ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງສະຫະລັດກ່າວວ່າ ການປະຕິບັດງານຂອງກຳລັງພິເສດໃນອັຟການິສຖານເມື່ອເດືອນແລ້ວນີ້ໄດ້ພະຍາຍາມຊ່ອຍພວກອາຈານສອນ 2 ຄົນ ທີ່ຖືກລັກພາໂຕໄປຈາກມະຫາວິທະຍາໄລອາເມຣິກັນ ທີ່ນະຄອນຫຼວງກາບູລ.
ໂຄສົກຂອງທຳນຽບຫ້າແຈ ທ່ານ Peter Cook ກ່າວວ່າ ການປະຕິບັດງານຂອງກຳລັງພິເສດດັ່ງກ່າວ ແມ່ນໄດ້ຮັບການອະນຸມັດຈາກທ່ານ Ash Cater ລັດຖະມົນຕີກະຊວງປ້ອງກັນປະເທດແລະປະທານາທິບໍດີສະຫະລັດ.
ເຈົ້າໜ້າທີ່ກ່າວວ່າ ການປະຕິບັດງານໄດ້ມີການຊັກຊ້ານຶ່ງມື້ ຍ້ອນມີຄຳຖາມກ່ຽວກັບຂໍ້ມູນສືບລັບ ແລະພວກໂຕປະກັນຊຶ່ງເປັນຄົນອາເມຣິກັນຜູ້ນຶ່ງແລະອອສເຕຣເລຍຜູ້ນຶ່ງຢູ່ທີ່ນັ້ນ ຫລືບໍ່?
ທ່ານ Cook ກ່າວວ່າ “ບໍ່ເປັນຈັ່ງໂຊກ ໂຕປະກັນ ບໍ່ໄດ້ຢູ່ ໃນສະຖານທີ່ ທີ່ມີການສົງໄສ” ແລະການປະຕິບັດງານ ກໍບໍ່ໄດ້ປະສົບຄວາມສຳເລັດ. ທ່ານເວົ້າວ່າ “ໃນລະຫວ່າງການ ປະຕິບັດງານນັ້ນກຳລັງຂອງສະຫະລັດໄດ້ພົວພັນແລະສັງຫານກຳລັງຂອງສັດຕູຈຳນວນນຶ່ງ. ແຕ່ບໍ່ມີເຈົ້າໜ້າທີ່ສະຫະລັດຫລືພົນລະເຮືອນໄດ້ຮັບບາດເຈັບແຕ່ປະການໃດ.”
ທ່ານ Cook ບໍ່ໄດ້ໃຫ້ລາຍລະອຽດຫຍັງຫລາຍໄປກວ່ານີ້ກ່ຽວກັບການປະຕິບັດງານເພື່ອ ຈະປົກປ້ອງຄວາມປອດໄພຂອງຕົວປະກັນ ແລະຄວາມປອດໄພໃນການປະຕິບັດງານ.”