ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກການທູດລະດັບສູງ ສະຫະລັດ ຄົນຕໍ່ໄປຈະ ປະເຊີນໜ້າ ກັບສິ່ງທ້າທາຍຫຼາຍຢ່າງ


Next Top U.S. Diplomat Faces Challenges at Home and Abroad
please wait

No media source currently available

0:00 0:01:50 0:00

ໃນຂະນະທີ່ການຊອກຄົ້ນຫາ ລັດຖະມົນຕີການຕ່າງປະເທດ ຂອງປະທານາທິບໍດີທີ່ຖືກ ເລືອກໃໝ່ ທ່ານ Donald Trump ຖືກຄັດລົງເຫຼືອປະມານ 4 ຄົນນັ້ນ, ບັນດາຜູ້ຊ່ຽວຊານ ກໍ ກ່າວວ່າ ຜູ້ໃດກໍຕາມທີ່ຈະຖືກເລືອກ ຈະປະເຊີນໜ້າກັບສິ່ງທ້າທາຍ ກ່ຽວກັບ ການຟື້ນຟູ ຄວາມໜ້າເຊື່ອຖືໃນການເປັນຜູ້ນຳຂອງ ອາເມຣິກາ ຢູ່ຕ່າງປະເທດ. ນອກນັ້ນ ພວກເຂົາ ເຈົ້າ ຍັງຄາດວ່າ ຈະມີການທົບທວນຄືນຄັ້ງໃຫຍ່ໃນດ້ານສາຍພົວພັນຂອງ ສະຫະລັດ ກັບ ປະເທດອື່ນໆ. ນັກຂ່າວກະຊວງການຕ່າງປະເທດ Nike Ching ມີລາຍງານເລື້ອງນີ້ເພີ່ມ ເຕີມ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ໃນຂະນະທີ່ຄວາມຮຸນແຮງ ແລະ ວິກິດການມະນຸດສະທຳກຳລັງຮ້າຍ ແຮງຂຶ້ນ, ການຮຸກ ຮານຂອງ ຣັດເຊຍ ແລະ ຈີນ ຍັງສືບຕໍ່ຂົ່ມຂູ່ຜົນ ປະໂຫຍດແຫ່ງຊາດຂອງ ອາເມຣິກາຢູ່ນີ້, ລັດຖະມົນຕີການຕ່າງປະເທດຄົນຕໍ່ໄປ ຈະໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນທົ່ວ ໂລກ.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Ben Cardin ກ່າວວ່າ “ຂ້າພະເຈົ້າຄິດວ່າ ລັດຖະມົນຕີການຕ່າງປະເທດ ຕ້ອງມີສ່ວນຮ່ວມກັບໂລກ, ຕ້ອງເປັນຫ່ວງຕໍ່ທຸກໆພາກ ສ່ວນຂອງໂລກ, ສິ່ງ ທ້າທາຍທີ່ແຕກຕ່າງກັນຂອງພວກເຂົາເຈົ້າ, ຍຶດໝັ້ນກັບຄຸນຄ່າ ຂອງປະຊາຊົນ ອາເມຣິກັນ, ແລະ ສຳລັບຂ້າພະເຈົ້າແລ້ວ ທຸກໆສິ່ງທີ່ກ່າວມານີ້ ແມ່ນ ຄຸນຄ່າທົ່ວໂລກ ກ່ຽວກັບ ການບໍລິຫານທີ່ດີ, ຕໍ່ຕ້ານການສໍ້ລາດບັງ ຫຼວງ, ສະໜັບສະ ໜູນສິດທິມະນຸດ, ຮັບຮູ້ວ່າ ອາເມຣິກາ ແມ່ນຜູ້ນຳຢູ່ໃນໂລກ, ເຊິ່ງການພົວພັນກັນຂອງ ພວກເຮົາ ໄດ້ກາຍເປັນສິ່ງທີ່ສຳ ຄັນຢ່າງຍິ່ງ.”

ແຕ່ນອກນີ້ ນັກການທູດລະດັບສູງຂອງ ສະຫະລັດ ກໍຍັງຈະຕ້ອງໄດ້ຮັບມືກັບຄວາມຮຽກ ຮ້ອງອີກຫຼາຍຢ່າງຈາກປະເທດນຳ.

ທ່ານ Charles Stevenson ຈາກມະຫາວິທະຍາໄລ Johns Hopkins ກ່າວວ່າ “ລັດ ຖະມົນຕີການຕ່າງປະເທດ ແມ່ນໄດ້ເຮັດບາງຢ່າງ ຕາມແນວທາງຂອງປະທານາທິບໍດີ ໂດຍຕະຫຼອດ. ດັ່ງນັ້ນ, ບໍ່ວ່າຈະໂດຍ ທາງກົດໝາຍ ແລະ ປະເພນີກໍຕາມ, ລັດຖະມົນ ຕີກໍແມ່ນຕົວແທນຄົນໜຶ່ງຂອງປະທານາທິບໍດີ, ແທນທີ່ຈະເປັນບຸກຄົນອິດສະຫຼະ.”

ການທົບທວນນະໂຍບາຍການຕ່າງປະເທດຄັ້ງໃຫຍ່ ແມ່ນຄາດວ່າຈະມີຂຶ້ນ. ນັກວິຊາການ ໃນພາກພື້ນບາງຄົນ ກໍໄດ້ສະເໜີຂໍ້ປະຕິບັດທີ່ແຕກ ຕ່າງກັນ ເພື່ອຈັດການກັບໄພຂົ່ມຂູ່ ຕ່າງໆຈາກຜູ້ເກາະຜິດ ເກົາຫຼີເໜືອ.

ທ່ານ Harry Kazianis ຈາກວາລະສານ The Naltional Interest ກ່າວວ່າ “ການຫາ ທາງເຈລະຈາລັບບາງຄັ້ງກັບ ເກົາຫຼີເໜືອ ອາດມີຜົນ ປະໂຫຍດທີ່ຄຸ້ມຄ່າ, ເພື່ອເບິ່ງວ່າ ພວກເຂົາເຈົ້າໄປຮອດໃສແລ້ວ, ໃຈຄໍ ຂອງພວກເຂົາເຈົ້າເປັນແນວໃດ, ແລະ ຢ່າງ ໜ້ອຍກໍໃຫ້ມັນໄດ້ເລີ່ມການ ສົນທະນາກັນ. ຍ້ອນວ່າມັນຍາກຫຼາຍທີ່ຈະພະຍາຍາມ ເຮັດວຽກກັບ ບັນຫາພົວພັນຕ່າງປະເທດ ກັບປະເທດຕ່າງໆທີ່ເຈົ້າອາດເປັນປໍລະປັກ ນຳ ຖ້າເຈົ້າບໍ່ມີສາຍພົວພັນກັບພວກເຂົາເຈົ້າ.”

ໃນຂະນະທີ່ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ ທຣຳ ໄດ້ສັນຍາວ່າ ຈະໃຫ້ຄວາມສຳຄັນ ຕໍ່ ອາເມຣິກາ ກ່ອນໝູ່ນັ້ນ, ບັນດານັກວິເຄາະທັງຫຼາຍກໍກ່າວວ່າ ລັດຖະມົນຕີການຕ່າງປະ ເທດຄົນຕໍ່ໄປ ຕ້ອງໃຫ້ການຮັບປະກັນຕໍ່ ບັນດາພັນທະມິດດັ້ງເດີມຂອງ ສະຫະລັດ ກ່ຽວ ກັບ ຄຳໝັ້ນສັນຍາສຳລັບບັນຫາທີ່ສຳຄັນຂອງວໍຊິງຕັນ.

((INTRODUCTION))
[[As President-elect Donald Trump is "winnowing the list" for the next secretary of state, experts say whoever is picked faces the challenge of restoring the credibility of American leadership abroad. They also expect a major foreign policy review on U.S. relations with other nations. State Department correspondent Nike Ching reports.]]

((NARRATOR))
As the violence and humanitarian crisis in the Middle East is getting worse, and Russian and Chinese assertiveness continues to threaten America's national interests, the next secretary of state will be facing many global challenges.

((SEN. BEN CARDIN, DEMOCRAT))
"I think the secretary of state needs to be global, needs to be concerned about all parts of the world, their different challenges, committed to American values, and these to me are universal values of good governance, anti-corruption, support for human rights, recognizes that America is the leader in the world, that our engagement becomes critically important."

((NARRATOR))
But the top U.S. diplomat also needs to deal with demands from home.

((CHARLES STEVENSON, JOHNS HOPKINS UNIVERSITY))
"The Secretary of State is always doing something at the direction of the president. So, even by law and tradition, the secretary is an agent of the president, rather than an independent figure."

((NARRATOR))
A major foreign policy review is expected. Some regional scholars recommend a different approach to address threats from a provocative North Korea.

((HARRY KAZIANIS, THE NATIONAL INTEREST))
"It might be worth exploring some back-channel communications with the DPRK, to see sort of where they are, where the temperature is, and at least to start a conversation. Because it's very hard to try to work on international relations problems with countries that you might be adversaries with if you have no relationship with them."

((NARRATOR)) ((MANDATORY COURTESY - CABINET PUBLIC RELATIONS OFFICE))
While President-elect Trump is pledging to put America first, analysts say the next secretary of state needs to assure traditional allies of Washington's commitment on key issues.

XS
SM
MD
LG