ບາງຄົນເອີ້ນຄວາມພະຍາຍາມນີ້ວ່າ ການຕ່າວປີ້ນ ການໄຫລໜີຂອງສະໝອງຫົວກະທິ.
ພວກນັກສຶກສາຕ່າງປະເທດ ໄດ້ພາກັນຫຼັ່ງໄຫຼເຂົ້າມາຮຽນຕໍ່ຢູ່ຕາມມະຫາວິທະຍາໄລແຫ່ງ
ຕ່າງໆຂອງສະຫະລັດ ເພື່ອຮຽນເອົາປລິນຍາໂທ ແລະປລິນຍາເອກໃນດ້ານວິທະຍາສາດ
ເທັກໂນໂລຈີ ວິສະວະກຳແລະຄະນິດສາດ.
ແຕ່ຫຼາຍໆຄົນໃນຈຳນວນດັ່ງກ່າວ ເຊັ່ນທ້າວ Yifang Wei ຈາກເມືອຊີອານໃນພາກກາງ
ຂອງຈີນອາດຈະບໍ່ສາມາດໄດ້ຮັບວີຊ່າໃຫ້ເຮັດວຽກຢູ່ທີ່ສະຫະລັດໄດ້ຫຼັງຈາກຮຽນຈົບແລ້ວ.
ທ້າວ Yifang ເວົ້າວ່າ “ແມ່ນແລ້ວຂ້ອຍມີຄວາມວິຕົກຫຼາຍ ມີຄວາມກັງວົນເປັນທີ່
ສຸດ.”
ໃນປີ 2009 ພວກນັກສຶກສາຕ່າງປະເທດແມ່ນປະກອບເປັນຫຼາຍເຖິງສອງສ່ວນສາມຂອງ ພວກທີ່ໄດ້ຮັບປລິນຍາເອກໃນຂະແໜງຟີສິກແລະວິສະວະກຳ ທີ່ສະຖາບັນການສຶກສາຂັ້ນ ສູງຕ່າງໆຂອງສະຫະລັດໄດ້ມອບໃຫ້ນັ້ນ.
ທ້າວ Xiao Qin ຈາກເຂດນະຄອນຫຼວງປັກກິ່ງ ເວລານີ້ກຳລັງຮຽນເອົາປລິນຍາເອກໃນ
ດ້ານ Computer Science ຈາກມະຫາວິທະຍາໄລ Georgetown ຢູ່ທີ່ກຸງວໍຊິງຕັນ.
ລາວເວົ້າວ່າ ລາວຢາກຈະເຮັດວຽກ ໃຫ້ກັບບໍລິສັດ Google, Yahoo ຫລື Microsoft.
ທ້າວ Xiao ເວົ້າວ່າ “ຈະແຈ້ງທີ່ສຸດພວກເຮົາແມ່ນມັກຢາກຈະຢູ່ທີ່ນີ້ຕໍ່ຕື່ມອີກຫຼາຍໆ
ປີ ແຕ່ຖ້າພວກເຮົາຫາກບໍ່ສາມາດໄດ້ຮັບວີຊ່າຢູ່ຕໍ່ແລ້ວພວກເຮົາກໍຈຳເປັນຕ້ອງ
ໄດ້ຈາກໄປ.”
ສະຫະລັດມີກົດໝາຍຈຳກັດຈຳນວນພວກນັກສຶກສາຕ່າງປະເທດທີ່ສາມາດຊອກເຮັດວຽກ
ເຮັດການຢູ່ໃນສະຫະລັດໄດ້ແລະພວກຕຳໜິຕິຕຽນເວົ້າວ່າ ນະໂຍບາຍຄົນເຂົ້າເມືອງທີ່ຈຳ
ກັດຮັດແຄບດັ່ງກ່າວ ສ້າງຄວາມເສຍຫາຍໃຫ້ແກ່ຄວາມສາມາດຂອງສະຫະລັດໃນການທີ່
ຈະຮັບເອົາພວກນັກສຶກສາທີ່ເກັ່ງໆເຫຼົ່ານີ້ໄວ້.
ທ່ານນາງ Zoe Lofgren ເປັນສະມາຊິກສະພາຕໍ່າສັງກັດພັກເດໂມແຄຣັທຈາກລັດຄາລີຟໍ
ເນຍ.
ສະມາຊິກສະພາຕໍ່າ Lofgren ເວົ້າວ່າ “ໃນຂະນະທີ່ຄັ້ງນຶ່ງພວກເຮົາເຄີຍຮ້ອງຂໍໃຫ້
ພວກທີ່ເກັ່ງທີ່ສຸດໃນໂລກເຂົ້າມາ ແລະມາຕັ້ງຖິ່ນຖານໃໝ່ຢູ່ທີ່ນີ້ ແຕ່ໃນເວລານີ້
ພວກເຮົາຊໍ້າພັດໄດ້ສົ່ງໃຫ້ພວກເຂົາເຈົ້າໜີໄປ. ຫຼັງຈາກໄດ້ໃຫ້ການສຶກສາ ແລະ
ຝຶກອົບຮົມແກ່ພວກນັກສຶກສາທີ່ເກັ່ງທີ່ສຸດຂອງໂລກ ຢູ່ໃນມະຫາວິທະຍາໄລຂອງ
ພວກເຮົາແລ້ວພວກເຮົາຊໍ້າພັດບໍ່ໃຫ້ການຕ້ອນຮັບພວກເຂົາເຈົ້າມາຊ່ອຍພັດທະ
ນາສ້າງສາໃຫ້ປະເທດນີ້ຈະເລີນຮຸ່ງເຮືອງຂຶ້ນຕື່ມ.”
ບັນດາບໍລິສັດຮາຍເທັກຕ່າງໆໃນສະຫະລັດ ແມ່ນໄປຮັບສະມັກເອົາພວກຄົນງານຢູ່ຕາມ
ມະຫາວິທະຍາໄລຊັ້ນນຳແຫ່ງຕ່າງໆຂອງປະເທດ.
ແຕ່ບາງບໍລິສັດ ເຊັ່ນ Texas Instruments ກ່າວວ່າ ມັນອາດຈະໃຊ້ເວລາ ດົນເຖິງ 10 ປີ ກ່ອນທີ່ພວກຄົນງານຕ່າງປະເທດຂອງເຂົາເຈົ້າຈະໄດ້ຮັບໃບອະນຸຍາດ ໃຫ້ຢູ່ໃນສະຫະລັດ
ຢ່າງເປັນການຖາວອນໄດ້.
ທ່ານນາງ Darla Whitaker ເປັນຮອງປະທານອະວຸໂສ ຂອງບໍລິສັດ Texas Instru-
ments.
ທ່ານນາງ Whitaker ເວົ້າວ່າ “ສະພາບການແບບນີ້ຈະປ່ອຍໃຫ້ມີສືບຕໍ່ໄປບໍ່ໄດ້. ມັນ
ສ້າງຄວາມເສຍຫາຍໃຫ້ແກ່ບໍລິສັດແລະອຸສາຫະກຳຂອງພວກເຮົາແລະມັນໄດ້ສ້າງ
ພາລະທີ່ຍຸ່ງຍາກແລະຄວາມກົດດັນໃຫ້ແກ່ຄົນງານຂອງພວກເຮົາ.”
ໃນປັດຈຸບັນນີ້ ສະຫະລັດແມ່ນຈຳກັດຈຳນວນພວກຄົນເຂົ້າເມືອງຈາກຕ່າງປະເທດເປັນແຕ່
ລະປະເທດໆໄປຊຶ່ງໝາຍຄວາມວ່າໂດຍທົ່ວໄປແລ້ວພວກນັກສຶກສາຈາກປະເທດໃຫຍ່ໆນັ້ນ
ຕ້ອງໄດ້ລໍຖ້າດົນທີ່ສຸດ.
ການສຶກສາສະບັບນຶ່ງເມື່ອໄວໆມານີ້ ໂດຍມູນນິທິແຫ່ງຊາດສຳລັບນະໂຍບາຍອະເມຣິກັນ
ແຈ້ງວ່າ ຊາວອິນເດຍທີ່ມີຄວາມສາມາດສູງນັ້ນອາດຈະຕ້ອງໄດ້ລໍຖ້າເຖິງ 70 ປີກ່ວາຈະໄດ້
ຮັບສະຖານະພາບມີສິດອາໄສຢູ່ໃນສະຫະລັດໄດ້ຢ່າງເປັນການຖາວອນນັ້ນ.
ທ່ານ Vivek Wadhwa ໄດ້ທຳການຄົ້ນຄວ້າກ່ຽວກັບນັກວິສາວະກິດຕ່າງປະເທດທີ່ເຂົ້າ
ມາຢູ່ໃນສະຫະລັດແລະສັງກັດຢູ່ໃນຄະນະອາຈານຂອງມະຫາວິທະຍາໄລ Harvard ແລະ
ມະຫາວິທະຍາໄລ Duke.
ທ່ານ Vivek ເວົ້າວ່າ “ພວກເຮົາເຮັດບໍ່ຖືກຕ້ອງກັບສະພາບການໂຕຈິງ. ພວກເຮົາຢູ່
ໃນເສດຖະກິດທີ່ຮອບຮູ້ ຊຶ່ງທັງໝົດແມ່ນກ່ຽວກັບການແຂ່ງຂັນ. ຖ້າພວກເຮົາບໍ່ເອົາ ຜູ້ຄົນເຫຼົ່ານີ້ໄວ້ຖ້າພວກເຮົາບໍ່ແຂ່ງຂັນ ພວກເຮົາກໍຈະເປັນຜູ້ເສຍປຽບ. ພວກເຮົາກໍ ຈະກາຍເປັນປະເທດໂລກທີ 3 ແລະພວກເຂົາກໍຈະກາຍເປັນຄືກັນກັບພວກເຮົາ.”
ລັດຖະສະພາສະຫະລັດ ກຳລັງສຶກສາເບິ່ງຊ່ອງທາງຕ່າງໆ ເພື່ອປັບປ່ຽນນະໂຍບາຍຄົນ
ເຂົ້າເມືອງຂອງສະຫະລັດ.
ແຕ່ມາຮອດປັດຈຸບັນກໍຍັງບໍ່ທັນມີຄວາມເຫັນລົງຮອຍກັນເທື່ອກ່ຽວກັບວ່າຈະຕ່າວປີ້ນການ
ໄຫລໜີຂອງສະໝອງຫົວກະທິແບບໃດ ແລະປ່ອຍໃຫ້ພວກນັກສຶກສາທີ່ເກັ່ງໆ ເຊັ່ນທ້າວ
Yifang Wei ແລະ Xiao Qin ໃຫ້ຢູ່ໃນສະຫະລັດໄດ້ແບບໃດຫຼັງຈາກພວກເຂົາເຈົ້າຮຽນຈົບ
ຈາກມະຫາວິທະຍາໄລທີ່ມີຊື່ສຽງເດ່ນໆຂອງສະຫະລັດແລ້ວນັ້ນ.