ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ບິນສອດແນມ ຊ່ວຍໄນຈີເຣຍ ຊອກຫາ ນັກຮຽນຍິງ ທີ່ ຫາຍສາບສູນ (​ສະ​ໄລ​ດ໌/ວີດີໂອ)


ນາຍພົນຈັດຕະວາ Chris Olukolade ໂຄສົກທະຫານ ໄນຈີເຣຍ ກ່າວຕໍ່ກອງປະຊຸມນັກຂ່າວ
ນາຍພົນຈັດຕະວາ Chris Olukolade ໂຄສົກທະຫານ ໄນຈີເຣຍ ກ່າວຕໍ່ກອງປະຊຸມນັກຂ່າວ
ສະຫະລັດ ກຳ​ລັງ​ໃຊ້​ເຮືອບິນ​ສອດ​ແນມ ຢູ່​ໄນ​ຈີ​ເຣຍ ​
ເພື່ອ​ຊ່ວຍ​ໃ​ນຄວາມ​ພະຍາ​ຍາມ​ຊອກ​ຫາ​ພວກນັກຮຽນ
​ຍິງ​ຫລາຍ​ກວ່າ 200 ຄົນ ​ທີ່​ຍັງ​ຫາຍ​ສາບ​ສູນ ຫລັງ​ຈາກ
ໄດ້​ຖືກ​ລັກພາ​ໂຕ​ໃນ​ເດືອນ​ແລ້ວ​ນີ້.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນນຶ່ງ ຂອງລັດຖະບານ ​ທ່ານໂອ​ບາ
​ມາ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສະຫະລັດກຳລັງ​ໃຊ້​ເຮືອ
ບິນ​ທີ່​ມີ​ຄົນ​ຂັບ ບິນ​ປະຕິບັດ​ງານສັງ​ເກດ​ການ ​ແລະ​ຍັງ
ໄດ້ແບ່ງປັນ​ຮູບ​ພາບ​ຈາກດາວ​ທຽມ​ການ​ຄ້າ ​ກັບລັດ
ຖະບານ​ໄນ​ຈີ​ເຣຍ.​

​ໂຄສົກ​ທຳນຽບຂາວ ທ່ານ Jay Carney ກ່່າວ​ໃນ​ຕອນ​ເຊົ້າ​ວັນ​ຈັນວານ​ນີ້​ວ່າ ສະຫະ
ລັດ​ໄດ້​ສະໜອງຂໍ້ມູນ​ດ້ານສືບ​ລັບ ​ການສັງ​ເກດ​ການແລະສອດ​ແນມເພື່ອ ສະໜັບ
ສະໜຸນໄນຈີເຣຍ.

ທ່ານ Carney ກ່າວ​ວ່າ “ດັ່ງ​ທີ່​ທ່ານ​ຮູ້ ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ສັ່ງໃຫ້​ຄະນະປະ
ຕິບັດງານ​ຂອງ​ທ່ານ ດຳເນີນການ​ທຸກ​ສິ່ງຢ່າງ ​ທີ່​ສາມາດກະທຳໄດ້ ເພື່ອໃຫ້ການ​ຊຸກຍູ້
ລັດຖະບານ​ໄນ​ຈີ​ເຣຍ ​ໃນ​ຄວາ​ມພະຍາຍາມ​ຊອກ​ຫາ ແລະ​ປ່ອຍໂຕບັນດາ​ນັກຮຽນ​ຍິງ​
ເຫລົ່າ​ນີ້. ຂ້າພະ​ເຈົ້າສາມາດ​ລາຍ​ງານ​ໃຫ້​ທ່ານ​ຊາບ​ວ່າ ຄະນະປະຕິບັດ​ງານ​ຂອງ​ພວກ
​ເຮົາ ​ທີ່ມີ​ຜູ້ຕາງໜ້າ​ ຈາກກະຊວງ​ການ​ຕ່າງ ປະ​ເທດ ກະຊວງ​ປ້ອງ​ກັນ​ປະ​ເທດຫ້ອງການ
​ສັນຕິບານກາງ​ FBI ​ແລ​ະອື່ນໆ ກຳລັງ​ປະ​ຕິ​ບັດ​ງານ ​ຢູ່ທີ່ສະ​ຖານ​ທູດສະຫະລັດໃນ ໄນ​
ຈີ​ເຣຍ ​ເພື່ອໃຫ້ການ​ຊ່ວຍສະໜັບສະໜຸນ ລັດຖະບານໄນ​ຈີ​ເຣຍ ​ໂດຍໃຫ້ການຊ່ວຍ
ເຫລືອທາງ​ທະຫານ ​ແລະ​ການ​ປະຕິບັດ​ກົດໝາຍ ​ພ້ອມ​ດ້ວຍ​ການ​ສືບ​ລັບ ສອດ​ແນມ ​ແລະສະໜັບ ສະໜຸນດ້ານສັງ​ເກດ​ການ.”

ທ່ານ Carney ຍັງ​ກ່າວ​ອີກ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ທຳນຽບຂາວ ​ໄດ້​ເຫັນວີ​ດີ​ໂອ ທີ່ນຳ
ອອກ​ເຜີຍ​ແຜ່​ໂດຍກຸ່ມຫົວຮຸນແຮງ​ອິສລາມ Boko Haram ແລ້ວທີ່​ການ ກ່າວອ້າງ
ຂອງກຸ່ມ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ພວກນັກຮຽນ​ຍິງ​ຫລາຍ​ສິບ​ຄົນ​ທີ່​ຖືກ​ລັກພາ​ໂຕ.

ທ່ານ​ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ບໍ່​ມີ​ເຫດຜົນ​ທີ່​ຈະ​ຖາມ​ເຖິງ​ຄວາມ​ເປັນ​ຈິງ ​ແລະ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ສືບ​ລັບ ພວມກວດກາ​ຢ່າງ​ລະມັດລະວັງ​ເບິ່ງ ວີ​ດີ​ໂອ ເພື່ອຊອກຫາຮ່ອງ
ຮອຍທີ່​ອາດຈະ​ຊ່ວຍ​ ໃນ​ການ​ຊອກ​ຫາ​ພວກນັກຮຽນ​ຍິງ​ເຫຼົ່າ​ນີ້.
NIGERIA SCHOOL GIRLS SOTVO
please wait

No media source currently available

0:00 0:00:54 0:00
XS
SM
MD
LG