ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຮ້ອງຂໍ ໃຫ້ທ່ານນາງ Clinton ໄປຢ້ຽມຢາມລາວ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton

ອະດີດເອກອັກຄະລັດຖະທູດຫຼືຫົວໜ້າສະຖານທູດສະຫະລັດປະຈຳປະເທດລາວ 6 ທ່ານ
ໄດ້ສົ່ງສານສະບັບນຶ່ງ ໄປຫາລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ຮ້ອງຂໍໃຫ້ທ່ານນາງເດີນທາງໄປຢ້ຽມຢາມປະເທດລາວໃນລະຫວ່າງທີ່ທ່ານນາງ ເດີນທາງໄປຢ້ຽມຢາມເຂດເອເຊຍຕາເວັນອອກສຽງໃຕ້ຄັ້ງຈະມາ ແລະໃຫ້ຄວາມໝັ້ນໝາຍ ທີ່ຈະເພີ່ມການໃຫ້ຄວາມຊ່ອຍເຫຼືອຂອງສະຫະລັດ ໃນການເກັບກູ້ລະເບີດທີ່ບໍ່ທັນແຕກທີ່
ຍັງຕົກຄ້າງແຕ່ປາງສົງຄາມຫວຽດນາມນັ້ນ.

ບັນດາເອກອັກຄະລັດຖະທູດສະຫະລັດຂຽນວ່າ ໃນລະຫວ່າງສົງຄາມ ໄດ້ມີການຖິ້ມລະ
ເບີດຫຼາຍກວ່າ 2 ລ້ານໂຕນລົງໃສ່ລາວ ຊຶ່ງເປັນລະເບີດໃນປະລິມານທີ່ຫຼາຍກວ່າ ທີ່ມີ ການຖິ້ມລົງໃສ່ເຢຍຣະມັນແລະຍີ່ປຸ່ນຮວມກັນໃນສົງຄາມໂລກຄັ້ງ ທີ 2. ອີງຕາມອັດຕາ
ການສະເລ່ຍແລ້ວ ລາວແມ່ນປະເທດທີ່ຖືກຖິ້ມລະເບີດລົງໃສ່ ໜັກທີ່ສຸດເປັນປະວັດການ.
ມີຫຼາຍກວ່າ 30 ເປີເຊັນຂອງລະເບີດທີ່ຖິ້ມລົງໄປນັ້ນບໍ່ແຕກແລະລະເບີດທີ່ບໍ່ແຕກຢູ່ລາວ
ນີ້ຍັງສືບຕໍ່ເປັນອຸບປະສັກຂັດຂວາງ ຕໍ່ການພັດທະນາ ແລະເຮັດໃຫ້ມີຜູ້ຄົນບາດເຈັບລົ້ມ
ຕາຍຫຼາຍຮ້ອຍຄົນໃນແຕ່ລະປີ.

ຈົດໝາຍສະບັບນີ້ໄດ້ມີການລົງນາມໂດຍອະດີດເອກອັກຄະລັດຖະທູດຫຼືຫົວໜ້າສະຖານທູດ
ສະຫະລັດປະຈຳ ສປປ ລາວ ປະກອບມີທ່ານນາງ Theresa A. Tull ທ່ານ Harriet
Isom ທ່ານນາງ Wendy Chamberlin ທ່ານ Charles Salmon Jr. ທ່ານ Victor
Tomseth ແລະທ່ານ Douglas Hartwick. ພວກທ່ານເຫຼົ່ານີ້ເຄີຍປະຈຳການຢູ່ລາວແຕ່
ປີ 1983 ຫາ 2004.

XS
SM
MD
LG