ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ ຂອງສະຫະລັດ ໄດ້ອອກຄຳສັ່ງ ໃຫ້ສອງອົງການລັດຖະບານກາງຂອງຕົນ ຍຸຕິການໃຫ້ເງິນຊ່ວຍເຫລືອຕ່າງປະເທດຫລາຍຕື້ໂດລາ ທີ່ໄດ້ຮັບການອະນຸມັດຈາກລັດຖະສະພາ, ໃນຂະນະທີ່ອົງການດັ່ງກ່າວ ກຳລັງທົບທວນການຊ່ວຍເຫລືອນັ້ນຢູ່.
ຫ້ອງການຄຸ້ມຄອງງົບປະມານ ຫລື OMB ໄດ້ອອກຄຳສັ່ງໃຫ້ກະຊວງການຕ່າງປະເທດ ແລະອົງການພັດທະນາສາກົນຂອງສະຫະລັດ ຫລື USAID ໃຫ້ກວດເບິ່ງ "ແຫລ່ງທຶນ" ຊ່ວຍເຫລືອຕ່າງປະເທດ “ທີ່ບໍ່ມີຂໍ້ຜູກມັດ” ແລະຍຸຕິການຈ່າຍເງິນທຶນທີ່ຍັງບໍ່ທັນໄດ້ແບ່ງໄວ້ຢ່າງເປັນທາງການວ່າເປັນຮ່ວງເງິນໃຫ້ໃຊ້ເພື່ອຈຸດປະສົງໃດທີ່ແນ່ນອນເທື່ອນັ້ນ ໄວ້.
ຫ້ອງການ OMB ໄດ້ລະບຸ 10 ຂົງເຂດວຽກງານທີ່ຖືກຍຸຕິການໄດ້ຮັບເງິນຊ່ວຍເຫລືອດັ່ງກ່າວ, ຊຶ່ງລວມມີ ດ້ານສາທາລະນະສຸກສາກົນ, ໂຄງການລິເລີ້ມດ້ານຢາເສບຕິດ ແລະການຮັກສາສັນຕິພາບ ແລະການຊ່ວຍເຫລືອໃນການພັດທະນາ.
ພວກທີ່ຕຳໜິຄຳສັ່ງດັ່ງກ່າວ ທີ່ໄດ້ຂຽນຢູ່ໃນຈົດໝາຍສະບັບນຶ່ງທີ່ສົ່ງເຖິງອົງການດັ່ງກ່າວ ໃນວັນທ້າຍອາທິດແລ້ວນີ້, ໄດ້ຄຳນວນວ່າ ການເຄື່ອນໄຫວດັ່ງກ່າວ ຈະກີດກັນບໍ່ໃຫ້ອົງການນັ້ນ ແຈກຈ່າຍເງິນປະມານ 2 ຕື້ ຫາ 4 ຕື້ ໂດລາ.
ເງິນທຶນທີ່ຢູ່ພາຍໃຕ້ການກວດສອບນີ້ ກວາມເອົາເງິນງົບປະມານປີ 2018 ແລະ 2019 ແລະຈະໝົດກຳນົດໃຊ້ໄດ້ ຖ້າຫາກມັນບໍ່ໄດ້ເອົາໄປໃຊ້ພາຍໃນວັນທີ 30 ກັນຍາຈະມາເຖິງນີ້, ຊຶ່ງເປັນຕອນທ້າຍຂອງປີງົບປະມານ.
ຄຳສັ່ງທີ່ອອກມາໃນທ້າຍອາທິດແລ້ວນີ້ ແມ່ນມີຂຶ້ນໃນຕອນເລີ້ມຕົ້ນຂອງການຢຸດພັກເພີ້ມເຕີມຂອງລັດຖະສະພາ ທີ່ຈະສິ້ນສຸດລົງໃນວັນທີ 9 ກັນຍາຈະມາເຖິງນີ້, ຊຶ່ງເປັນໄລຍະເວລາທີ່ສະມາຊິກລັດຖະສະພາຈະພົບຄວາມຫຍຸ້ງຍາກໃນການສະກັດກັ້ນການເຄື່ອນໄຫວເຊັ່ນນັ້ນໄວ້ໄດ້.
"ການໝິ່ນປະໝາດຂອງລັດຖະບານຊຸດນີ້ ຕໍ່ລັດຖະສະພາແມ່ນເລື້ອງພິລຶກ ຫລາຍ," ນັ້ນຄືຄຳເວົ້າຂອງປະທານຄະນະກຳມະການດ້ານການພົວພັນຕ່າງປະເທດ, ທ່ານ ແອລີອອດ ແອນໂຈລ (Eliot Engel). "ເມື່ອໃຫ້ລັດຖະສະພາຕັດສິນໃຈວ່າ ພວກເຮົາສາມາດຈ່າຍເງິນໄດ້ຫລາຍປານໃດ ໃນການຊ່ວຍເຫລືອຕ່າງປະເທດ, ມັນບໍ່ແມ່ນຄຳສະເໜີ. ມັນເປັນກົດໝາຍ, ທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະທຳມະນູນ."
ສະມາຊິກລັດຖະສະພາຈາກພັກເດໂມແຄຣັດ ໄດ້ກ່າວເພີ້ມອີກວ່າ ຄຳສັ່ງຂອງລັດຖະບານພັກຣີພັບບລິກັນ "ຈະເຮັດໃຫ້ຄວາມສາມາດຂອງພວກເຮົາໃນການເອົາຄ່ານິຍົມ ແລະການນຳພາຂອງອາເມຣິກັນໄປເຖິງທົ່ວໂລກຖືກທຳລາຍໄປ.”
ອົງການ ອິນເທີແອກເຊິນ (InterAction) ຊຶ່ງເປັນອົງການພັນທະມິດໂລກທີ່ບໍ່ຂຶ້ນກັບລັດຖະບານ ທີ່ໄດ້ໃຫ້ການຊ່ວຍເຫຼືອ "ແກ່ປະຊາຊົນທີ່ທຸກຍາກ ແລະໄດ້ຮັບອັນຕະລາຍງ່າຍ," ກໍໄດ້ປະນາມຄຳສັ່ງດັ່ງກ່າວເຊັ່ນກັນ.