ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງກຳລັງ ສະຫະລັດ ຖືກສຸມຍິງໃສ່ ໂດຍ 'ກຳລັງບໍ່ຊາບຝ່າຍ' ຢູ່ໃນ ຊີເຣຍ


ຮູບ ຈາກວີດີໂອ ຖ່າຍເມື່ອວັນທີ 29 ເມສາ 2017 ນີ້ ສະແດງໃຫ້ເຫັນ ທະຫານອາເມຣິກັນ ຄົນນຶ່ງ ຢືນຢູ່ເທິງ ລົດຫຸ້ມເກາະ ໃນຄຸ້ມ Darbasiyah ຢູ່ທາງພາກເໜືອ ຂອງຊີເຣຍ.
ຮູບ ຈາກວີດີໂອ ຖ່າຍເມື່ອວັນທີ 29 ເມສາ 2017 ນີ້ ສະແດງໃຫ້ເຫັນ ທະຫານອາເມຣິກັນ ຄົນນຶ່ງ ຢືນຢູ່ເທິງ ລົດຫຸ້ມເກາະ ໃນຄຸ້ມ Darbasiyah ຢູ່ທາງພາກເໜືອ ຂອງຊີເຣຍ.

ເມື່ອສັບປະດາແລ້ວນີ້ ກອງກຳລັງທະຫານ ອາເມຣິກັນ ໄດ້ຍິງຕອບໂຕ້ ຫຼັງຈາກທີ່ໄດ້
ຖືກຍິງໃສ່ ຊ້ຳແລ້ວຊ້ຳອີກ ໂດຍພວກກະບົດຢູ່ໃນພື້ນທີ່ທາງພາກເໜືອຂອງຊີເຣຍ ທີ່
ຄວບຄຸມໂດຍກອງກຳລັງທີ່ໄດ້ຮັບການໜູນຫຼັງຈາກເທີກີ.

ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ໄດ້ກ່າວຕໍ່ວີໂອເອ ວ່າ ກຳລັງປະສົມ ນຳພາໂດຍ
ສະຫະລັດ ໄດ້ຖືກ “ກຳລັງບໍ່ຊາບຝ່າຍ” ຍິງສຸມໃສ່ “ຫຼາຍຄັ້ງ”. ພັນເອກກອງທັບບົກ
Joe Scrocca ໂຄສົກກອງທັບຢູ່ໃນນະຄອນ Baghdad ກ່າວວ່າ ບໍ່ມີຜູ້ໃດເສຍຊີວິດ
ຫຼື ໄດ້ຮັບຄວາມເສຍຫາຍຕໍ່ອຸປະກອນໃດໆ ໃນລະຫວ່າງເຫດການດັ່ງກ່າວນັ້ນ.

ໂຄສົກ ກະຊວງປ້ອງກັນປະເທດ ທ່ານ Eric Pahon ໄດ້ກ່າວຕໍ່ວີໂອເອ ວ່າ “ພວກເຮົາ
ກຳລັງພົວພັນ ກັບ ລັດຖະບານ Ankara ແລະ ຝ່າຍອື່ນໆ ເພື່ອແກ້ໄຂເຫດການ ທີ່
ເປັນອັນຕະລາຍນີ້.”

ທ່ານ Pahon ກ່າວວ່າ ພວກທະຫານກຳລັງປະສົມ ຈະສືບຕໍ່ປະຕິບັດການລາດຕະເວນ
ຢູ່ໃນພື້ນທີ່ໆ ຄວບຄຸມໂດຍ ຄະນະທະຫານຂອງເມືອງ Manbij ທີ່ໄດ້ຮັບການສະໜັບ
ສະໜູນ ໂດຍເທີກີ ແລະວ່າ ຈະປົກປ້ອງຕົນເອງ ຖ້າປະເຊີນກັບໄພອັນຕະລາຍໃດໆ.

ທ່ານກ່າວຕື່ມວ່າ “ກຳລັງປະສົມ ຢູ່ນະທີ່ນັ້ນ ກໍເພື່ອສັງເກດການ ເພື່ອຢັບຢັ້ງ ເຈດ
ຕະນາຮ້າຍຕ່າງໆ ແລະ ເພື່ອຮັບປະກັນວ່າ ທຸກຝ່າຍຍັງຄົງເພັ່ງເລັງໃສ່ສັດຕູຂອງ
ພວກເຮົາ ແລະ ໄພຂົ່ມຂູ່ທີ່ຍິ່ງໃຫຍ່ທີ່ສຸດ ຕໍ່ຂົງເຂດ ແລະ ຄວາມໝັ້ນຄົງຂອງໂລກ
ນັ້ນ ກໍຄື ກຸ່ມ ISIS ເຊິ່ງໝາຍເຖິງ ກຸ່ມລັດອິສລາມ. ພວກເຮົາຮຽກຮ້ອງຢ່າງແຮງກ້າ
ໃຫ້ທຸກຝ່າຍທັງໝົດ ຈົ່ງສືບຕໍ່ສຸມໃສ່ ກຸ່ມ ISIS ເພື່ອເອົາຊະນະກຸ່ມນີ້.”

ກຳລັງທີ່ໜູນຫຼັງໂດຍເທີກີ ຫຼາຍໆກຸ່ມ ຄັດຄ້ານ ປະທານາທິບໍດີ ຊີເຣຍ Bashar al-
Assad ແລະ ໄດ້ປະທະກັບພວກນັກລົບຊາວເຄີດ ຈາກກອງກຳລັງຊີເຣຍເພື່ອປະຊາ
ທິປະໄຕ ທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດ ຜູ້ທີ່ກຳລັງຕໍ່ສູ້ຕ້ານຢັນ ພວກຫົວ
ຮຸນແຮງລັດອິສລາມ ນຳດ້ວຍ.

ບໍ່ມີຫຼັກຖານອັນໃດບົ່ງບອກວ່າ ກຳລັງຂອງເທີກີ ໄດ້ມີສ່ວນກ່ຽວຂ້ອງໃນການໂຈມຕີ
ດັ່ງກ່າວ ອີງຕາມບັນດາເຈົ້າໜ້າທີ່ຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG