ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ວັນ​ເອກ​ກະ​ລາດ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ສົ່ງ​ຂ່າວ ໂດຍ​ຄາດ​ຫວັງ​ໄປ​ໃນ​ທາງ​ທີ​ດີ​ຂຶ້ນ


​ການ​ສະ​ຫລອງວັນ​ເອກ​ກະ​ລາດ​ ທີ 4 ກໍ​ລະ​ກົດ​ຂອງ​ສະ​ຫະ​ລັດ
​ການ​ສະ​ຫລອງວັນ​ເອກ​ກະ​ລາດ​ ທີ 4 ກໍ​ລະ​ກົດ​ຂອງ​ສະ​ຫະ​ລັດ

ປະ​ທານ​າ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ຈິ​ລ ໄບ​ເດັນ ໄດ້​ສະ​ເຫຼີມ​ສະ​ຫຼອງວັນ​ທີ 4 ກໍ​ລະ​ກົດ​ໃນ​ວັນ​ຈັນ​ວານນີ້ ດ້ວຍ​ການ​ສົ່ງ​ຂ່າວ​ໃນ​ທາງ​ທີ່​ດີ​ແລະ​ຄວາມ​ປຸ້ມ​ລຸ້ມ​ສາ​ມັກ​ຄີ ໃນ​ເວ​ລາ​ທີ່​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ອາ​ເມ​ຣິ​ກັນ​ສ່ວນ​ໃຫຍ່​ເຊື່ອ​ວ່າ ປະ​ເທດ​ຊາດ​ພວມ​ມຸ່ງ​ໜ້າ​ໄປ​ໃນ​ທິດ​ທາງ​ທີ່​ບໍ່​ຖືກ​ຕ້ອງ ແລະ​ມີ​ການ​ແບ່ງ​ແຍກ​ທາງ​ດ້ານ​ການ​ເມືອງ ນັ້ນ​ຄື​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ອັນ​ດັບ​ນຶ່ງ.

“ອາ​ເມ​ຣິ​ກາ​ມີ​ການ​ປ່ຽນ​ແປງ​ສະ​ເໝີ ມີ​ການ​ເຄື່ອນ​ໄຫວ​ສະ​ເໝີ ມີ​ການ​ເຮັດ​ວຽກ​ເພື່ອ​ຄວາມ​ກ້າວ​ໜ້າ​ສະ​ເໝີ” ປະ​ທາ​ນາ​ທິ​ບໍ​ດີໄບ​ເດັນ​ກ່າວ ໃນ​ຂະ​ນະ​ທີ່​ຢືນ​ຄຽງ​ຂ້າງ​ສະ​ຕີ​ໝາຍ​ເລກ​ນຶ່ງ ໃນ​ການ​ໃຫ້​ຄວາມ​ເຫັນ ລະ​ຫວ່າງ​ການ​ປີ້ງ​ບາ​ເບ​ຄິວ​ສະ​ຫຼອງວັນ​ເອກ​ກະ​ລາດ ກັບ​ຄອບ​ຄົວ​ຂອງ​ພວກ​ທະ​ຫານ​ຢູ່​ທີ່​ທຳ​ນຽບ​ຂາວ. ທ່ານ​ກ່າວ​ຕື່ມ​ວ່າ “ຄວາມ​ກ້າວ​ໜ້າ ການ​ເຄື່ອນ​ໄຫວ​ໄປ​ໜ້າ ການ​ສ້າ​ງ​ຕັ້ງ​ໃນ​ຄວາມ​ເປັນ​ໄປ​ໄດ້ ການ​ເຮັດ​ຫຼ້ອນ​ຄຳ​ໝັ້ນ​ສັນ​ຍາ.”

ທ່ານ​ໄບ​ເດັນ​ສະ​ເໜີ​ແນະ​ວ່າ ວັນ​ເວ​ລາ​ທີ່​ດີ​ຂຶ້ນກວ່າ​ເກົ່າ​ແມ່ນນອນ​ຢູ່​ຂ້າງ​ໜ້າ ໃນ​ຂ​ະ​ນະ​ທີ່​ທ່ານ​ຮັບ​ຮູ້​ວ່າ ຊາວ​ອາ​ເມ​ຣິ​ກັນ​ພວມດີ້ນ​ຮົນ​ຕໍ່​ສູ້​ເພື່ອ​ໃຫ້​ຜ່ານ​ຜ່າ​ກັບ​ສະ​ພາບ​ເງິນ​ເຟີ້​ສູງ​ຂອງ​ປະ​ເທດ​ໃນ​ເວ​ລານີ້.

ທ່ານ​ໄບ​ເດັນເວົ້າ​ວ່າ “ເສດ​ຖະ​ກິດ​ຂອງ​ພວກ​ເຮົາ​ພວມ​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕ ບໍ່​ແມ່ນ​ວ່າ​ໂດຍ​ປາ​ສະ​ຈາກ​ຄວາມ​ເຈັບ​ປວດ.”

ຊາວ​ອາ​ເມ​ຣິ​ກັນ​ແມ່ນ​ມີ​ຄວາມ​ເຫັນ​ເພີ້ມ​ຂຶ້ນ​ໄປ​ໃນ​ແງ່​ລົບ​ກ່ຽວ​ກັບ​ເສດ​ຖະ​ກິດ. ໃນ​ການ​ຢັ່ງ​ຫາງ​ສຽງ​ຂອງ​ອົງ​ການ​ຂ່າວ AP-NORC ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພຸດ​ແລ້ວ ສະ​ແດງ​ໃຫ້​ເຫັນ​ວ່າ 79 ເປີ​ເຊັນ ກ່າວ​ວ່າ ເສດ​ຖະ​ກິດ​ແມ່ນ​ຢູ່​ໃນ​ສະ​ພາບ​ທີ່​ບໍ່​ດີ ຮວມ​ທັງ 90 ເປີ​ເຊັນ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ 67 ເປີ​ເຊັນ​ຈາກ​ພັກ​ເດ​ໂມ​ແຄ​ຣັດ.

ໂດຍ​ທົ່​ວໄປ​ແລ້ວ ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຜູ້​ໃຫຍ່​ຊາວ​ອາ​ເມ​ຣິ​ກັນ 85 ເປີ​ເຊັນ​ກ່າວ​ວ່າ ປະ​ເທດ​ຊາດ​ພວມ​ມຸ່ງ​ໜ້າ​ໄປ​ໃນ​ທິ​ດ​ທາງ​ທີ່​ບໍ່​ຖືກ​ຕ້ອງ ຮວມ​ທັງ 92 ເປີ​ເຊັນຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ 78 ເປີ​ເຊັນ​ຈາ​ກ​ພັກ​ເດ​ໂມ​ແຄ​ຣັດ ຊຶ່ງ​ເປັນ​ຈຳ​ນວນ​ທີ່​ສູງ​ທີ່​ສຸດ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ນັບ​ແຕ່​ທ່ານ​ໄບ​ເດັນ​ເຂົ້າ​ຮັບ​ຕຳ​ແໜ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG