ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ອະນຸມັດເງິນ ໃຫ້ລັດຖະບານ ບໍລິຫານງານ ຕື່ມອີກ 6 ເດືອນ


ຕຶກຫໍລັດຖະສະພາສະຫະລັດ
ຕຶກຫໍລັດຖະສະພາສະຫະລັດ
ສະພາສູງສະຫະລັດ ໄດ້ລົງຄະແນນສຽງໃນຕອນເຊົ້າມືດຂອງວັນ
ເສົາມື້ນີ້ ເພື່ອອະນຸມັດເງິນສະໜັບສະໜຸນລັດຖະບານສະຫະລັດ
ໃນໄລຍະ 6 ເດືອນຕໍ່ໜ້າ ຊຶ່ງຈະຫລີກລ່ຽງ ບໍ່ໃຫ້ມີການອັດລັດຖະ
ບານ ໃນເດືອນຕຸລານີ້.

ເປັນທີ່ຄາດກັນວ່າ ປະທານາທິບໍດີບາຣັກ ໂອບາມາຈະລົງນາມ
ໃນຮ່າງກົດໝາຍ ໃຫ້ເງິນສະໜັບສະໜຸນດັ່ງກ່າວ ໃຫ້ກາຍເປັນ
ກົດໝາຍທີ່ໄດ້ມີການຮັບຮອງເອົາດ້ວຍຄະແນນສຽງ 62 ຕໍ່ 30.

ສະມາຊິກສະພາສູງ Rand Paul ຈາກລັດ Kentucky ໄດ້ປຸກ
ລະດົມ ບໍ່ໃຫ້ສະພາສູງສະຫະລັດ ລົງຄະແນນສຽງ ກ່ຽວກັບຮ່າງ
ກົດໝາຍສະບັບນີ້ ນອກຈາກວ່າ ທາງສະພາສູງລົງຄະແນນສຽງ ກ່ຽວກັບບົດແກ້ໄຂຂອງທ່ານ ທີ່ຈະຕັດການຊ່ອຍເຫຼືອແກ່ປາກິສ
ຖານ ອີຈິບ ແລະລີເບຍ ເສຍກ່ອນ.

ສະພາສູງ ຊຶ່ງມີພັກເດໂມແຄຣັທກຳສຽງສ່ວນຫຼາຍນັ້ນ ໄດ້ສ້າງຄວາມປາໄຊຢ່າງຈະແຈ້ງ
ໃຫ້ແກ່ທ່ານ Rand Paul ໂດຍພາກັນລົງຄະແນນສຽງ 81 ຕໍ່ 10 ບໍ່ເຫັນພ້ອມກັບບົດແກ້ ໄຂດັ່ງກ່າວ ແລະສະມາຊິກພັກຣີພັບບລີກັນສ່ວນໃຫຍ່ຂອງທ່ານ Rand Paul ເອງກໍພາ ກັນລົງຄະແນນສຽງຄັດຄ້ານກ່ຽວກັບເລື່ອງນີ້.

ທ່ານ Rand Paul ເວົ້າວ່າ ທ່ານບໍ່ໄດ້ຄາດໝາຍວ່າ ບົດແກ້ໄຂຂອງທ່ານຈະຖືກຮັບຮອງ ເອົາ. ແຕ່ແນວໃດກໍຕາມ ທ່ານເວົ້າວ່າ ທ່ານຢາກໃຫ້ບັນດາສະມາຊິກສະພາສູງ ໃຫ້ການ ອະທິບາຍຕໍ່ເຂດເລືອກຕັ້ງຂອງພວກເຂົາເຈົ້າວ່າເປັນຫຍັງພວກເຂົາເຈົ້າຈຶ່ງໄດ້ລົງຄະແນນ ສຽງໃຫ້ການຊ່ອຍເຫຼືອຫຼາຍພັນລ້ານໂດລາຕໍ່ພວກທີ່ບໍ່ເຄົາລົບແລະຈູດທຸງຊາດຂອງພວກ ເຮົາ ໃນການປະທ້ວງຕໍ່ຕ້ານອາເມຣິກັນນັ້ນ.

ພັກເດໂມແຄຣັທກ່າວວ່າບາງປະເທດທີ່ພວມຢູ່ໃນລະຫວ່າງການປ່ຽນແປງທາງດ້ານການ ເມືອງ ຈຶ່ງຕ້ອງການຄວາມຊ່ອຍເຫຼືອຂອງສະຫະລັດ ໃນເວລານີ້ ຫຼາຍກວ່າແຕ່ກ່ອນ.

ກ່ຽວຂ້ອງກັນ

XS
SM
MD
LG