ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍພົນລະດັບສູງ ສະຫະລັດ ເພັ່ງເລັງດຳເນີນການ ໃສ່ດ້ານການທູດ ສຳລັບ ເກົາຫຼີເໜືອ


ປະທານເສນາທິການຮ່ວມ ນາຍພົນ Joseph Dunford ລົມກັບນັກຂ່າວທີ່ເດີນທາງຢູ່ໃນເຮືອບິນໄປກັບທ່ານ. 12 ສິງຫາ, 2017.
ປະທານເສນາທິການຮ່ວມ ນາຍພົນ Joseph Dunford ລົມກັບນັກຂ່າວທີ່ເດີນທາງຢູ່ໃນເຮືອບິນໄປກັບທ່ານ. 12 ສິງຫາ, 2017.

ນາຍພົນລະດັບສູງ ສະຫະລັດ ໄດ້ເດີນທາງໄປແຫຼມເກົາຫຼີ ໃນຂະນະທີ່ການຊ້ອມຮົບ
ປະຈຳປີລະຫວ່າງ ສະຫະລັດ ກັບ ເກົາຫຼີໃຕ້ ພວມມີຄວາມສ່ຽງຕໍ່ການຂະຫຍາຍຄວາມ
ເຄັ່ງຕຶງກັບ ເກົາຫຼີເໜືອ ເພີ່ມຂຶ້ນ.

ປະທານເສນາທິການຮ່ວມ ສະຫະລັດ ທ່ານ Joe Dunford ກ່າວວ່າ ການຢ້ຽມຢາມ
ພາກພື້ນດັ່ງກ່າວຂອງທ່ານ ໃນສັບປະດານີ້ ເພັ່ງເລັງໃສ່ການໃຫ້ການຄໍ້າປະກັນຕໍ່ບັນ
ດາພັນທະມິດ ເກົາຫຼີໃຕ້ ແລະ ຍີ່ປຸ່ນ, ໃນເວລາດຽວກັນ ກໍເພື່ອສ້າງສາຍພົວພັນທາງ
ທະຫານ ຕໍ່ ກອງທັບ ຈີນ ເພື່ອຫຼີກລ່ຽງການຄິດໄລ່ທີ່ຜິດ.

ທ່ານໄດ້ພົບປະກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ Moon Jae-in ແລະ ລັດຖະມົນຕີ
ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ທ່ານ Song Young-moo ໃນນະຄອນຫຼວງ ໂຊລ
ວັນຈັນມື້ນີ້, ແລະ ກໍຈະເດີນທາງໄປປະເທດ ຈີນ ໃນມື້ດຽວກັນ ແລະ ເດີນທາງໄປ ຍີ່ປຸ່ນ
ຕໍ່ໄປໃນອາທິດນີ້.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Jim Mattis ແລະ ລັດຖະມົນຕີການ
ຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໄດ້ກ່າວຢໍ້າ ຕໍ່ໜັງສືພິມ Wall Street
Journal ທີ່ຖືກເປີດເຜີຍໃນຕອນແລງວັນອາທິດວານນີ້ວ່າ ເປົ້າໝາຍຂອງ ສະຫະລັດ
ແມ່ນການປົດອາວຸດນິວເຄລຍໃນແຫຼມເກົາຫຼີ ຢ່າງສັນຕິ ແລະ ວ່າມັນຂຶ້ນກັບ ເກົາຫຼີ
ເໜືອເອງ ທີ່ຈະສະແດງໃຫ້ເຫັນ ເຖິງຄວາມເຕັມໃຈ ຂອງເຂົາເຈົ້າ ທີ່ຈະເຂົ້າຮ່ວມໃນ
ການເຈລະຈາທີ່ມີເຈຕະນາດີນັ້ນ. ທ່ານ Mattis ແລະ ທ່ານ Tillerson ກ່າວວ່າ “ຕອນ
ນີ້ ເກົາຫຼີເໜືອ ໄດ້ປະເຊີນໜ້າກັບສອງທາງເລືອກ. ຄືໜຶ່ງຮັບເອົາເສັ້ນທາງໃໝ່ ໄປສູ່
ສັນຕິພາບ, ຄວາມຮັ່ງມີ ແລະ ການຍອມຮັບຈາກສາກົນ, ຫຼື ການສືບຕໍ່ຊຸດໂຊມລົງໄປ
ໃນເສັ້ນທາງສົງຄາມແຫ່ງຄວາມຕາຍ, ຄວາມທຸກຍາກ ແລະ ຄວາມໂດດດ່ຽວ.”
ທັງ
ສອງທ່ານຍັງໄດ້ກ່າວເນັ້ນເຖິງຄວາມຕ້ອງການສຳລັບ ຈີນ ທີ່ຈະໃຊ້ “ການທູດທີ່ເດັດ
ຂາດ ແລະ ອຳນາດທາງເສດຖະກິດຕໍ່ ເກົາຫຼີເໜືອ.”

ໃນເວລາດຽວກັນ, ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພອາວຸໂສ ແຫ່ງ ສະຫະລັດ
ຄົນອື່ນໆກໍໄດ້ກ່າວໃນວັນອາທິດວານນີ້ວ່າ ການປະເຊີນໜ້າທາງທະຫານກັບ ເກົາຫຼີ
ເໜືອ ແມ່ນຈະບໍ່ເກີດຂຶ້ນໃນໄວໆນີ້, ແຕ່ຄວາມເປັນໄປໄດ້ ຂອງສົງຄາມແມ່ນໄດ້ຂະ
ຫຍາຍໂຕເພີ່ມຂຶ້ນ.

ຜູ້ອຳນວຍການອົງການ CIA ທ່ານ Mike Pompeo ໄດ້ກ່່າວໃນລາຍການຂ່າວໂທ
ລະພາບ Fox ໃນວັນອາທິດວານນີ້ວ່າ ການເລັ່ງທີ່ຈະພັດທະນາລູກສອນໄຟຫົວລະ
ເບີດນິວເຄລຍ ທີ່ສາມາດໂຈມຕີ ສະຫະລັດ ຂອງ ເກົາຫຼີເໜືອ “ແມ່ນໄພຂົ່ມຂູ່ທີ່ຮ້າຍ
ແຮງ ແລະ ລັດຖະບານຈະຕ້ອງໄດ້ຮັບມືກັບມັນ.”

ຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດຂອງປະທານາທິບໍດີ ດໍໂນລທຣຳ, ທ່ານ HR.
McMaster ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າ ພວກເຮົາ
ບໍ່ໄດ້ຫຍັບເຂົ້າໃກ້ສົງຄາມກວ່າໜຶ່ງສັບປະດາທີ່ຜ່ານມາ, ແຕ່ພວກເຮົາແມ່ນໄດ້ຫຍັບ
ເຂົ້າໃກ້ສົງຄາມກວ່າທີ່ພວກເຮົາຄວນ ເມື່ອໜຶ່ງທົດສະວັດທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG