ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ສຶກສາ​ຕ່າງປະເທດ ຈໍານວນຫຼາຍ ​​ຍັງ​ມີ​ບັນຫາ​ ໃນການສ້າງມິດ ກັບນັກສຶກສາອາເມຣິກັນ


ພວກນັກສຶກສາຕ່າງປະເທດ ທີ່ມະຫາວິທະຍາໄລລັດ North Dakota ໃນເມືອງ Dickinson
ພວກນັກສຶກສາຕ່າງປະເທດ ທີ່ມະຫາວິທະຍາໄລລັດ North Dakota ໃນເມືອງ Dickinson

ໃນ​ຂະນະ​ທີ່​ຈໍານວນ​ນັກ​ສຶກສາ​ຕ່າງປະ​ເທດ​ທີ່​ເຂົ້າມາ​ຮຽນ​ຕໍ່​ຢູ່​ໃນວິ​ທະຍາ​ໄລ​ແລະ​ມະຫາ​ວິ​ທະຍາ​ໄລ​ໃນ​ສະຫະລັດກໍາລັງ​ເພີ່ມ​ຂຶ້ນຢູ່​ໃນ​ເວລາ​ນີ້ ຜົນການ ສຶກສາ​ຄົ້ນຄວ້າ​ບັ້ນ​ນຶ່ງ​ເມື່ອ​ບໍ່​ດົນ​ມາ​ນີ້​ຊີ້​ແນະ​ວ່ານັກ​ສຶກສາ​ຕ່າງປະເທດຫຼາຍ ຄົນ​ກໍ​ຍັງ​ມີ​ບັນຫາ​ເຮັດ​ໝູ່​ເຮັດ​ເພື່ອນກັບ​ພວກ​ນັກ​ສຶກສາ​ຊາວ​ອາ​ເມ​ຣິກັນ​ນັ້ນ​ຢູ່.

ຜົນ​ການ​ສຶກສາ​ຄົ້ນຄວ້າ​ທີ່​ພິມເຜີຍ​ແຜ່​ໃນ​ວ​າລະ​ສານ the Journal of International and Intercultural Communication ນັ້ນ ຊີ້​ແນະ​ວ່າ 38 ​ເປີ​ເຊັນ​ຂອງ​ພວກນັກ​ສຶກສາ​ຕ່າງປະ​ເທດ ​ຢູ່​ໃນ​ສະຫະລັດ ບໍ່​ມີ​ເພື່ອນ​ມິດທີ່​ໃກ້ຊິດ​ກັບຊາວ​ອາ​ເມຣິກັນ​ເລີຍ.

ນາງ Elisabeth Gareis ຜູ້ກຳກັບ​ນຳ​ການ​ສຶກສາ​ຄົ້ນຄວ້າ ​ເວົ້າວ່າ ນັ້ນ​ກໍໝາຍ​ຄວາມ​ວ່າ ບັນດາ​ນັກ​ສຶກສາ​ພາຍ​ໃນ​ປະ​ເທດ​ສູນ​ເສຍໂອກາດ​ທີ່​ຈະ​ສ້າງທັດສະນະ​ວິ​ໄສ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ກວ້າງ​ອອກ​ໄປ ​ແລະ​ນັກ​ສຶກສາ​ຕ່າງປະ​ເທດ​ສ່ວນໃຫຍ່ພໍ​ຮຽນ​ຈົບ​ແລ້ວ ​ຈະ​ອອກ​ຈາກ​ສະຫະລັດ​ໄປ​ດ້ວຍ​ຄວາມ​ຮູ້ສຶກທີ່​ຖືກ​ມອງ​ວ່າ​ເປັນ​ຄົນ​ຕ່າງ​ດ້າວ ​ແລະດ້ວຍ​ຄວາມ​ບໍ່ພໍ​ໃຈ​ປານ​ໃດ.

ມີ​ລາຍ​ງານ​ວ່າ ຜົນ​ການ​ສຶກສາ​ຄົ້ນຄວ້າ​ດັ່ງກ່າວ​ພົບ​ວ່າ ນັກ​ສຶກສາ​ຊາວ​ເອ​ເຊຍ​ຕາ​ເວັນ​ອອກ ​ມີ​ຄວາ​ມລໍາ​ບາກທີ່​ສຸດ​ ໃນ​ການຊອກ​ຫາ​ໝູ່ເພື່ອນນັກ​ສຶກສາ​ຊາວ​ອາ​ເມຣິກັນ ຄື 52 ​ເປີ​ເຊັນ​ເວົ້າ​ວ່າ ນັກ​ສຶກສາ​ຊາວ​ເອ​ເຊຍ ​ເຫຼົ່ານັ້ນ ບໍ່ມີ​ໝູ່​ເພື່ອນ​ຊາວ​ອາ​ເມ​ຣິກັນທີ່​ໃກ້ຊິດເລີຍ. ນາງ Gareis ກ່າວ​ວ່າ ນີ້​ອາດ​ເປັນ​ຍ້ອນ​ວັດທະນະ​ທໍາ ​ແລະອຸບ​ປະ​ສັກ​ດ້ານ​ພາສາ ພ້ອມ​ທັງ​ຄວາມ​ແຕກ​ຕ່າງ​ດ້ານ​ວັດທະນະ​ທໍາ ທີ່​ເປັນ​ຈຸດ​ເລີ່​ມຕົ້ນ​ຂອງ​ການ​ສ້າງ​ມິດຕະພາບນັ້ນ​.

ນາງ Gareis ກ່າວ​ອີກ​ວ່າ ມັນ​ເປັນ​ເລຶ່ອງທໍາ​ມະ​ຊາດ​ທີ່​ບັນດາ​ນັກ​ສຶກສາ ຕ່າງປະ​ເທດ​ຈະ​ສ້າງ​ມິດຕະພາບ​ກັບ​ເພື່ອນ​ນັກ​ສຶກສາ​ຈາກ​ປະ​ເທດ​ຂອງ ພວກ​ເຂົາ​ເຈົ້າ ​ໂດຍ​ໃຫ້​ເຫດຜົນ​ວ່າ ວິທີ​ນີ້​ມັກ​ຈະ​ຊ່ວຍ​ນັກ​ສຶກສາ​ໃຫ້​ປັບ ຕົວ​ເຂົ້າກັບປະ​ເພນີ​ວັດທະນະ​ທໍາ​ໃນ​ເບື້ອງ​ຕົ້ນ​ນັ້ນ​ໄດ້.

XS
SM
MD
LG