ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໒ ພຶດສະພາ ໒໐໒໕

ນາຍ​ພົນ ສ​ຫລ ກ່າວ​ວ່າ ຄວາມ​ສຳ​ເລັດ ທາງ​ການ​ທູດ ນຳ​ໄປ​ສູ່ ຄວາມ​ອຶດ​ອັດ​ໃຈ ທາງ​ທະ​ຫານ ຢູ່ ແຫຼມ​ເກົາ​ຫຼີ


ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ກອງ​ທັບ​ສະ​ຫະ​ລັດ ນາຍ​ພົນໂຈ​ເຊັ​ຟ ດັນ​ຝອດ ໄປ​ຮ່ວມ​ປະ​ຊຸມ ສະ​ພາ​ອະ​ວະ​ກາດ​ແຫ່ງ​ຊາດ ທີ່​ທຳ​ນຽບ​ຂາວ . (ວັນ​ທີ 18 ມິ​ຖຸ​ນາ 2018)
ປະ​ທານ​ເສ​ນາ​ທິ​ການ​ຮ່ວມ ກອງ​ທັບ​ສະ​ຫະ​ລັດ ນາຍ​ພົນໂຈ​ເຊັ​ຟ ດັນ​ຝອດ ໄປ​ຮ່ວມ​ປະ​ຊຸມ ສະ​ພາ​ອະ​ວະ​ກາດ​ແຫ່ງ​ຊາດ ທີ່​ທຳ​ນຽບ​ຂາວ . (ວັນ​ທີ 18 ມິ​ຖຸ​ນາ 2018)

ນາຍ​ພົນ​ອະ​ວຸ​ໂສຂອງ​ສະ​ຫະ​ລັດ ກ່າວ​ວ່າ ຄວາມ​ພະ​ຍາ​ຍາມ​ທາງ​ດ້ານ​ການ​ທູດ​ຢູ່​ທີ່​ແຫຼມ​ເກົາ​ຫຼີຈະ​ພາ​ໃຫ້​ເກີດ “ຄວາມ​ອຶດ​ອັດ​ໃຈ” ທາງ​ດ້ານ​ທະ​ຫານ ໃນ​ໄລ​ຍະສອງ​ສາມ​ເດືອນ​ຂ້າງ​ໜ້ານີ້ ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ ພວມ​ຊອກ​ຫາ​ຊ່ອງ​ທາງເພື່ອສ້າງ “​ຄວາມກ້ຳ​ເກິ່ງ​ທີ່​ຫຍຸ້ງ​ຍາກ​ຫຼາຍ” ລະ​ຫວ່າງ​ການ​ສ່ຽງ​ທາງ​ທະ​ຫານ ແລະຄວາມ​ກ້າວ​ໜ້າ​ທາງ​ດ້ານ​ການ​ເມືອງ.

ນາຍ​ພົນ​ໂຈ​ເຊັ​ຟ ດັນ​ຝອດ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ສະ​ຫະ​ລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ກອງ​ປະ​ຊຸມ​ຢູ່​ສັນ​ນິ​ບາດ​ກໍ່​ສ້າງກອງ​ທັບ​ເຮືອ ທີ່​ຕັ້ງ​ຢູ່​ໃກ້ໆກັບ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ວ່າ “ການ​ປະ​ສົບ​ຄວາມ​ສຳ​ເລັດ​ຫຼາຍ​ຂຶ້ນ​ເທົ່າ​ໃດ​ຂອງ​ພວກ​ເຮົາ​ໃນ​ເວ​ລາ​ການ​ທູດ ກໍ​ຍິ່ງ​ຈະ​ເຮັດ​ໃຫ້​ພວກ​ຜູ້​ນຳ​ທາງ​ທະ​ຫານ​ມີ​ຄວາ​ນ​ອຶດ​ອັດ​ໃຈ​ເພີ້ມ​ຂຶ້ນ​ເທົ່າ​ນັ້ນ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ນາຍ​ພົນ​ດັນ​ຝອດ ມີ​ຂຶ້ນ​ນຶ່ງ​ອາ​ທິດ ຫຼັງ​ຈາກກອງ​ທັບ​ສະຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ໄດ້​ໂຈະ​ການ​ຊ້ອມ​ລົບ​ຮ່​ວມຂະ​ໜາດ​ໃຫຍ່​ອີກ​ເທື່ອ​ນຶ່ງ.

ຫົວ​ໜ້າ​ໂຄ​ສົກ​ຂອງ​ທຳ​ນຽບ​ຫ້າ​ແຈ ທ່ານ​ນາງ​ເດ​ນາ ໄວ​ທ໌ ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ກອງ​ທັບ​ຂອງ​ປະ​ເທດ​ທັງ​ສອງ​ໄດ້​ໂຈະ​ການ​ຊ້ອມ​ລົບ​ຮ່ວມ​ທາງ​ອາ​ກາດ ທີ່​ມີ​ຊື່​ວ່າ Vigilant Ace ເພື່ອ​ຈະ “ເປີດ​ໂອ​ກາດ​ໃຫ້​ຂັ້ນ​ຕອນ​ທາງ​ດ້ານ​ການ​ທູດ​ດຳ
ເນີນ​ຕໍ່​ໄປ.”

​ນາຍ​ພົນ​ໂຣ​ເບີດ ອາ​ບ​ຣັມ (ຊ້າຍ) ຊີ້​ແຈງ ໃນ​ລະ​ຫວ່າງ ການ​ຮັບ​ຟັງ ຄຳ​ໃຫ້​ການ ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ທ່ານ ເປັນ​ຜູ້​ບັນ​ຊາ​ການ ກຳ​ລັງ ສ​ຫລ ໃນ​ແຫຼມ​ເກົາ​ຫຼີ. (ວັນ​ທີ 25 ກັນ​ຍາ 2018)
​ນາຍ​ພົນ​ໂຣ​ເບີດ ອາ​ບ​ຣັມ (ຊ້າຍ) ຊີ້​ແຈງ ໃນ​ລະ​ຫວ່າງ ການ​ຮັບ​ຟັງ ຄຳ​ໃຫ້​ການ ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ທ່ານ ເປັນ​ຜູ້​ບັນ​ຊາ​ການ ກຳ​ລັງ ສ​ຫລ ໃນ​ແຫຼມ​ເກົາ​ຫຼີ. (ວັນ​ທີ 25 ກັນ​ຍາ 2018)

ກ່ອນ​ໜ້ານັ້ນ ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້ ກໍ​ໄດ້​ຍົກ​ເລີກ ການ​ຊ້ອມ​ລົບ​ຮ່ວມ​ປະ​ຈຳປີ​ທີ່​ມີ​ຊື່​ວ່າ Ulchi-Freedom Guardian ທີ່ກຳ​ນົດ​ ຈະ​ມີ​ຂຶ້ນ​ໃນ​ເດືອນ​ສິງ​ຫາ.

ນາຍ​ພົນ​ດັນ​ຝອດກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ການ​ຕັດ​ສິນ​ໃຈ​ໂຈະ​ການ​ຊ້ອມ​ລົບ​ເຫຼົ່າ​ນີ້ ແມ່ນ​ໄດ້​ຖືກ​ແຈ້ງ​ໄປ​ຍັງ​ນາຍ​ພົນ​ວິນ​ເຊິນ ບ​ຣຸກ​ສ໌ ຜູ້​ບັນ​ຊາການ​ທະ​ຫານຢູ່​ໃນ​ແຫຼມ​ເກົາ​ຫຼີ ຊຶ່ງ​ເປັນ​ຜູ້​ບັນ​ຊາ​ການ​ທີ່​ມີ​ປະ​ສົບ​ພະ​ການແລະ​ໄດ້​ຮັບ​ໜ້າ​ທີ່​ຢູ່​ທີ່​ແຫຼມ​ເກົາ​ຫຼີ​ ມາ​ເປັນ​ເວ​ລາ 3 ປີ. ທ່ານ​ກ່າວ​ວ່າ ສຳ​ລັບ​ການ​ປ່ຽນ​ພວກ​ນາຍ​ທະ​ຫານ​ເກົາ​ຫຼີ​ໃຕ້​ນັ້ນ ຕາມ​ປົກ​ກະ​ຕິ​ແລ້ວ​ແມ່ນ​ຍັງ​ຈະ​ບໍ່​ມີ​ຂຶ້ນ ຈົນ​ເທົ່າ​ເດືອນ​ມັງ​ກອນ.

ນາຍ​ພົນ​ດັນ​ຝອດ​ກ່າວ​ວ່າ “ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ຮູ້​ສຶກວ່າ ພວກ​ເຮົາ​ມີ​ພະ​ນັກ​ງານ​ໄດ້​ຮັບ​ການ​ຝຶກ​ແອບ​ພຽງ​ພໍ ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່ ໃນ​ບ່ອນ​ທີ່​ພວກ​ເຮົາ​ສາມາດມອງ​ເຫັນ​ໄດ້. ພວກ​ເຮົາ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຄ່ອງ​ແຄ່ວໃນ​ການປະ​ຕິ​ບັດ​ໜ້າ​ທີ່​ໄດ້​ຫຼື​ບໍ່​ສາ​ມາດ​ເຮັດ​ໄດ້.”

ສ່ວນ​ການ​ຊ້ອມ​ລົບທາງ​ທະ​ຫານ​ຂະ​ໜາດ​ນ້ອຍ​ອື່ນໆ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ​ໃນ​ແຫຼມເກົາ​ຫຼີ ແລະ​ຢູ່​ໃນ​ທົ່ວ​ຂົງ​ເຂດ ແຕ່​ນາຍ​ພົນ​ສະ​ຫະ​ລັດ​ ທີ່​ໄດ້​ຖືກ​ສະ​ເໜີ​ແຕ່ງ​ຕັ້ງໃຫ້​ເປັນ ​ຜູ້​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ ​ໃນ​ເກົາ​ຫຼີ​ໃຕ້​ຄົນ​ຕໍ່​ໄປ ຊີ້​ໃຫ້​ເຫັນ​ໃນ​ລະ​ຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້​ການເພື່ອ​ຮັບ​ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ທ່ານໃນ​ເດືອນ​ແລ້ວ ນີ້​ວ່າ ການ​ໂຈ​ະ​ການ​ຊ້ອມ​ລົບ Ulchi-Freedom Guardian ນັ້ນ ໄດ້​ເຮັດ​ໃຫ້ ຄວາມ​ພ້ອມ​ທາງ​ທະ​ຫານ ຢູ່​ໃນ​ແຫຼມ​ເກົາ​ຫຼີ​ ຫລຸດ​ລົງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG