ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງ ສຫລ ປະຕິຍານວ່າ ຈະເອົາຊະນະ ກຸ່ມລັດ​ອິສລາມ ຢູ່ອັຟການິສຖານ ໃນປີນີ້


ທະຫານອັຟກາ​ນິສຖານຄົນນຶ່ງ ຢືນຍາມ ໃນລະຫວ່າງການປະທະກັນ ກັບກຸ່ມລັດອິສບາມ ໃນເຂດເມືອງ Kot ແຂວງ Nangarhar ອັຟກາ​ນິສຖານ, 26 ມິຖຸນາ, 2016.
ທະຫານອັຟກາ​ນິສຖານຄົນນຶ່ງ ຢືນຍາມ ໃນລະຫວ່າງການປະທະກັນ ກັບກຸ່ມລັດອິສບາມ ໃນເຂດເມືອງ Kot ແຂວງ Nangarhar ອັຟກາ​ນິສຖານ, 26 ມິຖຸນາ, 2016.

ກອງ​ກຳລັງສະຫະລັດ ​ໃນ​ອັຟກາ​ນິສຖານ ໄດ້ເພິ່ມ​ການ​ສູ້​ລົບຕ້ານ​ການ​ຂະຫຍາຍຕົວ
ຂອງ​ກຸ່ມ ທີ່​ແຍກ​ຕົວ​ອອກ​ຈາກ​ລັດ​ອິສລາມ ທີ່​ມີ​ຖານ​ປະຕິບັດ​ງານ​ໃກ້ໆຊາຍ​ແດນອັຟ
ກາ​ນິສຖານ ຕິດ​ກັບປາກິ​ສຖານ ​ແລະໄດ້​ຕັດສິນ​ໃຈ​ ທີ່ຈະ​ເອົາ​ຊະນະ ​ກຸ່ມ​ຫົວ​ຮຸນ​ແຮງ​
ຈັດ​ພວກ​ນີ້ ​ໃນ​ອັຟກາ​ນິສຖານ ພາຍໃນ​ປີ​ນີ້ ນັ້ນ​ແມ່ນ​ຄຳ​ເວົ້າ​ ຂອງ​ເຈົ້າ​ໜ້າ​ທີ່​ ສະຫະ
ລັດ​ທີ່​ໄດ້​ບອກ​ກັບ VOA.

ຮ້ອຍ​ເອກ Bill Salvin ໂຄສົກ​ແລະ ​ແລະ​ຜູ້​ອຳ​ນວຍ​ການ​ຝ່າ​ຍປະຊາສຳພັນ​ ຂອງ ກຳ
ລັງ​ສະໜັບສະໜຸນ​ອົງການ​ເນ​ໂຕ້​ ທີ່​ກອງ​ບັນຊາ​ການ ​ໃນ​ນະຄອນ​ກາ​ບູລ ​ໄດ້​ບອກ​ກັບ
VOA ພະ​ແນ​ກພາສາ​ອັຟກາ​ນິສຖານ ວ່າ “ຈຸດ​ປະ​ສົງຂອງ​ພວກ​ເຮົາ ​ໃນ​ປີ 2017 ​ ນີ້
ແມ່ນ​ເອົາ​ຊະນະກຸ່ມ ISIS-K ​ໃນອັຟກາ​ນິສຖານ.”

ພວກນັກຕໍ່ສູ້ກຸ່ມລັດອິສລາມ ຢືນຢູ່ຂ້າງນອກຄ້າຍຕຳຫຼວດ ໃນ Nangarhar, ອັຟການິສຖານ.
ພວກນັກຕໍ່ສູ້ກຸ່ມລັດອິສລາມ ຢືນຢູ່ຂ້າງນອກຄ້າຍຕຳຫຼວດ ໃນ Nangarhar, ອັຟການິສຖານ.

ກຸ່ມ​ລັດ​ອິສລາມ ໃນ​ແຂວງ “Korasan” ຊຶ່ງ​ເປັນ​ສາຂາ​ຂອງ​ກຸ່ມ ISIS-K ໄດ້​ມີຮາກ​ເຫງົ້າ​ໃນ​ເຂດ​ພູຜາ ຂອງອັຟກາ​ນິສຖານ ​ແລະປາກິ​ສຖານ ໂດຍເພີີ່ມ​ຄວາມ​ພະຍາຍາມ​ໃນ​ການເກນ​ແລະ​ປະຕິ​ບັດການ​ໂຈມ​ຕີ​ໃນ​ທົ່ວ​ປະ​ເທດ. ຊື່​ຂອງ​ພວກ​ເຂົາ​ແມ່ນ​ໝາຍ​ເຖິງ ຊື່​ຂອງ​ຂົງ​ເຂດເກົ່າ​ແກ່​ດຶກ​ດຳ​ບັນ ​ແລະຂົງ​ເຂດ​ອ້ອມແອ້ມ​ໃນ ​ພາກກາງເອ​ເຊຍ ​ແລະ ​ເປີ​ເຊຍ.

ກຸ່ມທະຫານບ້ານອັຟກາ​ນິສຖານຍົກອາວຸດຂຶ້ນສູງ ໃນຂະນະທີ່ພວກເຂົາເຈົ້າທຳການລາດຕະເວນໃນເຂດ Achinຂອງແຂວງ Nangarhar ທາງພາກຕາເວັນອອກຂອງນະຄອນ Kabul, ອັຟກາ​ນິສຖານ, 27 ທັນວາ, 2015.
ກຸ່ມທະຫານບ້ານອັຟກາ​ນິສຖານຍົກອາວຸດຂຶ້ນສູງ ໃນຂະນະທີ່ພວກເຂົາເຈົ້າທຳການລາດຕະເວນໃນເຂດ Achinຂອງແຂວງ Nangarhar ທາງພາກຕາເວັນອອກຂອງນະຄອນ Kabul, ອັຟກາ​ນິສຖານ, 27 ທັນວາ, 2015.

ອົງການ​ເນ​ໂຕ້ ​ແລະ​ລັດຖະບານອັຟກາ​ນິສຖານ ກ່າວວ່າ ການ​ປະຕິບັດ​ງານ​ດ້ານ​ຮັກສາຄວາມ​ປອດ​ໄພ ​ໃນ​ຮອບ​ຫຼາຍເດືອນ​ຜ່ານ​ມາ ​ໄດ້​ຫຼຸດຜ່ອນ​ຄວາມເຂັ້ມແຂງ​ ​ຂອງພວກ​ນັກ​ລົບກຸ່ມ​ຫົວ​ຮຸນ​ແຮງ​ໃນອັຟກາ​ນິສຖານ ຈາກ​ຫຼາຍພັນ​ຄົນ ລົງ​ເຫຼືອ​ຕ່ຳ​ກວ່າ​ 1,000 ຄົນ​ ​ແລະ​ເຂດ​ຄວບ​ຄຸມ​ຂອງ​ພວກ​ເຂົາ ລົງ​ເຫລື​ອຢູ່ບໍ່​ຮອດ 5 ​ເມືອງຈາກ 10 ກວ່າ​ເມືອງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ກອງກຳລັງຮັກສາຄວາມປອດໄພພາກັນກວດສອບສະຖານທີ່ເກີດເຫດ ທີ່ກຸ່ມລັດອິສລາມອ້າງເອົາຄວາມຮັບຜິດຊອບໃນການໂຈມຕີໂຮງພະຍາບານມນນະຄອນ Kabul, ອັຟກາ​ນິສຖານ, 8 ມີນາ, 2017.
ກອງກຳລັງຮັກສາຄວາມປອດໄພພາກັນກວດສອບສະຖານທີ່ເກີດເຫດ ທີ່ກຸ່ມລັດອິສລາມອ້າງເອົາຄວາມຮັບຜິດຊອບໃນການໂຈມຕີໂຮງພະຍາບານມນນະຄອນ Kabul, ອັຟກາ​ນິສຖານ, 8 ມີນາ, 2017.

XS
SM
MD
LG