ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ນັກໂທດແຫກຄຸກ ຄົນທີສອງ ຂອງ ສຫລ ອາການໜັກ ຫຼັງຈາກຖືກຍິງ


ເຈົ້າໜ້າທີ່ຕຳຫຼວດຢືນຄວບຄຸມໂຕຄາດຕະກອນ ແລະ ນັກໂທດແຫກຄຸກ ທ້າວ David Sweat ຫຼັງຈາກລາວຖືກຍິງ ແລະ ຖືກຈັບໄດ້ຄືນ ຢູ່ເມືືອງ Constable ລັດນິວຢອກ ໃກ້ກັບເຂດຊາຍແດນປະເທດ ການາດາ, 28 ມິຖຸນາ 2015.

ໜຶ່ງ​ໃນ​ສອງ​ນັກ​ໂທ​ດແຫກ​ຄຸກ​ ​ໃນ​ລັດ​ນິວຢອກ ຂອງ​ສະຫະລັດ ຍັງ​ຖືກ​ປິ່ນປົວ​ຢູ່​ໃນ​ໂຮງໝໍ, ມື້​ໜຶ່ງ​ຫຼັງ​ຈາກ​ທີ່​ຖືກຕຳຫຼວດ​ຈັບ​ໄດ້​ຄືນ.

ເຈົ້າ​ໜ້າ​ທີ່ໂຮງໝໍ​ທ່ານ​ໜຶ່ງ ກ່າວ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ອາທິດ​ວານ​ນີ້​ວ່າ ທ້າວ David Sweat ​ມີ​ອາການສາ​ຫັດ.

ຜູ້ກ່ຽວ​ໄດ້ຫຼົບ​ຫຼີກ​ເຈົ້າ​ໜ້າທີ່​ ເປັນ​ເວລາ 2​3 ມື້ ​ຫຼັງ​ຈາກ​ທີ່​ໄດ້​ຫຼົບໜີ​ອອກ​ຈາ​ກຄຸກ​ທີ່​ມີ​ການຮັກສາ​ຄວາມ​ປອດ​ໄພ​ສູງ​ສຸດ ພ້ອມ​ກັບ​ເພື່ອ​ນ​ນັກ​ໂທ​ດຄົນ​ໜຶ່ງ ​ທ້າວ Richard Matt ທີ່​ໄດ້ເສຍ​ຊີວິດ ​ຫຼັງ​ຈາກ​ຖືກ​ຍິງໂດຍ​ຕຳຫລວດລັດຖະບານ​ກາງ.

ທ້າວ Sweat ໄດ້ຖືກຈັບກຸມໃນເມືອງ Constable, ລັດ ນິວຢອກ, ປະມານ 30 ກິໂລແມັດ ຫ່າງຈາກຄຸກທີ່ລາວໄດ້ຫຼົບໜີ ແລະ 3 ກິໂລແມັດ ຈາກຊາຍແດນປະເທດ ການາດາ.

ເຈົ້າໜ້າທີ່ໄດ້ສະແດງຄວາມລ່ວງອົກລ່ວງໃຈ ໃນວັນອາທິດວານນີ້ ຫຼັງຈາກການຕາມ​ລ່ານັກໂທດທີ່ແກ່ເວລາຍາວຫຼາຍອາທິດ ໄດ້ຈົບລົງ ເຊິ່ງມີເຈົ້າເຂົ້າຮ່ວມຫຼາຍກວ່າ 1,300 ຄົນ.

ຜູ້ວ່າການລັດ ນິວຢອກ ທ່ານ Andrew Cuomo ກ່າວຕໍ່ບັນດາ ນັກຂ່າວວ່າ “ໃນທີ່ສຸດ ຝັນຮ້າຍກໍອາວະສານລົງ,”.

XS
SM
MD
LG