ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ກ່າວວ່າ ການສັງຫານ ນາຍພົນໂຊເລມານີ ສະກັດກັ້ນ ການໂຈມຕີ ຂອງອີຣ່ານ


ພວກແມ່ຍິງອີຣັກ ພາກັນເຕົ້າໂຮມກັນ ຢູ່ບ່ອນທີ່ຜູ້ບັນຊາການ ກຳລັງກຸດຂອງອີຣ່ານ ທ່ານກາແຊມ ໂຊເລມານີ ແລະຜູ້ບັນຊາການທະຫານບ້ານອີຣັກ ທ່ານອາບູ ມາຮິດ ອາຊ-ມິຮາດິສ ໄດ້ຖືກສັງຫານຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດ.
ພວກແມ່ຍິງອີຣັກ ພາກັນເຕົ້າໂຮມກັນ ຢູ່ບ່ອນທີ່ຜູ້ບັນຊາການ ກຳລັງກຸດຂອງອີຣ່ານ ທ່ານກາແຊມ ໂຊເລມານີ ແລະຜູ້ບັນຊາການທະຫານບ້ານອີຣັກ ທ່ານອາບູ ມາຮິດ ອາຊ-ມິຮາດິສ ໄດ້ຖືກສັງຫານຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດ.

ການສັງຫານນາຍພົນທີ່ມີອິດທິພົນຂອງອີຣ່ານ ທ່ານກາແຊມ ໂຊເລມານີ ໃນເດືອນມັງ
ກອນຜ່ານມາ ໂດຍການໂຈມຕີຈາກເຮືອນບິນທີ່ບໍ່ມີຄົນຂັບຂອງສະຫະລັດຢູ່ໃນອີຣັກນັ້ນ
ໄດ້ເປັນຜົນ ເຮັດໃຫ້ເກີດສະພາບການໂຕຈິງໃໝ່ ທີ່ອີຣ່ານໄດ້ຢັບຢັ້ງບໍ່ໃຫ້ມີການໂຈມຕີ
ຊັບສິນຂອງອາເມຣິກັນ ແລະບັນດາພັນທະມິດ ຢູ່ພາກຕາເວັນອອກກາງ ນັ້ນຄືຄໍາເວົ້າ
ຂອງຜູ້ບັນຊາການທະຫານສະຫະລັດ ຢູ່ໃນຂົງເຂດ.

ນາຍພົນເຄນແນັດ ແອັຟ. ແມັກເຄນຊີ ຈູເນຍ ຜູ້ບັນຊາການທະຫານສະຫະລັດ ໃນເຂດ
ພາກຕາເວັນອອກກາງອ ຫລື CENTCOM ກ່າວໃນວັນພຸດວານນີ້ ລະຫວ່າງກອງປະ
ຊຸມຜ່ານທາງອິນເຕີແນັດ ທີ່ສະຖາບັນຕາເວັນອອກກາງ ຊຶ່ງເປັນອົງການຂອງກຸ່ມນັກວິໄຈ
ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງວໍຊິງຕັນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ການສັງຫານທ່ານ
ໂຊເລມານີ ແມ່ນມີຜົນກະທົບທີ່ສໍາຄັນ ໃນການສ້າງແລະການສ້າງຄືນໃໝ່ ຮູບແບບການ
ສະກັດກັ້ນທີ່ເຂັ້ມແຂງ ຢູ່ໃນພາກສະໜາມ.”

ທ່ານຊູເລມານີ ເປັນບຸກຄົນສຳຄັນຢູ່ໃນໜ່ວຍພິທັກປະຕິວັດອິສລາມຂອງອີຣ່ານ ຫລື
IRGC ທີ່ໄດ້ກຳກັບນຳກິດຈະການທະຫານ ຢູ່ນອກປະທດ ແລະກຳລັງຂອງພວກສະ
ໝຸນ. ທ່ານໄດ້ຖືກສັງຫານຢູ່ນະຄອນຫຼວງແບັກແດດ ພ້ອມດ້ວຍ ບັນດາຜູ້ນຳທະຫານ
ບ້ານອີຣ່ານ ແລະອີຣັກອື່ນໆອີກຫຼາຍຄົນ ແລະ ໃນການ ປະຕິບັດງານ ທີ່ສັ່ງການໂດຍ
ປະທານາທິບໍດີດໍໂນລ ທຣໍາ.

ຫຼາຍມື້ຫຼັງຈາກການໂຈມຕີດັ່ງກ່າວ ອີຣ່ານໄດ້ຕອບໂຕ້ໂດຍການຍິງລູກສອນໄຟຂີປະນາ
ວຸດຫຼາຍສິບລູກ ໃສ່ຖານທັບສະຫະລັດໃນອີຣັກສອງແຫ່ງ. ໃນຂະນະທີ່ ພວກທະຫານສະ
ຫະລັດບໍ່ໄດ້ເສຍຊີວິດ ແຕ່ທະຫານສະຫະລັດ ຫຼາຍກວ່າຮ້ອຍ ຄົນໄດ້ຮັບບາດເຈັບຢູ່ສະ
ໝອງທີ່ເປັນຜົນມາຈາກການໂຈມຕີຂອງອີຣ່ານ.

ນັບແຕ່ເດືອນມັງກອນ ນາຍພົນແມັກເຄນຊີກ່າວວ່າ ໄດ້ມີການ “ຫລຸດລົງ” ໃນ ການໂຕມຕີ
ໂດຍກົງຈາກອີຣ່ານແລະການໂຈມຕີທາງອ້ອມຈາກລູກສະໝຸນຂອງ ພວກເຂົາ ແລະທ່ານ
ກ່າວຕື່ມວ່າ ການກຳຈັດທ່ານຊູເລມານີ ແມ່ນເປັນການສົ່ງຂ່າວໄປຫາອີຣ່ານວ່າ ສະຫະລັດ
ມີຄວາມສາມາດແລະ “ເຕັມໃຈ” ທີ່ຈະດຳເນີນ ການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG