ້ທີ່ມີຄວາມໝາຍວ່າ ຝຶກແອບ ໃຫ້ຄຳແນະນຳ ແລະຊ່ວຍບັນຊາການ (TAAC)
ໃນເຂດການດາຮາ.
ນາຍພົນສະມາຍລີ ໄດ້ຖືກຍິງໃນວັນທີ 18 ຕຸລາ ເວລາມືປືນຄົນນຶ່ງທີ່ນຸ່ງເຄື່ອງແບບ
ກຳລັງຮັກສາຄວາມປອດໄພອັຟການິສຖານ ໄດ້ເປີດສາກໂຈມຕີໃສ່ກຸ່ມເຈົ້າໜ້າທີ່
ທີ່ກຳລັງອອກຈາກກອງປະຊຸມ ພ້ອມດ້ວຍຜູ້ບັນຊາການສູງສຸດອົງການເນໂຕໃນ
ອັຟການິສຖານ ນາຍພົນສະກັອຕ ມິລເລີ.
ນາຍພົນມິລເລີ ບໍ່ໄດ້ຮັບບາດເຈັບ ແຕ່ນາຍພົນອັບດູລ ຣາຊິກ ຜູ້ຕໍ່ຕ້ານຢ່າງແຂງຂັນ
ຕໍ່ກຸ່ມຕາລິບານແລະນາຍພົນອັບດູລ ໂມມີມ ຫົວໜ້າໜ່ວຍສືບລັບໃນທ້ອງຖິ່ນຫລື
(NDS) ໄດ້ເສຍຊີວິດ.
ພວກຕາລິບານໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີ ຢູ່ໃນເຂດຮັກສາ
ຄວາມປອດໄພສູງສຸດ ທີ່ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ລັດຖະບານ
ອັຟການິສຖານ ຢູ່ໃນນຶ່ງຂອງແຂວງຍຸດທະສາດທີ່ສຳຄັນ. ເຫດຮ້າຍດັ່ງກ່າວ
ສະແດງໃຫ້ເຫັນເຖິງຄວາມສາມາດຂອງພວກກະບົດ ໃນການໂຈມຕີບັນດາຜູ້
ນຳຄົນສຳຄັນໆໄດ້.