ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໃຫ້ທຶນຊ່ວຍເຫລືອເພື່ອສຸຂະພາບໂລກ ຊ່ວຍສົ່ງເສີມ ເສດຖະກິດສະຫະລັດນໍາ (ເບິ່ງວີດີໂອ)


ລາຍ​ງານ​ໃໝ່​ສະບັບ​ນຶ່ງ​ ໂດຍ​ກຸ່ມ​​​ປະສົມວ່າ​ດ້ວຍ​ສຸຂະພາບ​ໂລກ​ ກ່າວ​ວ່າ ສະຫະລັດເປັນ​ ປະ​ເທດທີ່​​ໃຫ້ການສະໜັບສະໜຸນ ດ້ານ​ເສດຖະກິດ​ອັນ​ດັບ​ສູງ​ສຸດ​ຂອງ​ໂລກ ຕໍ່​ການ​ພັດທະນາ ແລະການ​ຄົ້ນຄວ້າທາງ​ດ້ານສຸຂະພາບ​ຢູ່​ໃນທົ່ວໂລກ ຊຶ່ງ​ບໍ່​ພຽງ​ແຕ່​ເປັນການ​ສົ່ງ​ເສີມ​​ການ​ປາບ​ປາມ​ພະຍາດ​ໂຣຄາ​ເທົ່າ​ນັ້ນ ​ແຕ່​ມັນ​ຍັງ​ເປັນ​ການ​ດີ​ສໍາລັບ​​ເສດຖະກິດ​ຂອງສະຫະລັດ​ນໍາອີກ ຕາມ​ທີ່ນັກ​ຂ່າວ​ວີ​ໂອ​ເອ Vidushi Sinha ລາຍ​ງານ​ມາ ຊຶ່ງທອງ​ປານຈະ​ນໍາ​ເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ລາຍງານພາສາອັງກິດ:

ໂຄງການພັດທະນາ​ຢາ​ວັກ​ຊີ​ນຕ້ານ​ໂຣກປອດ​ແຫ້ງ ​ເປັນ​ພຽງ​ຕົວຢ່າງ​ນຶ່ງ​ຂອງປະ​ເພດ​ວຽກ
​ງານ ​ທີ່​ລັດຖະບານ​ສະຫະລັດ​ໄດ້​ໃຫ້ການສະໜັບສະໜຸນ​ຕະຫລອດ​ມາ. ຄວາມ​ຈິງ ໂດຍ
ລວມ​ທັງ​ໝົດ​ແລ້ວ ສະຫະລັດ​ແມ່ນໄດ້​ໃຫ້​ເງິນ ຈໍານວນ 12,700 ​ລ້ານ​ໂດ​ລາ ​ປະກອບສ່ວນ
​ເຂົ້າ​ໃນ​ການ​ຄົ້ນຄວ້າ​ດ້ານການ​ແພດ​ ໃນ​ລະຫວ່າງ​ປີ 2000 ​ຫາ ປີ 2010. ​ເງິນ​ຈໍານວນ​ດັ່ງ
ກ່າວ​ໄດ້​ເອົາ​ໄປ​ໃຊ້​ຊ່ວຍ​ພັດທະນາ​ຢຸກຢາ ແລະຢາ​ວັກ​ຊີ​ນທີ່​ດີ​ຂຶ້ນ ແລະ​ພັດທະນາ​ວິທີການ
​ປິ່ນປົວທີ່​ດີກ​ວ່າ​ ​ແລະ​ບັນດາ​ຜູ້ສົ່ງ​ເສີມສະໜັບສະໜຸນ​ກ່າວ​ວ່າ ຄວາມ​ພະຍາຍາມ​ດັ່ງກ່າວນີ້​
ຄວນ​ຈະ​ດໍາ​ເນີນ​ສືບ​ຕໍ່​ໄປ.

ທ່ານນາງ Kaitlin Christenson ເປັນ​ຜູ້​ອໍານວຍ​ການກຸ່ມ​ປະສົມ​ວ່າດ້ວຍ​ເທັ​ກ​ໂນ​ໂລ​ຈີດ້ານ
ສຸຂະພາບ​ໂລກ ​ທີ່​ປະກອບ​ດ້ວຍອົງການ​ສຸຂະພາບ​ເອກະ​ຊົນ​ຕ່າງໆ 40 ​ອົງການ​. ກຸ່ມປະ
ສົມດັ່ງກ່າວ ກັບກຸ່ມຄົ້ນຄວ້າອິດສະຫລະ ທີ່​ຊຶ່ວ່າ Policy Cures ​ໄດ້​ລວມລວມລາຍງານ
​ກ່ຽວ​ກັບ​ວ່າ ການໃຫ້​ທຶນ​ຊ່ວຍ​ເຫລືອ​ຂອງສະຫະລັດ​ ​ໄດ້​ມີ​ສ່ວນ​ປະກອບ​ແນວ​ໃດຕໍ່​ຜະລິດ
​ຕະພັນ ດ້ານ​ສຸຂະພາບຂອງ​ໂລກ.

ທ່ານ​ນາງ Christenson ​ເວົ້າ​ວ່າ: “ມີຜະລິດ​ຕະພັນ​ເກືອບ 45 ຊະນິດ​ທີ່​ໄດ້​ຮັບໃບ
​ອະນຸຍາດ​ໃຫ້​
ນໍາໃຊ້​​ໄດ້ໃນ​ໂລກພວມ​ພັດທະນາ ​ແລະ​ໃນ​ຈໍານວນ​ຜະລິດ​ຕະພັນ​ເຫລົ່າ​
ນັ້ນ
​ແມ່ນສະຫະລັດ​ໄດ້​ຊ່ວຍ​ລົງທຶນ​ໃຫ້ ຫລາຍ​ກ່ວາ ເຄິ່ງນຶ່ງ.

Dr. Javier Guzman ຜູ້​ອໍານວຍ​ການ​ກຸ່ມ​ຄົ້ນຄວ້າ​ອິດສະຫລະ Policy Cures ກ່າວ​ວ່າ
ມັນບໍ່​ແມ່ນ​ກ່ຽວ​ກັບ​ ​ສະ​ເພາະ​ແຕ່​ການ​ປາບ​ປາມ​ພະຍາດຢູ່​ໃນ​ພວກ​ປະ​ເທດ​ກໍາລັງ​ພັດທະ
ນາ​ເທົ່າ​ນັ້ນ ຊຶ່ງ​ທ່ານ​ອະທິບາຍ​ຕໍ່​ໄປ​ວ່າ:

ນີ້​​ແມ່ນ​ກ່ຽວ​ກັບ​ເສດຖະກິດ​ຂອງ​ສະຫະລັດ​ນໍາ. ລາຍ​ງານ​ສະ​ແດງ​ໃຫ້ເຫັນ​ວ່າ
ງິ​ນ 64 ​ເຊັນ​ໃນ​ທຸກໆ​ນຶ່ງ​ໂດ​ລາ ຈິງໆ​ແລ້ວ ແມ່ນຈ່າຍ​ໃຫ້​ແກ່​ກຸ່ມຜູ້ຄົ້ນຄວ້າ​ແລະ
ພັດທະນາ​
ຢຸກຢາ ທີ່​ມີ​ສໍານັກງານ​ຢູ່​ໃນ​ສະຫະລັດ ​ແລະ​ນັ້ນກໍ​ແມ່ນສ້າງ​ໃຫ້​ມີວຽກ
​ເຮັດ​ງານ​ທໍາ ເປັນ​ຈໍານວນ​ຫລວງຫລາຍ.

ສະຫະລັດ​ແມ່ນໄດ້​ໃຫ້​ເງິນ ຈໍານວນ 12,700 ​ລ້ານ​ໂດ​ລາ ​ປະກອບສ່ວນ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ດ້ານການ​ແພດ​ ໃນ​ລະຫວ່າງ​ປີ 2000 ​ຫາ ປີ 2010 ເພື່ອຊ່ວຍ​ພັດທະ ນາ​ຢຸກຢາ ແລະຢາ​ວັກ​ຊີ​ນທີ່​ດີ​ຂຶ້ນ ແລະ​ພັດທະນາ​ວິທີ ການ​ປິ່ນປົວທີ່​ດີກ​ວ່າ​.
ສະຫະລັດ​ແມ່ນໄດ້​ໃຫ້​ເງິນ ຈໍານວນ 12,700 ​ລ້ານ​ໂດ​ລາ ​ປະກອບສ່ວນ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ດ້ານການ​ແພດ​ ໃນ​ລະຫວ່າງ​ປີ 2000 ​ຫາ ປີ 2010 ເພື່ອຊ່ວຍ​ພັດທະ ນາ​ຢຸກຢາ ແລະຢາ​ວັກ​ຊີ​ນທີ່​ດີ​ຂຶ້ນ ແລະ​ພັດທະນາ​ວິທີ ການ​ປິ່ນປົວທີ່​ດີກ​ວ່າ​.

ກຸ່ມ​ອາຊີບ​ດ້ານ​ສຸຂະພາບ​ກ່າວ​ວ່າ ນອກ​ນີ້
​ແລ້ວ ​ມັນ​ຍັງ​ມີ​ເຫດຜົນ​ພຽງພໍໃນການ​ປາບ
​ປາມ​ພະຍາດ​ໂຣຄາ​ຕ່າງໆ​ໃນ​ລະດັບທົ່ວ​ໂລກ ເພາະວ່າພວກ​ພະຍາດ​ທີ່​ມາ​ຈາກ​ການ​ຕິດ​ເຊື້ອໂຣກນັ້ນ​ ແມ່ນ​ບໍ່​ມີ​ພົນ​ແດນ. ພວກ​ເຂົາ​ເຈົ້າກ່າວ​ອີກ​ວ່າ ມັນ​ສໍາຄັນ​ຫລາຍ​ທີ່​ສຸດ ທີ່​ຈະ​ຕ້ອງສືບ​ຕໍ່​ການ​ຕໍ່ສູ້​ປາບ​ປາມ​ພວກ​ພະ ຍາດ​ຕິດ​ເຊື້ອ​ທັງຫລາຍ ຢູ່​ກາຍເຂດ​ຊາຍ ແດນ​ຂອງອາ​ເມ​ຣິກາ​ອອກໄປ​ອີກນັ້ນ.

ທ່ານນາງ Christenson ກ່າວ​ວ່າ ​ນັບ​ວ່າ​
ເປັນ​ເທື່ອ​ທໍາ​ອິດ​ໃນ​ຫລາຍ​ສິບ​ປີ ທີ່ບັດ​ນີ້ ​
ໄດ້ມີກະບວນ​ການ​ພັດທະນາຢູກຢາ​ແລະ
​ຢາ​ວັກ​ຊີ​ນຊະນິດ​ໃໝ່​ທີ່​ເຂັ້ມ​ແຂງ ຕໍ່ຕ້ານ​
ພວກພະຍາດ​ທີ່​ອັນຕະລາຍ​ເຖິງ​ແກ່​ຊີວິດ​
​ເຊັ່ນ​ໂຣກ​ໄຂ້ຍຸງ ​ໂຣກ​ໄຂ່ຫລັງ​ອັກເສບ ເຊື້ອ​ເອັຊ​ໄອ​ວີ ​ແລະ​ໂຣກປອດ​ແຫ້ງ ​ເປັນ​ຕົ້ນ.

ທ່ານນາງ Christenson ​ເວົ້າ​ວ່າ: “ບັດ​ນີ້ ພວກ​ເຮົາ​ສາມາດ​ຄາດ​ຫວັງເຖິງ​ຜົນ​ສໍາ​ເລັດ​
ອັນ​ຍິ່ງ​ໃຫຍ່
​ໃນ​ພວກ​ພະຍາດ​ຊະ​ນິດ​ຕ່າງໆ​ໄດ້​ແລ້ວ.

ສ່ວນ Dr. Javier Guzman ນັ້ນ ກ່າວ​ວ່າ:

“ສິ່ງ​ທີ່​ສໍາຄັນ​ກໍ​ຄື ​ການ​ສ້າງ​ຄວາມ​ມຸ້ງ​ໝັ້ນ​ຂອງ​ພວກ​ເຂົາ​ເຈົ້າຄືນ​ມາ​ໃໝ່ ​ໃນການ
ສະໜອງ​ທຶນ​ໃ
ຫ້ ແບບ​ຍືນ​ຍົງ​ຕໍ່ໄປ​ເລື້ອຍໆ ​ແລະ​ການ​​ໃຫ້​ທຶນ​ແບບສະຫລຽວ​ສະ
ຫລາດ​ຂຶ້ນກວ່າ​ເກົ່າ​
ເພື່ອ​ໄດ້​ຮັບ​ຜົນ​ປະ​ໂຍດ​ຢ່າງແທ້​ຈິງຈາກການ​ລົງ​ທຶນ​ນັ້ນ.

ບັນດາ​ນັກ​ຊ່ຽວຊານດ້ານ​ສຸຂະພາບ​ໂລກ ກ່າວ​ວ່າ ການ​ລົດ​ຜ່ອນ​ການ​ລົງທຶນໃດໆນັ້ນ ອາດ
​ສາມາດ​ເປັນ​ອັນຕະລາຍ​ຕໍ່​ຜະລິດ​ຕະພັນ​ຫລາຍ​ໆຢ່າງ ທີ່​ກໍາລັງ​ພັດທະນາ​ຢູ່​ໃນ​ຂະນະ​ນີ້​ໄດ້
​ແລະ​ພວກ​ເຂົາ​ເຈົ້າກ່າວ​ອີກ​ວ່າ ການ​ສືບ​ຕໍ່ສະໜອງ​ທຶນ​ໃຫ້ຕໍ່​ໄປ​ເລື້ອຍໆຂອງສະຫະລັດ​ນັ້ນ
ແມ່ນສໍາຄັນທີ່​ສຸດ ​ຕໍ່​ການພັດທະນາຜະລິດຕະພັນ​ດ້ານສຸຂະພາບຂອງ​ໂລກ​ລຸ້ນຕໍ່​ໆໄປ​.

XS
SM
MD
LG