ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນະໂຍບາຍໃໝ່ ສ​ຫລ ຈະອໍານວຍ ໃຫ້ຄູ່ສົມລົດ ເພດດຽວກັນ ໄດ້ຮັບ ຜົນປະໂຫຍດ ຫຼາຍຂຶ້ນ (ວີດີໂອ)


Recent Announcements Give Boost to Gay Rights Advocates
please wait

No media source currently available

0:00 0:02:14 0:00
ລິງໂດຍກົງ
ພວກຄູ່​ສົມລົດ​ເພດ​ດຽວ​ກັນ​ໃນ​ສະຫະລັດ ​ຈະ​ໄດ້​ຮັບ​ການ​ມີ​ສິດທິ
​ໃນ​ຜົນ​ປະ​ໂຫຍ​ດຫຼາຍ​ຂຶ້ນ ​ຍ້ອນນະ​ໂຍບາຍ​ໃໝ່​ ຂອງ​ກະຊວງ​
ຍຸຕິທໍາ​ ທີ່​ໄດ້​ຂະຫຍາຍ​ການ​ຮັບ​ຮູ້​ ກ່ຽວກັບກົດໝາ​ຍການສົມລົດ
​ເພດ​ດຽວ​ກັນ.

ນະໂຍບາຍ​ໃໝ່​ນີ້​ ຈະ​ອະ​ນຸຍາດ​ໃຫ້ຄູ່​ສົມລົດເຫຼົ່ານີ້ ຕົວຢ່າງ​ເຊັ່ນ
ການ​ຂໍ​ຍື່ນລົ້ມ​ລະລາຍ​ຮ່ວມ​ກັນ​ໄດ້ ​ແລະກໍຈະໃຫ້​ສິດ​ເພີ່ມ​ອີກ​ໃນ
ລະບົບກົດໝາຍອາຍານຳດ້ວຍ.

ລັດຖະມົນ​ຕິ​ກະຊວງ​ຍຸຕິ​ທໍາ​ສະຫະລັດ ທ່ານ Eric Holder ກ່າວ
​ວ່າ: “ນະ​ໂຍບາຍນີ້ ​ແມ່ນ​ສໍາຄັນ​ຍິ່ງ​ ຕໍ່​ວິຖີ​ຊີວິດແບບ​ແທ້​ໆ
ສຳລັບພວກ​ຄູ່ແຕ່ງງານເພດ​ດຽວ​ກັນ​ ທີ່​ພົວພັນ​ກັບ​ລະບົບຍຸຕິ​ທໍາ. ຕົວຢ່າງ​ເຊັ່ນ
ອັນເປັນຜົນເນື່ອງຈາກນະ​ໂຍບາຍ​ນີ້ທາງ​ກະຊວງ​ກໍ​ຈະ​ໄດ້​ຮັບ​ຮູ້​ສາມີພັນ​ລະຍາ​
ເພດດຽວກັນ​ ທີ່​ກ່ຽວຂ້ອງໃນຄະດີ ທັງ​ແພ່ງ ແລະອາຍາ ຄວນ​ຈະ​ມີ​ສິດ​ທິຕ່າງ​ໆ
​ແບບ​ດຽວ​ກັນກັບ​ຄູ່​ສົມລົດ​ອື່ນໆ.”


XS
SM
MD
LG