ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອັງກິດ ແລະຝຣັ່ງ ຕົກລົງກັນ ໃຫ້ເອົາມະຕິ ທີ່ເຂັ້ມແຂງ ຂອງ UN ຕໍ່ຊີເຣຍ


ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ (ຂວາ) ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດ (ຊ້າຍ) ແລະທ່ານ
Laurent Fabius ລັດຖະມົນຕີຕ່າງປະເທດຝຣັ່ງ
ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດສະຫະລັດ (ຂວາ) ທ່ານ William Hague ລັດຖະມົນຕີຕ່າງປະເທດອັງກິດ (ຊ້າຍ) ແລະທ່ານ Laurent Fabius ລັດຖະມົນຕີຕ່າງປະເທດຝຣັ່ງ
ສະຫະລັດ ຝຣັ່ງ ​ແລະ​ອັງກິດ ​ໄດ້​ຕົກລົງ​ກັນ ກ່ຽວ​ກັບ​ຄວາມ​ຕ້ອງການ​ໃຫ້ມີ​ມະຕິ​ທີ່​ເຂັ້ມ​ແຂງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ຕັ້ງ​ຂໍ້​ກໍານົດວັນ​ເສັ້ນຕາຍ​ທີ່​ແນ່ນອນ ​ແລະມີ​ຂໍ້​ຜູກ​ມັດ ສໍາລັບ​ໃຫ້​ຊີ​ເຣຍປະ​ຖິ້ມ​ອາວຸດ​ເຄມີ​ຂອງ​ຕົນ​ນັ້ນ.

ຫ້ອງການ​ຂອງ ປະທານາທິບໍດີ​ຝຣັ່ງ ທ່ານ Francois Holland ​ໄດ້​ປະກາດ​ຂໍ້​ຕົກລົງ​ກັນ​ດັ່ງກ່າວໃນວັນ​ຈັນ​ມື້​ນີ້ ຫຼັງຈາກ​ກອງ​ປະຊຸມ​ບັ້ນ​ນຶ່ງ​ທີ່ ນະຄອນຫຼວງປາຣີ ປະ​ເທດ​ຝຣັ່ງ ກັບ​ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງ ປະ​ເທດ​ສະຫະລັດ, ທ່ານ Laurent Fabius ລັດຖະມົນຕີ​ຕ່າງປະ​ເທດຝຣັ່ງ ​ແລະ​ທ່ານ William Hague ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ.

ກ່ອນ​ໜ້າ​ນີ້ ຄວາມ​ພະຍາຍາມ​ຕ່າງໆ​ເພື່ອ​ຫາ​ທາງ​ແກ້​ໄຂ​ບັນຫາ​ວິ​ກິດ​ການ​ໃນ​ຊີ​ເຣຍ ຢູ່​ທີ່​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ ບໍ່​ປະສົບ​ຜົນ​ສໍາ​ເລັດ ຍ້ອນ​ວ່າ ທັງຣັດ​ເຊຍ ​ແລະ​ຈີນ ​ໄດ້​ພາກັນ​ໃຊ້​ອໍານາດ​ສິດ​ທິຍັບ​ຍັ້ງ ຫຼືວີ​ໂຕ້ ເພື່ອ​ກີດ​ກັ້ນ​ການ​ແຊກ​ແຊງ​ໃດໆ​ຈາກ​ຕ່າງປະ​ເທດ​.

ກອງ​ປະຊຸມ​ເມື່ອ​ວັນ​ຈັນ​ນີ້ ​ແມ່ນ​ມີ​ຂຶ້ນ​ໃນ​ໄລຍະຫຼາຍມື້ ຫຼັງຈາກ​ສະຫະລັດ ​ແລະຣັດ​ເຊຍ ​ໄດ້​ປະກາດ​ແຜນການ​ນຶ່ງ​ອອກໄປ ​ທີ່​ຮຽກຮ້ອງ​ໃຫ້​ຊີ​ເຣຍຈົ່ງ ​ໃຫ້​ແຈ້ງ​ລາຍ​ລະອຽດ​ຂອງ​ຈໍານວນ​ອາວຸດ​ເຄມີ​ຂອງ​ຕົນທັງ​ໝົດ ທີ່​ເກັບ​ສະ​ສົມ​ໄວ້​ນັ້ນ ຊຶ່ງ​ລັດຖະບານ​ຊີ​ເຣຍ ​ກໍໄດ້​ສັນຍາ​ວ່າ​ຈະ​ປະຕິບັດ​ຕາມ.

ທີ່​ນີວຢ໊ອກ ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ຈະລາ​ຍງານ​ໂດຍ​ສັງ​ເຂ​ບ ຕໍ່​ສະພາ​ຄວາມ​ໝັ້ນຄົງ ​ແລະ ສະມັດຊາ​ໃຫຍ່ ກ່ຽວ​ກັບ​ລາຍ​ງານ​ສະບັບນຶ່ງ​ໂດຍ​ຄະນະ​ສືບສວນ​ສອບສວນ​ອາ​ວຸດ​ເຄມີ ທີ່​ໄດ້​ເກັບ​ກໍາຫຼັກຖານ​ຕ່າງໆ​ຈາກການ​ໂຈມ​ຕີ​ທີ່​ອັນຕະລາດ​ເຖິງ​ຂັ້ນ​ເສຍ​ຊີວິດ ຢູ່​ບໍລິ​ເວນ​ໃກ້​ນະຄອນຫຼວງດາ​ມັສກັສ ຂອງ​ຊີ​ເຣຍ ​ເມື່ອ​ເດືອນ​ຜ່ານ​ມານັ້ນ.
XS
SM
MD
LG