ບັນດາສະມາຊິກສະພານິຕິບັນຍັດໃນລັດວໍຊິງຕັນ ໃນພາກຕາເວັນຕົກສຽງເໜືອຂອງ
ສະຫະລັດໄດ້ຮັບຮອງເອົາຮ່າງຍັດຕິສະບັບນຶ່ງ ທີ່ເຮັດໃຫ້ການແຕ່ງງານຂອງຄົນເພດ
ດຽວກັນຖືກຕ້ອງຕາມກົດໝາຍຂອງລັດ.
ສະພາຕໍ່າຂອງລັດ ໄດ້ຮັບຜ່ານຮ່າງຍັດຕິດັ່ງກ່າວໃນວັນພຸດວານນີ້ດ້ວຍ ຄະແນນສຽງ
ເຫັນດີ 55 ຕໍ່ 43 ສຽງຄັດຄ້ານ ນຶ່ງສັບປະດາຫລັງຈາກ ສະພາສູງຂອງລັດໄດ້ຮັບຜ່ານ
ຮ່າງຍັດຕິດັ່ງກ່າວ ຢາງຫວຸດຫວິດນັ້ນ.
ພວກຄັດຄ້ານຕໍ່ຮ່າງຍັດຕິດັ່ງກ່າວຢືນຢັດວ່າ ການຮັບຮອງເອົາຮ່າງຍັດຕິສະບັບນີ້ ຈະ
ບ່ອນທໍາລາຍສະຖາບັນແຫ່ງການແຕ່ງງານຕາມປະເພນີນິຍົມທົ່ວໄປ ຄືລະຫວ່າງຜູ້ຊາຍ
ກັບແມ່ຍິງນັ້ນ. ແຕ່ທ່ານ Jamie Pedersen ຫົວໜ້ານຳສະເໜີຮ່າງຍັດຕິສະບັບດັ່ງ
ກ່າວຊຶ່ງເປັນກະເທີຍ ແລະສະມາຊິກສະພານິຕິບັນຍັດສັງກັດພັກເດໂມກຣັດ ໂຕ້ແຍ້ງ
ວ່າ ຄໍາວ່າການແຕ່ງານແມ່ນຄໍາເວົ້ານຶ່ງທີ່ສັງຄົມຂອງເຮົາໃຊ້ກັນເພື່ອບັນລະຍາຍເຖິງ
ຄວາມສໍາພັນທີ່ໃຫ້ຄໍາໜັ້ນສັນຍາຈະຢູ່ຮ່ວມກັນຕະຫຼອດຊີວິດ.
ຮ່າງຍັດຕິດັ່ງກ່າວໄດ້ຮັບການສະໜັບສະໜຸນຢ່າງແຂງແຮງຈາກທ່ານ ນາງ Christine
Gregoire ຜູ້ປົກຄອງລັດສັງກັດພັກເດໂມກຣັດ ແລະວົງການທຸລະກິດທີ່ມີຊື່ສຽງຫລາຍ
ແຫ່ງໃນລັດວໍຊິງຕັນ ຮວມທັງບໍລິສັດເຕັກໂນໂລຈີຍັກໃຫຍ່ Microsoft ແລະເຄືອບໍລິສັດ
ຂາຍກະເຟ Starbuck.
ທ່ານນາງ Gregoire ຈະລົງນາມໃນຮ່າງມະຕິດັ່ງກ່າວໃຫ້ໃຊ້ເປັນກົດໝາຍໃນສັບປະດາ
ໜ້າ ແຕ່ຈະບໍ່ມີຜົນບັງຄັບໃຊ້ໄດ້ຈົນຮອດຕົ້ນເດືອນມິຖຸນາ. ເຖິງຢ່າງໃດກໍດີ ກົດໝາຍທີ່
ວ່ານີ້ ສາມາດຖືກສັ່ງໃຫ້ໂຈະບໍ່ ໃຫ້ມີການນຳໃຊ້ເທື່ອ ຖ້າພວກນິຍົມແນວທາງເດີມດ້ານ
ສາສະໜາສາມາດສະສົມລາຍເຊັນຂອງພວກປ່ອນບັດໄດ້ພຽງພໍ ເພື່ອໃຫ້ມີການລົງຄະ
ແນນສຽງກັນໃນການເລືອກຕັ້ງທົ່ວໄປໃນເດືອນພະຈິກປີນີ້ ທີ່ຈະລົບລ້າງກົດໝາຍສະ
ບັບນີ້ໄດ້.
ການລົງມະຕິກັນໃນລັດວໍຊິງຕັນມີຂຶ້ນໃນເວລານຶ່ງມື້ ຫລັງຈາກສານອຸທອນລັດຖະບານ
ກາງຂອງສະຫະລັດໃນລັດ California ອອກ ຄໍາຕັດສິນວ່າ ການລົງປະຊາມະຕິໃນປີ
2008 ທີ່ຫ້າມການແຕ່ງ ງານຂອງຄົນເພດດຽວກັນໃນລັດດັ່ງກ່າວນັ້ນ ຜິດຕໍ່ກົດໝາຍ
ລັດຖະທໍາມະນູນ.
ເບິ່ງວີດີໂອ ສານທີ່ລັດກາລີຟໍເນຍຕ່າວປີ້ນການຫ້າມບໍ່ໃຫ້ຄົນເພດດຽວ ແຕ່ງງານ ກັນ