ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kerry ຢາກໃຫ້ ອາຟຣິກາ ຮັກສາ ສັນຕິພາບ ຢູ່ມາລີ (ສະໄລດ໌)


ທະຫານມາລີຍິງປືນໃສ່ ພວກອິສລາມ ຢູ່ຫ້ອງການຂອງເຈົ້າແຂວງ ໃນເມືອງ Gao ຂອງມາລີ ໃນວັນທີ 21 ກຸມພາ 2013
ທະຫານມາລີຍິງປືນໃສ່ ພວກອິສລາມ ຢູ່ຫ້ອງການຂອງເຈົ້າແຂວງ ໃນເມືອງ Gao ຂອງມາລີ ໃນວັນທີ 21 ກຸມພາ 2013
ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະ
ຫະລັດເວົ້າວ່າ ຮ່າງຍັດຕິແກ້ໄຂບັນຫາອາຟຣິກາ ຈະເປັນຄໍາ
ຕອບຂັ້ນສຸດທ້າຍສໍາລັບສະຖຽນລະພາບໄລຍະຍາວຂອງມາລີ.

ໃນຄໍາປາໄສຂອງທ່ານທີ່ກ່າວຢູ່ນະຄອນປາຣີນັ້ນ ທ່ານ Kerry
ເວົ້າວ່າ ສະຫະລັດ ຫລືຝຣັ່ງ ຕ່າງກໍບໍ່ໄດ້ຕັ້ງໃຈທີ່ຈະມີໜ້າປະ
ຈໍາການຢູ່ໃນມາລີ ເປັນໄລຍະຍາວເລີຍ.

ທ່ານ Kerry ກ່າວວ່າ “ເປົ້າໝາຍລວມຂອງພວກເຮົາດຽວນີ້ກໍ
ຄືຄວນຈະໃຫ້ອົງການຂອງອາຟຣິກາ ແລະສະຫະປະຊາຊາດ
ເຂົ້າໄປຄວບຄຸມ ເພື່ອຈະໃຫ້ຝຣັ່ງສາມາດຖອນ ອອກໄປໄດ້.”

ທ່ານ Kerry ເວົ້າອີກວ່າ ມີວິທີທາງດຽວ ທີ່ຈະສາມາດແກ້ໄຂ
ບັນຫາຂອງມາລີໄດ້ ນັ້ນກໍຄື ການຟື້ນຟູລັດຖະບານທີ່ຖືກເລືອກ
ຕັ້ງ ແບບປະຊາທິປະໄຕ ຊຶ່ງຖືວ່າເປັນລັດຖະບານ ທີ່ຖືກຕ້ອງ
ຕາມກົດໝາຍ ໃນສາຍຕາຂອງປະຊາຊົນ.

ທ່ານ Laurent Fabius ລັດຖະມົນຕີການຕ່າງປະເທດຝຣັ່ງ
ເວົ້າວ່າ ຝຣັ່ງ ບໍ່ມີຈຸດປະ ສົງທີ່ຈະສືບຕໍ່ປະຈໍາການ ຢູ່ໃນມາລີເປັນເວລາຍາວນານ ແຕ່ ຢ່າງໃດເລີຍ.

ທ່ານກ່າວວ່າມີກຸນແຈສໍາຄັນສາມຢ່າງ ທີ່ຈະເຮັດໃຫ້ມາລີມີສະຖຽນລະ ພາບໄດ້ ຊຶ່ງກໍຄື ການຕໍ່ສູ້ກັບກຸ່ມກໍ່ການຮ້າຍ, ສ້າງຕັ້ງລັດຖະບານທີ່ ເຂັ້ມແຂງ ມີປະຊາທິປະໄຕ, ແລະ ປັບປຸງສະພາບເສດຖະກິດ ແລະ ສະພາບການດ້ານມະນຸດສະທໍາ ຢູ່ໃນປະເທດດັ່ງ ກ່າວ ໃຫ້ດີຂຶ້ນ.

ກຸ່ມປະຊາຄົມເສດຖະກິດບັນດາລັດອາຟຣິກາຕາເວັນຕົກ ຫລື ECOWAS ພວມປະ ກອບກໍາລັງທະຫານຂຶ້ນ ທີ່ຄາດກັນວ່າ ຈະທໍາ ໜ້າທີ່ໃນການຮັກສາສັນຕິພາບ ແລະ ສ້າງສະຖຽນລະພາບ ໃນໄລຍະ ຍາວຢູ່ໃນມາລີຊຶ່ງບາງທີອາດຈະຢູ່ໃນການຊີ້ນໍາຂອງ ສະຫະປະຊາຊາດ.

ກໍາລັງທະຫານຂອງຝຣັ່ງ ແລະຂອງບັນດາປະເທດອາຟຣິກາຕາເວັນຕົກ ສືບຕໍ່ດໍາເນີນ ການຕໍ່ສູ້ກັບພວກຫົວຮຸນແຮງອິສລາມ ຢູ່ໃກ້ຊາຍ ແດນອາລຈີເລຍ ລຸນຫລັງທີ່ໄດ້ຂັບ ໄລ່ພວກຫົວຮຸນແຮງ ອອກໄປຈາກ ບັນດາຫົວເມືອງນ້ອຍໃຫຍ່ຕ່າງໆ ທີ່ພວກເຂົາຄວບ ຄຸມຢູ່ນັ້ນ.

ປະມວນພາບເຄື່ອນໄຫວຢ້ຽມຢາມຢູໂຣບຂອງທ່ານ Kerry:

XS
SM
MD
LG